ໝາກກຽງເປັນຢາບຳລຸງກຳລັງ ແລະ ບຳລຸງຫົວໃຈ

- 012011 2017 - ໝາກກຽງເປັນຢາບຳລຸງກຳລັງ ແລະ ບຳລຸງຫົວໃຈ
- kitchen vibe - ໝາກກຽງເປັນຢາບຳລຸງກຳລັງ ແລະ ບຳລຸງຫົວໃຈ

ໝາກກຽງ ໃນທາງການແພດຖືວ່າເປັນໝາກໄມ້ທີ່ມີສັບພະຄຸນບຳລຸງຫົວໃຈ ຊ່ວຍໃຫ້ຫົວໃຈແຂງແຮງ, ເປັນຢາຊູກຳລັງ ເຮັດ ໃຫ້ສົດຊື່ນຫ້າວຫັນ, ມີວິຕາມິນອາຫລາຍ ຊ່ວຍເພີ່ມປະສິດທິພາບໃຫ້ກັບສາຍຕາ ທັງຍັງມີວິຕາມິນເຊ  ຊ່ວຍເສີມສ້າງພູມຕ້ານທານ ແລະ ຕໍ່ຕ້ານອະນຸມູນອິດສະລະຊ່ວຍຟື້ນຟູພາກສ່ວນເສື່ອມສະພາບ ເພາະມີໄລໂຄປີນ ເຊິ່ງເປັນສານແອນຕີອັອກຊິແດນ ຫລື ສ້ານຕ້ານຄວາມເຖົ້າ.

- 022011 2017 300x169 - ໝາກກຽງເປັນຢາບຳລຸງກຳລັງ ແລະ ບຳລຸງຫົວໃຈ

ໝາກກຽງຕາກແຫ້ງແລ້ວບົດເປັນຝຸ່ນກິນເປັນຢາບຳລຸງກຳລັງ, ຊີ້ນທາງໃນຂອງໝາກກຽງອຸດົມໄປດ້ວຍວິຕາມິນອາ, ແກ່ນໝາກກຽງໃຊ້ເປັນຢາປິ່ນປົວພະຍາດເບົາຫວານ, ຫລຸດອາການຖອກທ້ອງ, ແກ້ອາການອັກເສບ ແລະ ຊ່ວຍໄລ່ນຳ້ຍ່ຽວ ຈຶ່ງຫລຸດຄວາມສ່ຽງການເປັນໜິ້ວພົກຍ່ຽວ ຫລື ພົກຍ່ຽວອັກເສບໄດ້ ແລະ ໃບແກ່ຍັງໃຊ້ເປັນຢາຫລຸດໄຂ້ ແລະ ແກ້ອາການເຈັບຕາ. ໝາກກຽງມີເສັ້ນໄຍອາຫານທັງຊະນິດທີ່ລະລາຍໃນນຳ້ ແລະ ບໍ່ສາມາດລະລາຍໃນນຳ້ ຊ່ວຍເພີ່ມປະສິດທິພາບໃຫ້ກັບລະບົບຂັບຖ່າຍ, ຊ່ວຍຫລຸດ ແລະ ຄວບຄຸມຄໍເລສເຕີໂຣນໃນຮ່າງກາຍ, ຫລຸດຄວາມສ່ຽງໄຂມັນອັນຕັນໃນເສັ້ນເລືອດ, ປ້ອງກັນຄວາມສ່ຽງເປັນພະຍາດມະເຮັງລຳໄສ້ກໍໄດ້.

- Visit Laos Visit SALANA BOUTIQUE HOTEL - ໝາກກຽງເປັນຢາບຳລຸງກຳລັງ ແລະ ບຳລຸງຫົວໃຈ
- 3 - ໝາກກຽງເປັນຢາບຳລຸງກຳລັງ ແລະ ບຳລຸງຫົວໃຈ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!