ປີ 2022 ດ່ານພາສີສາກົນຂົວມິດຕະພາບ III ສາມາດຈັດເກັບລາຍຮັບໄດ້ 422.323 ຕື້ກີບ ລື່ນແຜ່ນການວາງໄວ້
ແຫລ່ງຂ່າວຄຳມ່ວນລາຍງານວ່າ: ທ່ານ ນາງ ກິນນາລີ ທໍາມະວົງ ຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ III ໄດ້ກ່າວຕໍ່ກອງປະຊຸມສະຫລຸບວຽກງານປະຈໍາປີ 2022 ຂອງດ່ານສາກົນຂົວມິດຕະພາບ 3 ແຂວງຄຳມ່ວນວ່າ: ການຈັດເກັບລາຍຮັບປະຈໍາປີ 2022 ສາມາດຈັດເກັບລາຍຮັບໄດ້ 422.323 ຕື້ກີບເທົ່າກັບ 102,33% ຂອງແຜນການປີ (ຕົວເລກຕາມແຜນປີມອບໝາຍໃຫ້…