ປະທານາທິບໍດີ ໄບເດັນ ສະແດງຄວາມບໍ່ພໍໃຈ ປະໃຫ້ ທຣຳ ພົ້ນໂທດ
February 15, 2021 - 11:40 AM


ລາຍງານຂ່າວຕ່າງປະເທດ ວັນທີ 14 ກຸມພານີ້ ໃຫ້ຮູ້ວ່າ: ປະທານາທິບໍດີ ໂຈໄບເດັນ ໄດ້ອອກແຈ້ງການສະບັບໜຶ່ງກ່ຽວກັບ ວຸດທິສະພາສະຫະລັດທີ່ຈະປ່ອຍໃຫ້ອະດີດປະທານາທິບໍດີພົ້ນຈາກໂທດກຳ ໃນກອງປະຊຸມລັດຖະສະພາເມື່ອວັນທີ 13 ກຸມພາຜ່ານມາ.
ໄບເດັນ ເວົ້າວ່າ: “ເຖິງແມ່ນວຸດທິສະພາຈະວ່າ ທຣຳ ບໍ່ມີໂທດກຳກໍຕາມ ແຕ່ທາດແທ້ຂອງເຂົາແມ່ນເປັນອັນທີ່ຈະແຈ້ງແລ້ວ, ແມ່ນແຕ່ສະມາຊິກວຸດທິສະພາຈາກພັກ ຣີພັບຣີກັນ ດັ່ງທ່ານ Mitch McConnell ກໍເວົ້າວ່າ ທຣຳ ມີໂທດກຳ. ໂດຍບໍ່ມີຄວາມຮັບຜິດຊອບ ຈັ່ງແມ່ນເປັນໜ້າອາຍ ນັບທັງຄວາມຮັບຜິດຊອບທາງດ້ານຄຸນສົມບັດ ແລະ ທັງໃນການກະທຳຕົວຈິງ ກ່ຽວກັບການຈະລາຈົນໃນອາຄານລັດຖະສະພາວັນທີ 6 ມັງກອນທີ່ຜ່ານມາ” .
ຕຳແຈ້ງການຂອງ ໄບເດັນ ມີຂຶ້ນໃນຂະນະທີ່ ທຣຳ ຖືກວຸດທິສະພາປ່ອຍໃຫ້ພົ້ນໂທດເປັນຄັ້ງທີສອງໃນກອງປະຊຸມປະຫວັດສາດຂອງລັດຖະສະພາ ເມື່ອວັນທີ 13 ກຸມພານີ້, ຊຶ່ງຝ່າຍພັກ ເດໂມແຄຣດ ບໍ່ມີສຽງພຽງພໍທີ່ຈະເອົາໂທດເຂົາໄດ້.