ເດັກເຍົາວະຊົນຄືຊັບພະຍາກອນອັນປະເສີດຂອງຊາດ
ໂດຍ: ທິດກໍ່າ ເດັກນ້ອຍໃນວັນນີ້ ຄືຜູ້ໃຫຍ່ໃນວັນໜ້າ ເຂົາຈະກາຍເປັນຊັບພະຍາກອນອັນປະເສີດຂອງຊາດໃນອະນາຄົດ ຍ້ອນຄົນເຮົາເປັນຜູ້ສ້າງປະຫວັດສາດ ແລະ ສາມາດເຮັດໄດ້ທຸກສິ່ງທຸກຢ່າງ ເພື່ອດັດແປງທຳມະຊາດ, ຜະລິດວັດຖຸສິ່ງຂອງມາຮັບໃຊ້ຕົນເອງ ແລະ ປະເທດຊາດ ຈຶ່ງຖືເອົາການສ້າງຄົນ ກໍຄືສ້າງເດັກເຍົາວະຊົນເປັນຂໍກຸນແຈ ເພື່ອສືບທອດພາລະກິດຂອງຊາດໃນວັນນີ້ ແລະ ວັນໜ້າ. ປະເທດຊາດຂອງພວກເຮົາຈະຈະເລີນຮັ່ງມີ, ຮຸ່ງເຮືອງສີວິໄລໃນອະນາຄົດ ກໍຄືຕໍ່ໜ້າຍາວນານກໍເພາະມີຄົນເປັນຜູ້ສ້າງສາພັດທະນາທຸກສິ່ງຢ່າງຂຶ້ນມາ….