ອາຫານແຄມທາງ ຄຸນຄ່າດ້ານວັດທະນະທຳ ແລະ ວິຖີຊີວິດທີ່ຄວນຮັກສາ ແຕ່ຕ້ອງຖືກຫຼັກອະນາໄມ ແລະ ໂພຊະນາການ

ໂດຍ: ມຶກບໍ່ແຫ້ງ ທ່າມກາງການເພີ່ມຂຶ້ນຂອງອາຫານທີ່ເອີ້ນເປັນພາສາຕ່າງປະເທດວ່າຟາສຟູດນັ້ນ, ອາຫານແຄມທາງແມ່ນ ຍັງເປັນສິ່ງທີ່ບົ່ງບອກເຖິງຄຸນຄ່າຂອງວັດທະນະທຳ, ພູມສັນຖານແລະການອູ້ມຊູຊ່ວຍເຫຼືອຊີວິດການ ເປັນຢູ່ຂອງຄົນແຕ່ລະທ້ອງຖິ່ນທີ່ພວກເຮົາຄວນຮັກສາໄວ້. ອາຫານແຄມທາງໝາຍຄວາມວ່າແນວໃດ? ອົງການອາຫານແລະກະສິກຳຂອງອົງການສະຫະປະຊາຊາດ ໄດ້ໃຫ້ນິຍາມໄວ້ວ່າອາຫານແຄມທາງແມ່ນບົ່ງບອກເຖິງອາຫານທີ່ຫຼາກຫຼາຍປະເພດທີ່ກຽມພ້ອມຮັບປະທານເຊິ່ງສ່ວນຫຼາຍຈະໄດ້ຮັບການປຸງແຕ່ງແລະກະກຽມຕາມສະຖານທີ່ສາທາລະນະໂດຍສະເພາະແຄມທາງ, ຕາມນິຍາມນີ້ ພວກເຮົາກໍເວົ້າໄດ້ວ່າເຂົ້າຫຼາມປີ້ງໄກ່ ທີ່ຂາຍຢູ່ບ້ານໄຮ່ປາກງື່ມຫຼືບໍ່ກໍຢູ່ເຊໂນແຂວງສະຫວັນນະເຂດ ແລະບ້ານນາ ປົ່ງແຂວງສາລະວັນ, ເຂົ້າຈີ່ປາເຕທີ່ຂາຍຕາມແຄມທາງຢູ່ນະຄອນຫຼວງວຽງຈັນ, ເຂົ້າຊອຍຢູ່ຕະຫຼາດມືດແຂວງ ຫຼວງນໍ້າທາກໍລ້ວນແລ້ວແຕ່ເອີ້ນວ່າອາຫານແຄມທາງທີ່ມີທັງລົດຊາດອັນແຊບຊ້ອຍ ແລະຫຼາກຫຼາຍ ເຊິ່ງໄລຍະຜ່ານມາ…