ການລ່າສັດເປັນເຫດຫລົງຍິງຄົນເສຍຊີວິດ ໂດຍຄິດວ່າແມ່ນສັດປ່າ


ພັຕ ບຸນມີ ສຸທະວົງ ຮອງຫົວໜ້າພະແນກຕຳຫລວດ ປກສ ເມືອງລອງ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ໃນເວລາປະມານ 18:00 ໂມງ ຂອງວັນທີ 22 ກຸມພາຜ່ານມານີ້, ມີຄົນພົບເຫັນ ນາງ ຢືແພ ອາຍຸ 30 ປີ ປະຊາຊົນບ້ານນ້ຳມະ ເມືອງລອງ ແຂວງຫລວງນ້ຳທາ ເສຍຊີວິດຢູ່ປ່າ, ຈາກການຊັນນະສູດຊາກສົບພົບເຫັນຮອຍລູກປືນ ຖືກຍິງເຂົ້າຫົວນົມເບື້ອງຊ້າຍ 18 ລູກ ຊອດອອກດ້ານຫລັງ 1 ລູກ. ພາຍຫລັງຊັນນະສູດຊາກສົບລະອຽດແລ້ວ ສາເຫດຂອງການເສຍຊີວິດແມ່ນຖືກຍິງດ້ວຍປືນແກັບ.


ຈາກນັ້ນ ຈຶ່ງຂຶ້ນບັນຊີເປົ້າໝາຍຫາຜູ້ກໍ່ເຫດ ຈົນຮອດວັນທີ 24 ກຸມພາ ຈຶ່ງສາມາດຈັບ ທ້າວ ມືຕິ ອາຍຸ 32 ປີ ປະຊາຊົນຢູ່ບ້ານດຽວກັນ, ຜູ້ກ່ຽວຮັບສາລະພາບວ່າ: ກ່ອນເກີດເຫດໄດ້ໄປຕັດອ້ອຍຊ່ວຍພີ່ນ້ອງຢູ່ສວນ ຫ່າງຈາກບ້ານ 4 ກິໂລແມັດ, ພໍຮອດເວລາປະມານ 18:00 ໂມງ ໄດ້ອອກໄປຍິງສັດຢູ່ປ່າເລົ່າເຂດແຄມສວນອ້ອຍ, ໃນຂະນະທີ່ຈອບເບິ່ງສັດປ່າຢູ່ນັ້ນໄດ້ຍິນສຽງຄ້າຍຄືໝູປ່າແລ່ນ ແລະ ເຫັນຟຸ່ມ ໄມ້ຕີງໄປມາ, ຈຶ່ງໄດ້ຍົກປຶນແກັບຍິງໃສ່ແລ້ວເຂົ້າໄປເບິ່ງປະກົດວ່າແມ່ນຄົນ ເວລານັ້ນຮູ້ສຶກຢ້ານຈຶ່ງໄດ້ເອົາຕົວຫລົບໜີກັບມາບ້ານ, ມື້ຕໍ່ມາຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີ.
ຄະດີດັ່ງກ່າວ, ເຈົ້າໜ້າທີ່ ໄດ້ນໍາຕົວຜູ້ກໍ່ເຫດໄປທຳແຜນປະກອບຄຳຮັບສາລະພາບຢູ່ຈຸດເກີດເຫດ ພ້ອມທັງກຳຂໍ້ມູນຫລັກຖານປືນແກັບ 1 ກະບອກ ພ້ອມອຸປະກ່ອນອື່ນໆ ມາເກັບມ້ຽນ ແລະ ດໍາເນີນຄະດີຕາມລະບຽບກົດໝາຍ.