ກຽມປິດຕຳນານເຮືອບິນ Boeing 747 ຈະຢຸດການຜະລິດ ‘ຈຳໂບ້ເຈ໊ດ’ ໃນ 2 ປີຕໍ່ໜ້າ
ສຳນັກຂ່າວ Bloomberg ລາຍງານອ້າງແຫລ່ງຂ່າວວ່າ: Boeing ກຳລັງຢຸດສາຍການຜະລິດເຮືອບິນຂະໜາດໃຫຍ່ແບບ Boeing 747 ຫລັງຍອດສັ່ງຊື້ຫລຸດລົງຫລາຍ. ຂະນະທີ່ສາຍການບິນທົ່ວໂລກທະຍອຍປົດປະຈຳການ ແລະ ຫັນໄປໃຊ້ເຮືອບິນທີ່ມີຂະໜາດນ້ອຍກວ່າແທນ. ຖືເປັນການສິ້ນສຸດຕຳນານຈຳໂບ້ເຈ໊ດທີ່ມີອາຍຸ 50 ກວ່າປີ ແລະ ເປັນສັນຍາລັກເຮືອບິນໂດຍສານທີ່ທົ່ວໂລກຮູ້ຈັກ. ແຫລ່ງຂ່າວເປີດເຜີຍວ່າ: Boeing ຕັດສິນໃຈປິດສາຍການຜະລິດຫລັງເຮືອບິນ Boeing…