ສະວິດເຊີແລນ ສ້າງລະບົບທະນາຄານທີ່ລັບທີ່ສຸດໃນໂລກໄດ້ແນວໃດ ?

ສະວິດເຊີແລນ ໄດ້ຂຶ້ນຊື່ວ່າເປັນປະເທດທີ່ມີລະບົບການເງິນແຂງແກ່ນເປັນອັນດັບຕົ້ນໆຂອງໂລກ, ຮູ້ບໍ່ວ່າຄ່າເງິນຟຣັງສະວິດ ໄດ້ຖືກຈັດຢູ່ໃນສະກຸນເງິນທີ່ມີອິດທິພົນຕໍ່ລະບົບເສດຖະກິດໂລກ ເຊິ່ງບໍ່ເປັນສິ່ງແປກໃຈ ຖ້າສະວິດຈະມີລະບົບທະນາຄານທີ່ດີທີ່ສຸດໄດ້ ແລະ ລະບົບທະນາຄານຂອງສະວິດມີດີແນວໃດ ?
ຖ້າທ່ານຢາກມີບ່ອນໄວ້ເງິນທີ່ປອດໄພ ບໍ່ມີໃຜມາປິດລະບົບແລ້ວໜີຄືຢູ່ໃນຂ່າວ ທ່ານຈະໄດ້ຮັບຄຳແນະນຳຈາກຄົນອ້ອມຂ້າງວ່າ “ເອົາເງິນໄປຝາກຢູ່ທະນາຄານໃນສະວິດເຊີແລນ” ແລ້ວເປັນຫຍັງຈຶ່ງຕ້ອງເປັນສະວິດເຊີແລນ ?
ຄຳຕອບຄື ທະນາຄານສະວິດຮັກສາຄວາມລັບຂອງລູກຄ້າໄດ້ດີທີ່ສຸດໃນໂລກ ເຊິ່ງຊື່ສຽງຮຽງນາມໃນດ້ານນີ້ຂອງສະວິດ ເລີ່ມຕົ້ນຂຶ້ນນັບແຕ່ປີ 1934 ດ້ວຍການຮ່າງຍັດຕິການທະນາຄານຂຶ້ນມາ, ຍັດຕິສະບັບນີ້ ເຮັດໃຫ້ການເປີດເຜີຍບັນຊີຕໍ່ບຸກຄົນພາຍນອກທີ່ອາດກໍ່ໃຫ້ເກີດອາຊະຍາກຳທາງເງິນ ກາຍເປັນເລື່ອງຍາກ ນັ້ນຈຶ່ງເຮັດໃຫ້ເງິນຈາກຕ່າງປະເທດຫລັ່ງໄຫລເຂົ້າມາຝາກເງິນໃນສະວິດເພີ່ມຂຶ້ນເປັນຈຳນວນຫລາຍ.
ແຕ່ຄວາມຈິງແລ້ວ ຮູ້ ຫລື ບໍ່ວ່າ ຄວາມລັບທາງການເງິນຂອງສະວິດເລີ່ມຕົ້ນເມື່ອ 300 ປີມາແລ້ວ ໂດຍກະສັດແຫ່ງຝຣັ່ງສະໄໝນັ້ນ ຕ້ອງການເລືອກທະນາຄານທີ່ມີການຮັກສາຄວາມລັບຢ່າງເຂັ້ມງວດ ແລະ ຕ້ອງມີຊັບພະຍາກອນທາງການເງິນຊ່ວຍໜູນຈຳນວນຫລາຍ ພ້ອມສຳລັບສະພາບຄ່ອງໃນທຸກສະຖານການ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າລະດັບ VIP ພະນັກງານທະນາຄານຊາວສະວິດໃນຍຸກນັ້ນ ຈຶ່ງໄດ້ລະດົມຄວາມຄິດພັດທະນາລະຫັດລັບກ່ຽວກັບການທະນາຄານນອກປະເທດ ແລະ ດ້ວຍຄວາມຊື່ຕົງ ແລະ ມີຈັນຍາບັນໃນການເບິ່ງແຍງບັນຊີ ຈຶ່ງເຮັດໃຫ້ຊື່ສຽງຂອງສະວິດເຊີແລນ ເປັນບ່ອນຫລົບໄພສຳລັບໃຜກໍຕາມທີ່ຕ້ອງການລີ້ໄພ ຫລື ຮັກສາຄວາມລັບທາງການເງິນ.
ຮູ້ ຫລື ບໍ່ວ່າ ສະວິດເປັນໜຶ່ງໃນປະເທດທີ່ມີມາດຕະການເພີ່ມຕື່ມເພື່ອຮັກສາບັນຊີທະນາຄານຂອງລູກຄ້າເປັນສ່ວນຕົວ ແລະ ປອດໄພ ເຊັ່ນດຽວກັບ ເດນມາກ, ອອສເຕຼຍ, ສິງກະໂປ, ຮົງກົງ, ປານາມາ ແລະ ອຸຣຸໄກວ, ແຕ່ເປັນຫຍັງ ລູກຄ້າຈຶ່ງຍົກໃຫ້ສະວິດຢູ່ໃນລາຍຊື່ອັນດັບທຳອິດຂອງການຝາກເງິນ ?
ແນ່ນອນວ່າຫລາຍປະເທດທີ່ຍົກຕົວຢ່າງມາເບື້ອງຕົ້ນ ລ້ວນແລ້ວແຕ່ເປັນແຫລ່ງເກັບຊັບສິນ ແລະ ເປັນອູ່ເງິນອູ່ທອງແຫ່ງການລົງທຶນ, ແຕ່ປັດໄຈຫລັກທີ່ຄົນເລືອກສະວິດ ເພາະສະຖຽນລະພາບທາງການເງິນທີ່ດີ, ເສດຖະກິດ ແລະ ການເມືອງຂອງປະເທດຍັງເປັນກາງໃນທຸກຄວາມຂັດແຍ່ງໃສະຕະວັດທີ 20. ຄວາມເປັນກາງນີ້ເອງ ເຮັດໃຫ້ສະວິດເປັນສະຖານທີ່ທີ່ເໝາະສົມສຳລັບການຮັກສາຄວາມປອດໄພໃນຊັບສິນ, ສຳຄັນຄື “ການເກັບພາສີຕໍ່າ” ໂດຍຜູ້ທີ່ຖືບັນຊີຕ່າງປະເທດໃນສະວິດ ບໍ່ຕ້ອງຈ່າຍພາສີເລີຍ ຕາບໃດທີ່ລາຍໄດ້ບໍ່ໄດ້ມາຈາກ ການຮ່ວມທຶນບໍລິສັດ ຫລື ຫຸ້ນສະວິດ. ນອກຈາກນີ້ ພຽງແຕ່ຊື່ບັນຊີທະນາຄານກໍມີພຽງແຕ່ພະນັກງານທີ່ຮັບຜິດຊອບລູກຄ້າຄົນນັ້ນໆທີ່ຮູ້, ສ່ວນພະນັກງານຄົນອື່ນໃນບໍລິສັດບໍ່ມີໃຜທີ່ສາມາດຮູ້ໄດ້. ເພາະສະນັ້ນ ພຽງແຕ່ຊື່ຍັງລ້ວງຄວາມລັບຍາກແລ້ວ ແລ້ວໃຜຈະມາກໍ່ອາຊະຍາກຳທາງການເງິນໃນບັນຊີໄດ້. ດ້ວຍເຫດຜົນຫລວງຫລາຍປະການທີ່ກ່າວມາ ເຮັດໃຫ້ສະວິດມີລະບົບການເງິນທີ່ແຂງແກ່ນ.