ຖະແຫຼງການຂອງໂຄສົກ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ຖະແຫຼງການຂອງໂຄສົກ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ - Laos Myanmar new border agreement reached - ຖະແຫຼງການຂອງໂຄສົກ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ
ຖະແຫຼງການຂອງໂຄສົກ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ - kitchen vibe - ຖະແຫຼງການຂອງໂຄສົກ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ
  1. ໃນຖານະທີ່ເປັນປະເທດບ້ານໃກ້ເຮືອນຄຽງຂອງມຽນມາ ແລະ ຄອບຄົວອາຊຽນ, ສປປ ລາວ ໄດ້ຕິດຕາມສະພາບການໃນມຽນມາ ຢ່າງໃກ້ຊິດ. ພວກເຮົາ ຢໍ້າຄືນຄວາມສໍາຄັນໃນການປົກປັກຮັກສາສະຖຽນລະພາບທາງການເມືອງ ຢູ່ໃນບັນດາປະ ເທດສະມາຊິກອາຊຽນ ເພື່ອບັນລຸເປົ້າໝາຍການສ້າງປະຊາຄົມອາຊຽນ ທີີ່ມີສະຖຽນ ລະພາບ, ສັນຕິພາບ ແລະ ຄວາມສົມບູນພຸນສຸກ.
  2. ສປປ ລາວ ຢໍ້າຄືນທັດສະນະຂອງອາຊຽນ ດັ່ງທີ່ໄດ້ກໍານົດໃນຖະແຫຼງການປະທານອາຊຽນ ໃນວັນທີ 1 ກຸມພາ 2021 ແລະ ຖະແຫຼງການປະທານກອງປະຊຸມລັດຖະ ມົນຕີຕ່າງປະເທດອາຊຽນ ແບບບໍ່ເປັນທາງການ ໃນວັນທີ 2 ມີນາ ພວກເຮົາ ຊຸກຍູ້ໃຫ້ທຸກຝ່າຍກ່ຽວຂ້ອງ ຮ່ວມກັນຊອກຫາວິທີທາງແກ້ໄຂແບບສັນຕິວິທີ ໂດຍຜ່ານການປຶກສາຫາລື ແບບສ້າງສັນ ແລະ ສ້າງຄວາມປອງດອງ ເພື່ອໃຫ້ກັບຄືນສູ່ສະ ພາບປົກກະຕິ ໂດຍໄວ ເພື່ອສັນຕິພາບ ແລະ ການພັດທະນາ ແລະ ເພື່ອຜົນປະ ໂຫຍດຂອງປະຊາຊົນມຽນມາ.
  3. ສປປ ລາວ ເຄົາລົບບັນດາຈຸດປະສົງ ແລະ ຫຼັກການ ທີ່ກໍານົດໄວ້ໃນກົດບັດອາຊຽນ, ແລະ ກຽມພ້ອມທີ່ຈະເຮັດວຽກຢ່າງໃກ້ຊິດກັບທຸກປະເທດສະມາຊິກອາຊຽນ ເພື່ອຊ່ວຍປະກອບສ່ວນເຂົ້າໃນການສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ໃຫ້ແກ່ການບັນລຸເປົ້າໝາຍໃນການສ້າງສັນຕິພາບ ແລະສະຖຽນລະພາບຢ່າງຖາວອນຢູ່ມຽນມາ.

ນະຄອນຫຼວງວຽງຈັນ, 12 ມີນາ 2021

ຖະແຫຼງການຂອງໂຄສົກ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ - 5 - ຖະແຫຼງການຂອງໂຄສົກ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ
ຖະແຫຼງການຂອງໂຄສົກ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ - Visit Laos Visit SALANA BOUTIQUE HOTEL - ຖະແຫຼງການຂອງໂຄສົກ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!