ກວດພົບຮ້ານອີນເຕີເນັດກາເຟ 2 ຮ້ານທີ່ບໍ່ປະຕິບັດຄຳສັ່ງເລກທີ 15/ນຍ


ໃນຄືນວັນທີ 23 ເມສາ 2021 ພະແນກຕຳຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ລົງກວດກາບັນດາຮ້ານກິນດື່ມ ແລະ ຮ້ານອິນເຕີເນັດ ຈໍານວນ 11 ຮ້ານ ຢູ່ເມືອງສີໂຄດຕະບອງ ແລະ ເມືອງສີສັດຕະນາກ ນວ ໃນນັ້ນ ມີຈຳນວນ 2 ຮ້ານ ທີ່ບໍ່ປະຕິບັດຕາມຄຳສັ່ງຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ຍັງເປີດບໍລິການ ແລະ ໄດ້ປິດ ພ້ອມທັງ ເຮັດບົດບັນທຶກສຶກສາອົບຮົມເຈົ້າຂອງຮ້ານ.
ພັທ ຄໍາພອນ ພົມມະຈັນ ຫົວໜ້າພະແນກຕຳຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ
ໄດ້ໃຫ້ຮູ້ວ່າ: ໂດຍປະຕິບັດຕາມທິດຊີ້ນຳຂອງກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະ ຂໍ້ຕົກລົງ ເລກທີ 120/ຫຕຫຼ ລົງວັນທີ 20 ເມສາ 2021 ວ່າດ້ວຍການແຕ່ງຕັ້ງນາຍ ແລະ ພົນຕຳຫຼວດລົງແກ້ໄຂບັນດາຮ້ານອາຫານ, ຮ້ານກິນດື່ມ ທີ່ບໍ່ປະຕິບັດຕາມຄຳສັ່ງຂອງ ທ່ານນາຍົກລັດຖະມົນຕີ ຈຶ່ງໄດ້ເຮັດບົດບັນທຶກສຶກສາອົບຮົມ ແລ້ວໃຫ້ປິດຮ້ານ ມີຈໍານວນ 2 ຮ້ານຄື: ຮ້ານ VD ອີນເຕີເນັດ ແລະ ຮ້ານອຸໄດ ອີນເຕີເນັດ ຢູ່ເມືອງສີໂຄດຕະບອງ ນວ
ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງເຈົ້າຂອງກິດຈະການ, ຫົວໜ່ວຍທຸລະກິດຕ່າງໆ ໃຫ້ປິດສະຖານທີ່ໃຫ້ບໍລິການຂອງຕົນ ເພື່ອປ້ອງກັນບໍ່ໃຫ້ພະຍາດໂຄວິດ-19 ມີການແຜ່ລະບາດເພິ່ມຂຶ້ນ, ຕໍ່ກັບຜູ້ລະເມີດ ຖ້າກວດພົບແມ່ນໃຫ້ເຮັດບົດບັນທຶກກ່າວເຕືອນ, ຖ້າຍັງສືບຕໍ່ແມ່ນໃຫ້ຢຶດໃບທະບຽນ, ປິດກິດຈະການ ພ້ອມທັງມອບໃຫ້ເຈົ້າຂອງຮ້ານຖ້າມີເຫດການກໍລະນີຕິດເຊື້ອພະຍາດໂຄວິດ-19 ຕ້ອງຮັບຜິດຊອບທາງແພ່ງ ແລະ ທາງອາຍາ ຕໍ່ຜົນເສຍຫາຍທີ່ເກີດຂຶ້ນ ແລະ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທຸກຊັ້ນຄົນຈົ່ງຊ່ວຍກັນເປັນຫູເປັນຕາ ຖ້າພົບເຫັນວ່າສະຖານທີ່ໃດຫາກມີການລະເມີດຕາມຄຳສັ່ງ, ແຈ້ງການ ແລະ ມີການຊຸມນຸມທີ່ເປັນ ຄວາມສ່ຽງໃນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແຈ້ງເຈົ້າໜ້າທີ່ບ່ອນທີ່ໃກ້ທີ່ສຸດ ຫຼື ແຈ້ງທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານທາງຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.