ເມືອງໂຂງ ພົບສັດລ້ຽງຕາຍ 10 ໂຕ ຍ້ອນພະຍາດຕາມລະດູການ
ທ່ານ ບັນດິດ ສິງຫາທຳ ຮອງຫົວໜ້າຫ້ອງການກະສິກຳ-ປ່າໄມ້ເມືອງໂຂງ ລາຍງານໃຫ້ຮູ້ ໃນກອງປະຊຸມປະຈຳເດືອນກຸມພາ ທີ່ຈັດຂຶ້ນໃນວັນທີ 20 ກຸມພາ 2023 ນີ້ວ່າ: ປັດຈຸບັນ, ຫ້ອງການກະສິກຳ-ປ່າໄມ້ເມືອງ ໄດ້ຕິດຕາມເບິ່ງສັດລ້ຽງຂອງປະຊາຊົນທີ່ໄດ້ຮັບແຈ້ງວ່າ ມີບາງກຸ່ມບ້ານສັດລ້ຽງຕາຍຍ້ອນພະຍາດລະບາດຕາມລະດູການ ເປັນຕົ້ນ ພະຍາດເຕົ້າໂຮມເລືອດ, ປາກເປື່ອຍລົງເລັບ ແລະ ອະຫິວາໝູ….