ບັນຫາດ້ານງົບປະມານ ຍັງເປັນສິ່ງທ້າທາຍຕໍ່ວຽກງານ ການແກ້ໄຂລະເບີດບໍ່ທັນແຕກຢູ່ລາວ
ບັນຫາດ້ານງົບປະມານ ຍັງຄົງເປັນສິ່ງທ້າທາຍຕໍ່ວຽກງານການແກ້ໄຂລະເບີດບໍ່ທັນແຕກຢູ່ ສປປ ລາວ, ເຊິ່ງໃນແຕ່ລະປີ ສປປ ລາວ ໄດ້ຮັບທຶນຊ່ວຍເຫລືອ ຈາກບັນດາປະເທດຜູ້ໃຫ້ທຶນ ແລະ ອົງການຈັດຕັ້ງສາກົນຕ່າງໆ ສະເລ່ຍປະມານ 30 ລ້ານໂດລາສະຫະລັດ, ແຕ່ຈຳນວນດັ່ງກ່າວ ບໍ່ທັນພຽງພໍກັບຄວາມຕ້ອງການໃນການນຳໃຊ້ເຂົ້າ ໃນການຈັດຕັ້ງປະຕິບັດວຽກງານເກັບກູ້ລະເບີດບໍ່ທັນແຕກ ຢູ່ໃຂຂອບເຂດທົ່ວປະເທດ.
ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ເປັນສິ່ງກີດຂວາງອັນໃຫຍ່ຫລວງ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ກໍຄື ການດຳລົງຊີວິດຂອງປະຊາຊົນລາວ ໂດຍສະເພາະ ຊາວແຂວງຊຽງ ເນື່ອງຈາກວ່າ ແຂວງຊຽງຂວາງ ເປັນແຂວງທີ່ໄດ້ຮັບຜົນກະທົບໜັກກວ່າໝູ່, ເຊິ່ງເຮັດໃຫ້ປະຊາຊົນດຳລົງຊີວິດຢູ່ກັບລູກລະເບີດທີ່ບໍ່ທັນແຕກມາເປັນເວລາຫລາຍສິບປີ.
ສປປ ລາວ ເປັນປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ (ລບຕ) ໜັກໜ່ວງກ່ວາໝູ່ໃນໂລກ, ຖ້າທຽບໃສ່ຫົວຄົນ. ຕະຫລອດໄລຍະ 9 ປີ ນັບແຕ່ປີ 1964 ຫາ 1973 ມີຍົນຫລາຍກ່ວາ 580.000 ຖ້ຽວ ບັນທຸກລະເບີດມາຖິ້ມລົງໃສ່ຜືນແຜ່ນດິນລາວ, ເຊິ່ງມີປະມານ 3 ລ້ານໂຕນ, ໃນນັ້ນ ມີລະເບີດລູກຫວ່ານ (ລະເບີດບົມບີ) ປະມານ 270 ລ້ານໜ່ວຍ ແລະ ນັກວິຊາການດ້ານລະເບີດຄາດຄະເນວ່າ 30% ລະເບີດດັ່ງກ່າວ ແມ່ນບໍ່ທັນແຕກ ໝາຍຄວາມວ່າພາຍຫລັງສົງຄາມສິ້ນສຸດ ຍັງມີລະເບີດລູກ ຫວ່ານປະມານ 80 ລ້ານໜ່ວຍ ແລະ ບົມໃຫຍ່ອີກຫລາຍລ້ານໜ່ວຍ ບໍ່ທັນແຕກທີ່ຕົກຄ້າງຢູ່ສປປ ລາວ.
ໃນຄາດໝາຍສູ້ຊົນ ຕາມແຜນຍຸດທະສາດ ວ່າດ້ວຍການແກ້ໄຂລະເບີດບໍ່ທັນແຕກຂອງ ສປປ ລາວ ໄດ້ກຳນົດວ່າ: ການເກັບກູ້ລະເບີດທີ່ບໍ່ທັນແຕກຢູ່ ສປປ ລາວ ແມ່ນໃຫ້ໄດ້ 10.000 ເຮັກຕາຕໍ່ປີ, ແຕ່ການຈັດຕັ້ງປະຕິບັດຕົວຈິງ ແມ່ນບໍ່ສາມາດບັນລຸຕາມຄາດໝາຍສູ້ຊົນດັ່ງກ່າວໄດ້, ສາມາດເກັບກູ້ລະ ເບີດໄດ້ສູງສຸດ 8.000 ເຮັກຕາຕໍ່ປີ (ເປັນການສະເລ່ຍ), ເຊິ່ງສາເຫດຫລັກ ຍ້ອນບັນຫາທາງດ້ານງົບ ປະມານທີ່ບໍ່ພຽງພໍ. ມາຮອດປັດຈຸບັນ, ສປປ ລາວ ສາມາດເກັບກູ້ລະເບີດບໍ່ທັນແຕກ ໄດ້ສະເລ່ຍປະມານ 1% ຂອງຈຳນວນລະເບີດທີ່ບໍ່ທັນແຕກທັງໝົດ.