ເມືອງຈັນທະບູລີກຽມພ້ອມຮັກສາຄວາມສະຫງົບຮອບດ້ານໃນປີທ່ອງທ່ຽວລາວ 2018

- 2541 1 - ເມືອງຈັນທະບູລີກຽມພ້ອມຮັກສາຄວາມສະຫງົບຮອບດ້ານໃນປີທ່ອງທ່ຽວລາວ 2018
- kitchen vibe - ເມືອງຈັນທະບູລີກຽມພ້ອມຮັກສາຄວາມສະຫງົບຮອບດ້ານໃນປີທ່ອງທ່ຽວລາວ 2018

ເມືອງ ຈັນທະບູລີ ນະຄອນ ຫລວງວຽງຈັນ ເລັ່ງຮັກສາຄວາມ ສະຫງົບ ເພື່ອຮັບປະກັນໃນງານ ປີທ່ອງທ່ຽວລາວ ໃຫ້ມີຄວາມສະ ຫງົບຮອບດ້ານ, ໂດຍສະເພາະ ແມ່ນການກວດກາ ສະຖານທີ່ ຮ້ານບັນເທິງໃຫ້ຫັນສູ່ລະບຽບ ເພື່ອຄວາມເປັນລະບຽບຮຽບ ຮ້ອຍໃນສັງຄົມ.

 

- Visit Laos Visit SALANA BOUTIQUE HOTEL - ເມືອງຈັນທະບູລີກຽມພ້ອມຮັກສາຄວາມສະຫງົບຮອບດ້ານໃນປີທ່ອງທ່ຽວລາວ 2018

+ ປກສ ເມືອງຈັນທະບູລີ ມອບລົດຄືນໃຫ້ເຈົ້າຂອງ

+ ນະຄອນຫລວງຈະສຸມໃສ່ຈັດສັນການສັນຈອນໃນຕົວເມືອງ

ທ່ານ ພັນໂທ ຊຽງພັນ ອິນທະປັນຍາ ຮອງຫົວໜ້າ ກອງ ບັນຊາການ ປກສ ເມືອງ ຈັນທະ ບູລີ ນະຄອນຫລວງ ວຽງຈັນ ໃຫ້ ຮູ້ວ່າ: ເມືອງ ຈັນທະບູລີ ເປັນ ເມືອງ ຢູ່ຈຸດໃຈກາງຂອງນະຄອນ ຫລວງວຽງຈັນ, ມີການພັດທະນາ ຢ່າງຮອບດ້ານ, ມີແຫລ່ງທ່ອງ ທ່ຽວ, ການຄ້າ ແລະ ການບໍລິ ການເປັນຈຳນວນບໍ່ໜ້ອຍ ແລະ ຜ່ານມາ ກອງບັນຊາການ ປກສ ເມືອງດັ່ງກ່າວໄດ້ສຸມໃສ່ ເຄື່ອນ ໄຫວປະຕິບັດວຽກງານສະກັດ ກັ້ນ ແລະ ຕ້ານປາກົດການຫຍໍ້ ທໍ້ຕ່າງໆດ້ວຍຄວາມຕັ້ງໜ້າ ຊຶ່ງ ສາມາດແກ້ໄຂຄະດີຕ່າງໆໄດ້ 128 ເລື່ອງ, ກັກຕົວຜູ້ກະທຳ ຜິດມາດຳເນີນຄະດີໄດ້ 366 ຄົນ, ພົ້ນເດັ່ນແມ່ນຄະດີລັກຊັບ, ຊິງຊັບ, ກໍ່ອາລະວາດຕີກັນໃນ ສະຖານ ທີ່ບັນເທິງ ແລະ ອື່ນໆ, ດັ່ງນັ້ນ ໃນປີ 2018 ເປັນ ປີທ່ອງ ທ່ຽວລາວ, ສະນັ້ນ ການຮັບປະ ກັນຄວາມສະຫງົບຮອບດ້ານ ຈຶ່ງຈະຕ້ອງໄດ້ເອົາໃຈໃສ່ໃຫ້ ແຂງແຮງ, ປຸກລະດົມທຸກກຳ ລັງເຂົ້າປະຕິບັດແຜນປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ພ້ອມ ເພີ່ມທະວີການຄຸ້ມ ຄອງບັນ ດາຮ້ານກິນດື່ມ, ຮ້ານບັນເທິງ, ເຮືອນພັກ, ໂຮງແຮມ ໃຫ້ເຄື່ອນ ໄຫວຖືກຕ້ອງຕາມລະບຽບກົດໝາຍ, ສືບຕໍ່ຜັນຂະຫຍາຍມະ ຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງ ອົງຄະນະພັກເມືອງ ຈັນທະບູລີ ໂດຍສະເພາະວຽກງານ ປກຊ- ປກສ ແລະ ຍຸຕິທຳຄື: ສະກັດ ກັ້ນ ແລະ ແກ້ໄຂປະກົດການ ຫຍໍ້ທໍ້ຢູ່ຮາກຖານ, ຈັດສັນການ ຈະລາຈອນຕາມທ້ອງຖະໜົນ ຫລວງໃຫ້ເປັນລະບຽບຮຽບ ຮ້ອຍ ແລະ ເພີ່ມທະວີປັບປຸງກຳ ລັງຢູ່ຂັ້ນຮາກຖານໃຫ້ເຂັ້ມແຂງ ກ່ວາເກົ່າ.

- 2541 1 300x178 - ເມືອງຈັນທະບູລີກຽມພ້ອມຮັກສາຄວາມສະຫງົບຮອບດ້ານໃນປີທ່ອງທ່ຽວລາວ 2018

- 4 - ເມືອງຈັນທະບູລີກຽມພ້ອມຮັກສາຄວາມສະຫງົບຮອບດ້ານໃນປີທ່ອງທ່ຽວລາວ 2018
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!