ຕໍາຫລວດເມືອງ​ສິງມ້າງ​ແກ້ງ​ລັກລົດຈັກ

- Untitled 1 copy 8 - ຕໍາຫລວດເມືອງ​ສິງມ້າງ​ແກ້ງ​ລັກລົດຈັກ
- kitchen vibe - ຕໍາຫລວດເມືອງ​ສິງມ້າງ​ແກ້ງ​ລັກລົດຈັກ

ເຈົ້າໜ້າທີ່ ປກສ ​ເມືອງ​ສິງ​ແຂວງ​ຫລວງ​ນ້ຳທາໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ກໍາລັງເຈົ້າໜ້າທີ່ຂອງຕົນ​ໄດ້ລົງມ້າງແກ້ງລັກລົດຈັກ, ພາຍຫລັງໄດ້ຮັບແຈ້ງຈາກປະຊາຊົນວ່າມີລົດຈັກເສຍຫາຍຫລາຍຄັນໃນເຂດເທດສະບານເມືອງ ແລະ ສາມາດຈັບຕົວຜູ້ກະທໍາຜິດມາດໍາເນີນຄະດີໄດ້ 4 ຄົນຄື: ​ທ້າວ ​ໄໝ່​ແອ່ນ, ທ້າວ ສົມ​ໄຊ, ທ້າວ ຫລ້າ​ນ້ອຍ ແລະ ​ທ້າວ ຫົວ​ໃສ​ອ່ອນ ແລະ ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ພວກເຂົາໄດ້ຮັບສາລະພາບວ່າ:ໄດ້ຮ່ວມກັນ​ເຄື່ອນ​ໄຫວ​ລັກຊັບພົນລະເມືອງ​ຫລາຍ​ຄັ້ງ, ໂດຍສະເພາະແມ່ນລົດຈັກ, ​ແລ້ວກໍ​​ເອົາ​ໄປ​ຂາຍ​​ໃນ​ລາຄາ​ແຕ່ 8 ແສນຫາ 3 ລ້ານກີບ​ຕໍ່​ຄັນ ເພື່ອນໍາມາແບ່ງປັນກັນໃຊ້ຈ່າຍ ແລະ ​ເຈົ້າໜ້າ​ທີ່ຍັງໃຫ້ຮູ້ຕື່ມວ່າພວກເຂົາຍັງ​ມີ​ການ​ພົວພັນກັບສິ່ງເສບຕິດນໍາອີກ.

- 5 - ຕໍາຫລວດເມືອງ​ສິງມ້າງ​ແກ້ງ​ລັກລົດຈັກ
- Visit Laos Visit SALANA BOUTIQUE HOTEL - ຕໍາຫລວດເມືອງ​ສິງມ້າງ​ແກ້ງ​ລັກລົດຈັກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!