ວຽກງານຈຸດສຸມຂອງລັດຖະບານເດືອນມີນາ ໃນຂົງເຂດເສດຖະກິດ
ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນກຸມພາ 2022 ທີ່ຈັດຂຶ້ນໃນວັນທີ 21-22 ກຸມພານີ້ ໄດ້ເປັນເອກະພາບກັນໃຫ້ສືບຕໍ່ຊຸກຍູ້ ແລະ ຕິດຕາມການປະຕິບັດ 2 ວາລະແຫ່ງຊາດໃຫ້ເປັນຮູບປະທຳຫລາຍຂຶ້ນໂດຍສະເພາະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ການນຳໃຊ້ລົດລັດ, ການແກ້ໄຂລົດທີ່ນຳໃຊ້ບໍ່ຖືກຕ້ອງຕາມກົດໝາຍ, ການແກ້ໄຂຄວາມຫຍຸ້ງຍາກໃນການດຳເນີນທຸລະກິດ, ການຂຸດຄົ້ນແຮ່ທາດ, ການສົ່ງອອກສິນຄ້າຢູ່ດ່ານຊາຍແດນ ແລະ ບັນຫາທີ່ດິນ ຄຽງຄູ່ກັບການດຳເນີນມາດຕະການປ້ອງກັນ, ຄວບຄຸມ ແລະ…