12 ຕຸລາ 1945 ວັນປະກາດເອກະລາດ ວັນປະຫວັດສາດທີ່ຈາລຶກໃນດວງໃຈຂອງປວງຊົນລາວທັງຊາດ
ໂດຍ: ທິດກໍ່າ ວັນທີ 12 ຕຸລາ 1945 ເປັນວັນປະຫວັດສາດສຳຄັນວັນໜຶ່ງຂອງຊາດລາວ ແລະ ປະຊາຊົນລາວບັນດາເຜົ່າເຮົາໃນໄລຍະປະຫວັດສາດຍຸກໜຶ່ງຜ່ານມາ. ອັນສາເຫດກໍຍ້ອນວ່າມັນໄດ້ປາກົດຕົວຂຶ້ນໃນເງື່ອນໄຂທີ່ປະເທດລາວລ້ານຊ້າງພວມຕົກຢູ່ໃນຊາຕາອາພັບ, ພວມຖືກສັກດີນາສະຫຍາມ, ຈັກກະພັດຍີ່ປຸ່ນ ແລະ ຈັກກະພັດຝຣັ່ງ ໄດ້ຍາດແຍ່ງກັນປົກຄອງ ເບິ່ງຢ່າງໜຶ່ງຄືວ່າປະເທດລາວລ້ານຊ້າງໃນຍຸກນັ້ນບໍ່ມີເຈົ້າມີຈອມປົກຄອງບ້ານເມືອງ ປະປ່ອຍໃຫ້ຕ່າງຊາດເຂົ້າມາຮຸກຮານຍາດແຍ່ງແບ່ງກັນຄອບຄອງຕາມໃຈ, ເອົາແຕ່ໃຜຊິເຮັດຕາມອຳນາດບາດສິດຂອງລັດທິລ່າເມືອງຂຶ້ນ. ເລື່ອງລາວປະຫວັດສາດການກຳເນີດໃຫ້ມີວັນທີ 12…