3 ຊາດໃນເອີຣົບ ພ້ອມກັນຂັບໄລ່ນັກການທູດຂອງຣັດເຊຍ
February 10, 2021 - 4:54 PM
ລາຍງານຂ່າວຈາກຕ່າງປະເທດ ວັນທີ 9 ກຸມພາ ໃຫ້ຮູ້ວ່າ: ເຢຍລະມັນ, ໂປແລນ ແລະ ສະວິເດັນ ໄດ້ຂັບໄລ່ນັກການທູດຂອງຣັດເຊຍ ອອກຈາກປະເທດ ເພື່ອເປັນການຕອບໂຕ້ຄືນ ກັບຣັດເຊຍ ທີ່ໄດ້ຂັບໄລ່ນັກການທູດ ຂອງ 3 ປະເທດດັ່ງກ່າວ ເມື່ອວັນທີ 5 ກຸມພາ ທີ່ຜ່ານມາ ທີ່ໄດ້ມີການສະໜັບສະໜູນການເຄື່ອນໄຫວຂອງນັກການເມືອງຝ່າຍກົງກັນຂ້າມຂອງຣັດເຊຍ.
ໂຄສົກຂອງກະຊວງການຕ່າງປະເທດຣັດເຊຍ Maria Zakharova ໄດ້ອອກມາວິພາກວິຈານການຕັດສິນໃຈຂັບໄລ່ນັກການທູດຂອງຣັດເຊຍອອກຈາກປະເທດຂອງ ເຢຍລະມັນ, ໂປແລນ ແລະ ສະວີເດັນ. ທ່ານກ່າວວ່າ: “ການຕັດສິນໃຈຂອງ ໂປແລນ, ເຢຍລະມັນ ແລະ ສະວີເດັນ ຂັບໄລ່ນັກການທູດຂອງຣັດເຊຍອອກຈາກປະເທດນັ້ນ ແມ່ນບໍ່ມີພື້ນຖານບ່ອນອີງ ແລະ ບໍ່ມີຄວາມເປັນມິດ ແຕ່ຫາກແມ່ນພຶດຕິກຳຂອງພວກເອີຣົບຕາເວັນຕົກ ຕ້ານກັບປະເທດພວກເຮົາ ພວກເຮົາຖືວ່າ ອັນນັ້ນ ມັນແມ່ນການກະທຳ ແຊກແຊງເຂົ້າກິດຈະການພາຍໃນຂອງຣັດເຊຍ”.