ເກີດແຜ່ນດິນໄຫວທີ່ ນິວຊີແລນ ຄວາມແຮງແທກໄດ້ 8,1 ຣິກເຕີ

ເກີດແຜ່ນດິນໄຫວທີ່ ນິວຊີແລນ ຄວາມແຮງແທກໄດ້ 8,1 ຣິກເຕີ - pickerImage - ເກີດແຜ່ນດິນໄຫວທີ່ ນິວຊີແລນ ຄວາມແຮງແທກໄດ້ 8,1 ຣິກເຕີ
ເກີດແຜ່ນດິນໄຫວທີ່ ນິວຊີແລນ ຄວາມແຮງແທກໄດ້ 8,1 ຣິກເຕີ - kitchen vibe - ເກີດແຜ່ນດິນໄຫວທີ່ ນິວຊີແລນ ຄວາມແຮງແທກໄດ້ 8,1 ຣິກເຕີ

ສຳນັກຂ່າວ ຣອຍເຕີ ລາຍງານວັນທີ 5 ມີນານີ້ ໃຫ້ຮູ້ວ່າ ເຊົ້າມືດມື້ນີ້(5ມີນາ) ປະເທດ ນິວຊີແລນເກີດແຜ່ນດິນໄຫວຄັ້ງໃຫ່ຍ ວັດແທກຄວາມແຮງໄດ້ 8,1 ຣິກເຕີ. ລັດຖະບານໄດ້ຮຽກຮ້ອງໃຫ້ປະຊາຊົນທີ່ຢູ່ລຽບຕາມຊາຍຝັ່ງທະເລ ປາຊີຟິກ ອົບພະຍົບໄປຢູ່ທີ່ສູງ. ໃນຂະນະດຽວກັນສູນກາງເຕືອນໄພຄື່ນສຶນາມິທະເລປາຊີຟິກ ລາຍງານວ່າ ຄື່ນສຶນາມິສູງເຖິງ 3 ແມດອາດຈະເກີດຂຶ້ນຢູ່ໃນເມືອງ Vanuatu ແລະ New Caledonia ຂອງຝຣັ່ງ. ຄື່ນທີ່ນ້ອຍກວ່າອາດຈະເກີດຂຶ້ນຢູ່ໃນເຂດທີ່ໄກກວ່າເຊັ່ນ: ຍີ່ປຸ່ນ, ລັດເຊຍ ແລະ ທະເລທາງພາກໃຕ້ຂອງແອຟຣິກກາ.

ອົງການຄຸ້ມຄອງສະພາບສຸກເສີນຂອງ ນິວຊີແລນ ຮຽກຮ້ອງໃຫ້ຜູ້ທີ່ຢູ່ໃກ້ແຄມຝັ່ງທະເລ ຕ້ອງອົບພະຍົບໄປບ່ອນທີ່ສູງທີ່ໃກ້ທີ່ສຸດ ຖ້າເຂົ້າເລິກໄປໃນແຜ່ນດິນໃຫ່ຍເທົ່າໃດຍິ່ງເປັນການດີ..

ເກີດແຜ່ນດິນໄຫວທີ່ ນິວຊີແລນ ຄວາມແຮງແທກໄດ້ 8,1 ຣິກເຕີ - Visit Laos Visit SALANA BOUTIQUE HOTEL - ເກີດແຜ່ນດິນໄຫວທີ່ ນິວຊີແລນ ຄວາມແຮງແທກໄດ້ 8,1 ຣິກເຕີ

ຄວາມແຮງຂອງແຜ່ນດິນໄຫວຢູ່ທີ 8,1 ຣິກເຕີ ຢູ່ທີ່ໝູ່ເກາະ Kermadec ທາງທິດຕາເວັນອອກສ່ຽງເໜືອຂອງນິວຊີແລນ.

ກ່ອນໜ້ານັ້ນ, ກໍເກີດແຜ່ນດິນໄຫວແທກໄດ້ 7,4 ຣິກເຕີ ຢູ່ໃນເຂດນັ້ນມາກ່ອນແລ້ວ. ແຜ່ນດິນໄຫວຄັ້ງທຳອິດແທກໄດ້ 7,2 ຣິກເຕີ ເກີດຂຶ້ນຫ່າງຈາກ North Island ຂອງນິວຊີແລນ ປະມານ 900 ກມ.

ຂະນະນີ້ບໍ່ທັນມີລາຍງານການເສຍຫາຍທາງຊັບສິນ ແລະ ການເສຍຊີວິດແຕ່ຢ່າງໃດ.

ເກີດແຜ່ນດິນໄຫວທີ່ ນິວຊີແລນ ຄວາມແຮງແທກໄດ້ 8,1 ຣິກເຕີ - 5 - ເກີດແຜ່ນດິນໄຫວທີ່ ນິວຊີແລນ ຄວາມແຮງແທກໄດ້ 8,1 ຣິກເຕີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!