ທົ່ວປະເທດໄດ້ຮັບການສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ແລ້ວ 40 ພັນກວ່າຄົນ

ທົ່ວປະເທດໄດ້ຮັບການສັກວັກຊີນປ້ອງກັນພະຍາດ  ໂຄວິດ-19 ແລ້ວ 40 ພັນກວ່າຄົນ - 142827119 1546488812221560 6698568841307179875 o - ທົ່ວປະເທດໄດ້ຮັບການສັກວັກຊີນປ້ອງກັນພະຍາດ  ໂຄວິດ-19 ແລ້ວ 40 ພັນກວ່າຄົນ
ທົ່ວປະເທດໄດ້ຮັບການສັກວັກຊີນປ້ອງກັນພະຍາດ  ໂຄວິດ-19 ແລ້ວ 40 ພັນກວ່າຄົນ - kitchen vibe - ທົ່ວປະເທດໄດ້ຮັບການສັກວັກຊີນປ້ອງກັນພະຍາດ  ໂຄວິດ-19 ແລ້ວ 40 ພັນກວ່າຄົນ

ປັດຈຸບັນ ທົ່ວປະເທດໄດ້ຮັບການສັກວັກແຊັງປ້ອງກັນພະຍາດ COVID-19 40 ພັນກວ່າຄົນແລ້ວ, ເຊິ່ງການສັກວັກແຊັງ ແມ່ນເພື່ອແກ້ໄຂພາວະສຸກເສີນ ຈາກການລະບາດຂອງພະ ຍາດ COVID-19 ຈຶ່ງໄດ້ສຸມໃສ່ກຸ່ມເປົ້າໝາຍບູລິມະສິດກ່ອນ ເປັນຕົ້ນ ແມ່ນພະນັກງານແພດໝໍ ພະ ນັກງານດ່ານໜ້າຜູ້ທີ່ມີຄວາມສ່ຽງສູງ ຢູ່ສູນກາງ ແລະ ທ້ອງຖິ່ນ.

ທ່ານ ດຣ.ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານ ກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ແລະ ການສັກວັກແຊັງ ປ້ອງກັນພະຍາດ COVID-19 ໃນວັນທີ 15 ມີນາ 2021 ນີ້ວ່າ: ມາຮອດປັດຈຸບັນ ໄດ້ສັກເຂັມທີ 1 ໃຫ້ແກ່ກຸ່ມເປົ້າໝາຍບູລິມະສິດ ທັງໝົດ 40.732 ຄົນ ໃນຂອບເຂດທົ່ວປະເທດ. ປະ ກອບມີ ພະນັກງານແພດໝໍ ກວມເອົາ 13.005 ຄົນ, ພະນັກງານເຮັດວຽກທີ່ມີຄວາມສ່ຽງ 22.791 ຄົນ, ຜູ້ທີ່ມີຄວາມຈໍາເປັນເດີນທາງອອກນອກປະເທດ 625 ຄົນ, ຜູ້ສູງອາຍຸກວ່າ 60 ປີ 220 ຄົນ, ຜູ້ທີ່ມີພະຍາດປະຈຳຕົວ 31 ຄົນ ແລະ ກຸ່ມອື່ນໆ 4.060 ຄົນ.

ທົ່ວປະເທດໄດ້ຮັບການສັກວັກຊີນປ້ອງກັນພະຍາດ  ໂຄວິດ-19 ແລ້ວ 40 ພັນກວ່າຄົນ - Visit Laos Visit SALANA BOUTIQUE HOTEL - ທົ່ວປະເທດໄດ້ຮັບການສັກວັກຊີນປ້ອງກັນພະຍາດ  ໂຄວິດ-19 ແລ້ວ 40 ພັນກວ່າຄົນ
ທົ່ວປະເທດໄດ້ຮັບການສັກວັກຊີນປ້ອງກັນພະຍາດ  ໂຄວິດ-19 ແລ້ວ 40 ພັນກວ່າຄົນ - 5 - ທົ່ວປະເທດໄດ້ຮັບການສັກວັກຊີນປ້ອງກັນພະຍາດ  ໂຄວິດ-19 ແລ້ວ 40 ພັນກວ່າຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!