ພຽງ 2 ອາທິດຢູ່ນະຄອນຫລວງມີຜູ້ເສຍຊີວິດຍ້ອນອຸປະຕິເຫດສູງເຖິງ 10 ຄົນ
ໃນວັນທີ 2 ກຸມພານີ້, ທ່ານ ພັທ ວິລະພົງ ສະເໜ່ຫາ ຮອງຫົວໜ້າພະແນກຈະລາຈອນນະຄອນຫລວງວຽງຈັນ ໄດ້ລາຍງານຜ່ານລາຍການຂັບຂີ່ປອດໄພວ່າ: ສະພາບອຸບັດຕິເຫດທີ່ເກີດຂຶ້ນນະຄອນຫລວງວຽງຈັນ ພາຍໃນ 1 ອາທິດຜ່ານມາມີເກີດຂຶ້ນ 19 ກໍລະນີ ແລະ ເສຍຊີວິດ 3 ຄົນ ແລະ ພາຍໃນ 2 ອາທິດຜ່ານມາແມ່ນເສຍຊີວິດເຖິງ 10 ຄົນ. ເຊິ່ງຈຸດທີ່ເຮັດໃຫ້ມີຜູ້ເສຍຊີວິດຫລາຍກວ່າໝູ່ແມ່ນ ເຂດບ້ານດົງໂພສີ ແລະ ບ້ານໂນນຫວາຍ.
ທ່ານຮອງຫົວໜ້າພະແນກຈະລາຈອນນະຄອນຫລວງວຽງຈັນ ໃຫ້ຮູ້ຕື່ມວ່າ: ສາເຫດສ່ວນໃຫຍ່ແມ່ນເກີດຈາກການດື່ມສິ່ງມືນເມົາແລ້ວຂັບຂີ່ລົດ, ນັກຂັບຂີ່ບໍ່ໃຫ້ກຽດເຊິ່ງກັນ ແລະ ກັນ ພ້ອມທັງລະເມີດລະບຽບຈະລາຈອນເຊັ່ນ: ຂັບຂີ່ເກີນຄວາມໄວກໍານົດ, ລ່ວງປ້າຍຫ້າມ ແລະ ອື່ນໆ.
ເພື່ອຫລຸດຜ່ອນການເກີດອຸປະຕິເຫດບົນຖະໜົນໃຫ້ທຸກຄົນຕ້ອງເອົາໃຈໃສ່ ປະຕິບັດລະບຽບກົດໝາຍການສັນຈອນໃຫ້ເຄັ່ງຄັດ, ມີສະຕິໃນການຂັບຂີ່ແຕ່ລະຄັ້ງ ແລະ ສິ່ງສໍາຄັນຄືບໍ່ປະໝາດ, ເມົາແລ້ວຫ້າມຂັບ, ຂີ່ລົດຈັກຕ້ອງໃສ່ໝວກກັນກະທົບທຸກຄົນ, ໝັ່ນກວດກາສະພາບລົດໃຫ້ພ້ອມໃຊ້ງານແລ້ວຈຶ່ງອອກເດີນທາງບັນຫາການເກີດອຸບັດເຫດມັນຈຶ່ງຈະຫລຸດໜ້ອຍຖອຍລົງເທື່ອລະກ້າວ.