ເຕືອນໄພ ! ຢ່າຫລົງເຊື່ອກຸ່ມຫລອກລວງຕັ້ງເພຈປອມເປັນສະຖາບັນການເງິນປ່ອຍເງິນກູ້ ດອກເບ້ຍຕ່ຳ ຕົວະເອົາເງິນຄ່າທຳນຽມ
ການສ້າງເພຈປອມເປັນສະຖາບັນການເງິນປ່ອຍສິນເຊື່ອໂດຍດອກເບ້ຍຕ່ຳສ້າງຄວາມຈູງໃຈໃຫ້ຜູ້ທີ່ເດືອດຮ້ອນມີຄວາມຈຳເປັນຕ້ອງໃຊ້ເງິນເພື່ອແກ້ໄຂຄວາມຫຍຸ້ງຍາກຂອງຊີວິດ ຊ້ຳພັດມາຕົກຫລຸມກົນໂກງຂອງຄົນບໍ່ດີ ຈາກທີ່ຈົນຢູ່ແລ້ວພັດມາຈົນເພີ່ມ ຍ້ອນຫລົງເຊື່ອກົນອຸບາຍທີ່ພວກເຂົາອຸປະໂຫລກຂຶ້ນມາ. ວິທີການຂອງຄົນກຸ່ມນີ້ແມ່ນຕົວະໃຫ້ຜູ້ທີ່ສົນໃຈຈະກູ້ເງິນຕ້ອງປະກອບເອກະສານເພື່ອຂໍກູ້ເງິນແລ້ວສົ່ງໄປໃຫ້ສະຖານບັນທີ່ເຂົາສ້າງຂຶ້ນມາ (ບໍ່ມີຕົວຕົນຢູ່ຈິງ) ແລ້ວແນະນຳວິທີການຄື: ທ່ານສາມາດກູ້ໄດ້ສູງສຸດ 20 ລ້ານກີບ ດອກ 0.5% ຕໍ່ເດືອນ ສາມາດຜ່ອນຍາວເຖິງ 24 ເດືອນ ຫາກມີຄົນຕິດກັບດັກກໍຈະຂໍຂໍ້ມູນສ່ວນຕົວທີ່ສຳຄັນເຊັ່ນ ຊື່, ທີ່ຢູ່, ບັດປະຈຳຕົວ…