ຫລັງຈາກກັກຕົວເອື້ອຍຮັກ ກໍລະນີຜູ້ຕິດເຊື້ອ 59 ຄົບ 14 ວັນ ແມ່ນຈະຖືກດຳເນີນຄະດີຕາມລະບຽບກົດໝາຍ ສປປ ລາວ


ທ່ານ ພັອ ສາຍສະໝິງ ສີວິໄລ ຫົວໜ້າກົມຕຳຫລວດກວດຄົນເຂົ້າ-ອອກເມືອງ ໃຫ້ຮູ້ວ່າ: ພາຍຫລັງທາງເຈົ້າໜ້າທີ່ຝ່າຍລາວ ໄດ້ໄປຮັບເອົາ ນາງ ພາວະດີ ວິພາກອນ ຫລື ຕຸກຕິກ (ເອື້ອຍຮັກ ກໍລະນີຜູ້ຕິດເຊື້ອ 59) ກັບມາ ສປປ ລາວ, ເຊິ່ງຄະນະສະເພາະກິດຂັ້ນກະຊວງ ແລະ ສູນກາງໄດ້ນຳຕົວຜູ້ກ່ຽວໄປຈຳກັດບໍລິເວນໃຫ້ຄົບ 14 ວັນ ເພື່ອຕິດຕາມອາການວ່າບໍ່ມີເຊື້ອໂຄວິດ-19 ແລ້ວ ແລະ ບໍ່ນຳເຊື້ອໄປແພ່ໃສ່ບ່ອນອື່ນອີກ.


ພ້ອມນີ້, ຫລັງຈາກຈຳກັດບໍລິເວນຜູ້ກ່ຽວຄົບ 14 ວັນ ແລ້ວ ທາງເຈົ້າໜ້າທີ່ແມ່ນຈະໄດ້ດຳເນີນຄະດີຜູ້ກ່ຽວຕາມກົດໝາຍລະບຽບການ ກໍຄືກົນໄກຂະບວນການຍຸຕິທໍາຂອງ ສປປ ລາວ, ເຊິ່ງການກະທໍາຂອງຜູ້ກ່ຽວແມ່ນຄວາມຜິດທີ່ເຂົ້າ-ອອກເມືອງ ແບບຜິດກົດໝາຍ ແລະ ພາຄົນຕ່າງປະເທດເຂົ້າເມືອງແບບຜິດກົດໝາຍ ໂດຍລະເມີດກົດໝາຍວ່າດ້ວຍການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ ເລກທີ 59 ລົງວັນທີ 26 ທັນວາ 2014, ນອກນັ້ນກໍຍັງນຳເອົາເຊື້ອພະຍາດມາແພ່ລາມໃນ ສປປ ລາວ ເຊິ່ງເປັນການລະເມີດກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່, ປະມວນກົດໝາຍອາຍາ ມາດຕາ 128-199 ແລະ ກົດໝາຍ ລະບຽບການອື່ນໆທີ່ກ່ຽວຂ້ອງ.