ວຽກງານອະນຸລັກກິນໄດ້!!
ໂດຍ: ມຶກບໍ່ແຫ້ງ ວຽກງານອະນຸລັກໂດຍສະເພາະແມ່ນຊັບພະຍາກອນທຳມະຊາດຮວມທັງ ປ່າໄມ້ ແລະສັດປ່າຂອງພວກເຮົານັ້ນແມ່ນບູລິມະສິດໜຶ່ງຂອງລັດຖະບານແຕ່ຫຼາຍຄົນສົງໄສວ່າວຽກງານອະນຸລັກຈະສາມາດສ້າງຄວາມຢູ່ດີກິນດີຕໍ່ປະຊາຊົນແນວໃດ? ໃນວັນທີ 13 ກໍລະກົດທີ່ຜ່ານມາທີ່ເປັນວັນສັດນ້ຳ-ສັດປ່າແຫ່ງຊາດແລະທັງເປັນວັນຄ້າຍວັນເກີດທ່ານສຸພານຸວົງ ຜູ້ນຳທີ່ເຄົາລົບຮັກພວກເຮົາໄດ້ມີເຫດການເດັ່ນໜຶ່ງຂຶ້ນຢູ່ແຂວງສະຫວັນນະເຂດນັ້ນກໍຄືການປະກາດເຂດອະນຸລັກປ່າໂຄກໂອ່ງມັ່ງ ແຫ່ງຊາດ. ປ່າໂຄກແມ່ນມີຄວາມສຳຄັນຫຼາຍທາງດ້ານລະບົບນິເວດ! ຖ້າດິນເປັນໂຄກນັ້ນສະແດງວ່າມີນ້ຳໜ້ອຍໂດຍສະເພາະໃນຍາມແລ້ງ, ພ້ອມນັ້ນດິນກໍບໍ່ໄດ້ມີທາດບຳລຸງຫຼາຍເພາະເປັນດິນຊາຍບໍ່ສາມາດຮອບອູ້ມທາດບຳລຸງຕ່າງໆໄວ້ໄດ້ດີເພາະສະນັນຖ້າບໍ່ມີຕົ້ນໄມ້ ຫຼືປ່ານັ້ນແລ້ວດິນເຂດບໍລິເວນປ່າໂຄກກໍອາດມີຄວາມສ່ຽງທີ່ຈະກາຍເປັນທະເລຊາຍ, ລະບົບນິເວດຊຸດໂຊມໄວທີ່ສຸດ. ປ່າໄມ້ ສາມາດຄົງຄວາມອຸດົມສົມບູນຂອງດິນພ້ອມເປັນທີ່ຢູ່ອາໄສຂອງສັດນາໆຊະນິດ, ພິເສດເຂດອະນຸລັກປ່າໂຄກນີ້ ຍັງມີໂອ່ງ-ມັ່ງ ທີ່ເປັນສັດຫາຍາກ,…