ຮູ້ຈັກ Black Fungus ເຊື້ອລາດຳທີ່ກຳລັງຊໍ້າຕື່ມວິກິດໂຄວິດ-19 ໃນອິນເດຍ

ຮູ້ຈັກ Black Fungus ເຊື້ອລາດຳທີ່ກຳລັງຊໍ້າຕື່ມວິກິດໂຄວິດ-19 ໃນອິນເດຍ - Black fungus 179899823f9 large - ຮູ້ຈັກ Black Fungus ເຊື້ອລາດຳທີ່ກຳລັງຊໍ້າຕື່ມວິກິດໂຄວິດ-19 ໃນອິນເດຍ
ຮູ້ຈັກ Black Fungus ເຊື້ອລາດຳທີ່ກຳລັງຊໍ້າຕື່ມວິກິດໂຄວິດ-19 ໃນອິນເດຍ - AGL banner - ຮູ້ຈັກ Black Fungus ເຊື້ອລາດຳທີ່ກຳລັງຊໍ້າຕື່ມວິກິດໂຄວິດ-19 ໃນອິນເດຍ

ນັບແຕ່ຕົ້ນເດືອນພຶດສະພາຜ່ານມາ, ແພດໃນອິນເດຍເລີ່ມສະແດງຄວາມກັງວົນ ແລະ ສົ່ງສັນຍານເຕືອນບັນຫາການເພີ່ມຂຶ້ນຢ່າງວ່ອງໄວຂອງກໍລະນີການຕິດເຊື້ອມິວຄໍໄມໂຄຊິສ (Mucormycosis) ຫລື ຮູ້ຈັກໃນຊື່ເຊື້ອລາດຳ (Black Fungus) ເຊິ່ງປົກກະຕິແລ້ວເກີດຂຶ້ນໄດ້ຍາກ, ແຕ່ມີຄວາມຮ້າຍແຮງ ແລະ ມີອັດຕາການເສຍຊີວິດສູງກວ່າ 50%.

ສິ່ງທີ່ໜ້າກັງວົນ ຄືກໍລະນີການຕິດເຊື້ອລາດຳທີ່ເພີ່ມສູງຂຶ້ນທົ່ວປະເທດເກືອບ 9.000 ຄົນ ສ່ວນຫລາຍພົບໃນຜູ້ຕິດເຊື້ອໂຄວິດ-19 ເຊິ່ງບາງຄົນທີ່ກຳລັງຟື້ນຕົວແຕ່ມີພູມຕ້ານທານຮ່າງກາຍທີ່ອ່ອນແອ ຫລື ມີພະຍາດປະຈຳຕົວຄືເບົາຫວານ ອາການພັດຊຸດໜັກເພາະເຊື້ອລາມໍລະນະນີ້ ໂດຍຊ່ວງອາທິດຜ່ານມາ ມີລາຍງານຜູ້ເສຍຊີວິດຈາກເຊື້ອລາດຳແລ້ວຢ່າງໜ້ອຍ 90 ຄົນ.

ຂະນະທີ່ 2 ລັດໃນອິນເດຍຕັດສິນໃຈປະກາດໃຫ້ກໍລະນີການຕິດເຊື້ອລາດຳທີ່ເພີ່ມຂຶ້ນເປັນພະຍາດລະບາດ ເຖິງວ່າຈະບໍ່ພົບການລະບາດຈາກຄົນສູ່ຄົນ ເຊັ່ນດຽວກັບລັດຖະບານກາງທີ່ເຝົ້າຕິດຕາມກໍລະນີການຕິດເຊື້ອລາດຳໃນຖານະພະຍາດລະບາດທີ່ກຳລັງຊໍ້າຕື່ມສະຖານະການໂຄວິດ-19.

ເຊື້ອລາດຳຄືຫຍັງ ? ຕິດເຊື້ອໄດ້ແນວໃດ ? ແລະ ເປັນຕາຢ້ານຊໍ່າໃດ ?

ມິວຄໍໄມໂຄຊິສ (Mucormycosis) ຄືເຊື້ອລາທີ່ພົບໃນສະພາບແວດລ້ອມທີ່ອັບຊຸ່ມ ເຊັ່ນໃນດິນ ຫລື ປຸ໋ຍໝັກ ປົກກະຕິບໍ່ແມ່ນເຊື້ອລາທີ່ເປັນອັນຕະລາຍຕໍ່ຄົນສ່ວນຫລາຍທີ່ຮ່າງກາຍແຂງແຮງ ແລະ ບໍ່ລະບາດຈາກຄົນສູ່ຄົນ, ແຕ່ສຳລັບຜູ້ທີ່ມີລະບົບພູມຕ້ານທານຮ່າງກາຍອ່ອນແອ, ຜູ້ເປັນເບົາຫວານ, ຜູ້ທີ່ຮັບປະທານຢາສະເຕຍຣອຍ ແລະ ຜູ້ທີ່ມີອາການຮ່ວມອື່ນໆ ເຊັ່ນມະເຮັງ ຫລື ການປູກຖ່າຍອະໄວຍະວະ ອາດກໍ່ໃຫ້ເກີດການຕິດເຊື້ອໄດ້ງ່າຍ ແລະ ຮຸນແຮງຂຶ້ນ ເຊິ່ງໃນອິນເດຍມີປະຊາກອນຜູ້ໃຫຍ່ທີ່ເຈັບເປັນດ້ວຍພະຍາດເບົາຫວານສູງເຖິງ 12-18%.

ການຕິດເຊື້ອລາດຳອາດເກີດໄດ້ຫລາຍທາງ ທັງທາງລະບົບທາງເດີນຫາຍໃຈຈາກການສູບດົມສະປໍເຊື້ອລາເຂົ້າສູ່ຮ່າງກາຍ, ການກືນສະປໍເຊື້ອລາທີ່ປົນເປື້ອນໃນອາຫານ ຫລື ຕິດເຊື້ອທາງຜິວໜັງຈາກການປົນເປື້ອນໃນບາດແຜ.

ເຊື້ອລາດຳສາມາດແຜ່ກະຈາຍໄປສູ່ອະໄວຍະວະຕ່າງໆໃນຮ່າງກາຍເຊັ່ນ: ດວງຕາ, ປອດ ຫລື ສະໝອງ ແລະ ກໍ່ໃຫ້ເກີດອາການດຳຄ້ຳ ການປ່ຽນສີຢູ່ດັງ, ຕາມົວ ຫລື ເຫັນພາບຊ້ອນ, ເຈັບໜ້າເອິກ, ຫາຍໃຈລຳບາກ ຫລື ໄອເປັນເລືອດ ເຊິ່ງໃນຄົນເຈັບທີ່ເຊື້ອລາເຂົ້າສູ່ສະໝອງ ອາດເຮັດໃຫ້ສູນເສຍກາຍແນມເຫັນ ຫລື ເກີດໂພງໃນໃບໜ້າ.

ທີ່ມາຂອງຊື່ ເຊື້ອລາດຳ ເກີດຈາກການທີ່ເຊື້ອລາບຸກເຂົ້າໄປໃນຫລອດເລືອດ ແລະ ເຮັດໃຫ້ການໄຫລວຽນເລືອດໃນອະໄວຍະວະສ່ວນປາຍຫລຸດລົງ ຈົນກໍ່ໃຫ້ເກີດເນື້ອຮ້າຍ ຫລື ການຕາຍຂອງເນື້ອເຫຍື່ອເຊິ່ງຈະກາຍເປັນສີດຳ.

CDC ລະບຸຜົນການສຶກສາວິໄຈຜູ້ຕິດເຊື້ອລາດຳ 929 ຄົນ ຢ້ອນໄປແຕ່ປີ 1885 ພົບອັດຕາການເສຍຊີວິດລວມສູງເຖິງ 54%.

ການເຊື່ອມໂຍງລະຫວ່າງເຊື້ອລາດຳກັບໂຄວິດ-19

ການຕິດເຊື້ອລາດຳຈະເກີດໄດ້ງ່າຍເປັນພິເສດສຳລັບຜູ້ທີ່ມີລະບົບພູມຕ້ານທານບໍ່ແຂງແຮງ ເຊິ່ງຜູ້ຕິດເຊື້ອໂຄວິດ-19 ມີພູມຕ້ານທານໃນຮ່າງກາຍທີ່ອ່ອນແອຈາກໄວຣັສ ແລະ ການໃຊ້ຢາສະເຕຍຣອຍປິ່ນປົວອາການອັກເສບໃນປອດທີ່ມີຜົນກົດພູມຕ້ານທານ.

ຜູ້ຕິດເຊື້ອໂຄວິດ-19 ຫລາຍຄົນໃນອິນເດຍທີ່ກຳລັງຢູ່ລະຫວ່າງຟື້ນຕົວ ແລະ ມີພູມຕ້ານທານຕໍ່າ ພົບວ່າຕິດເຊື້ອລາດຳຈົນເຮັດໃຫ້ອາການໜັກ.

ຜູ້ຕິດເຊື້ອໂຄວິດ-19 ທີ່ຮັບການປິ່ນປົວດ້ວຍການໃຫ້ອົກຊີໃນຫ້ອງ ICU ອາດມີການຕິດຕັ້ງເຄື່ອງເຮັດຄວາມຊຸ່ມໃນຫ້ອງ ເຊິ່ງເພີ່ມການສຳຜັດຄວາມຊຸ່ມ ແລະ ເຮັດໃຫ້ມີທ່າອ່ຽງຕິດເຊື້ອລາໄດ້ສູງຂຶ້ນ.

ການປິ່ນປົວເຊື້ອລາດຳ

ຮູ້ຈັກ Black Fungus ເຊື້ອລາດຳທີ່ກຳລັງຊໍ້າຕື່ມວິກິດໂຄວິດ-19 ໃນອິນເດຍ - Wave100S AD to Website 2020 0 - ຮູ້ຈັກ Black Fungus ເຊື້ອລາດຳທີ່ກຳລັງຊໍ້າຕື່ມວິກິດໂຄວິດ-19 ໃນອິນເດຍ

ເຊື້ອລາດຳສາມາດປິ່ນປົວໄດ້ດ້ວຍການໃຫ້ຢາຕ້ານເຊື້ອລາ ເຊິ່ງມັກຈະໃຫ້ທາງຫລອດເລືອດດຳ, ຊະນິດຢາທີ່ໃຊ້ຫລາຍທີ່ສຸດ ຄືຢາ Amphotericin B ເຊິ່ງກຳລັງຖືກນຳມາໃຊ້ຕໍ່ຕ້ານການລະບາດໃນອິນເດຍ, ແຕ່ປັດຈຸບັນເລີ່ມເກີດການຂາດເຂີນໃນຫລາຍໂຮງໝໍ ເນື່ອງຈາກຈຳນວນຜູ້ຕິດເຊື້ອທີ່ເພີ່ມສູງຂຶ້ນຢ່າງວ່ອງໄວຈົນເຮັດໃຫ້ຢາຂາດຕະຫລາດ.

ຄົນເຈັບທີ່ຕິດເຊື້ອລາດຳອາດໃຊ້ຢາປິ່ນປົວເຖິງ 6 ອາທິດກວ່າຈະຟື້ນຕົວ ໂດຍການຟື້ນຕົວນັ້ນຂຶ້ນຢູ່ກັບວ່າໄດ້ຮັບການບົ່ງມະຕິ ແລະ ປິ່ນປົວໄວຊໍ່າໃດ.

ຫລາຍເທື່ອທີ່ຈຳເປັນຕ້ອງມີການຜ່າຕັດເອົາເນື້ອເຫຍື່ອທີ່ຕາຍ ຫລື ຕິດເຊື້ອອອກໄປຈາກຮ່າງກາຍຂອງຄົນເຈັບ ເຊິ່ງອາດກໍ່ໃຫ້ເກີດການສູນເສຍອະໄວຍະວະ ຄືຄາງກະໄຕເທິງ ຫລື ດວງຕາ.

ການລະບາດຂອງເຊື້ອລາດຳເກີດຂຶ້ນເລື້ອຍໆ ຫລື ບໍ່

ການຕິດເຊື້ອລາດຳນັ້ນພົບໄດ້ທົ່ວໂລກ, ແຕ່ຄວາມຈິງແລ້ວ ເກີດຂຶ້ນໄດ້ຂ້ອນຂ້າງຍາກ.

CDC ອາເມລິກາ ເປີດເຜີຍຂໍ້ມູນຈາກການສຳຫລວດໃນເຂດອ່າວຊານຟຣານຊິສໂກ ລະຫວ່າງປີ 1992 ແລະ 1993 ພົບກໍລະນີການຕິດເຊື້ອລາດຳ ປີລະປະມານ 1,7 ຄົນ ຕໍ່ຈຳນວນປະຊາກອນ 1 ລ້ານຄົນ.

ໃນອິນເດຍ ອັດຕາການຕິດເຊື້ອລາດຳສູງກວ່າທົ່ວໂລກ 70 ເທົ່າ ໂດຍມີຫລາຍປັດໄຈທີ່ເອື້ອອຳນວຍໃຫ້ເກີດການຕິດເຊື້ອໄດ້ງ່າຍເຊັ່ນ: ອັດຕາຜູ້ເປັນພະຍາດເບົາຫວານທີ່ສູງເກີນຄວບຄຸມ ແລະ ປະຊາຊົນຈຳນວນຫລາຍບໍ່ເຄີຍເຂົ້າຮັບການກວດສຸຂະພາບ.

ສະພາບອາກາດໃນປະເທດທີ່ຮ້ອນຊຸ່ມ ເຮັດໃຫ້ເຊື້ອລາດຳເຕີບໃຫຍ່ໄດ້ງ່າຍ ແລະ ເປັນໄປໄດ້ວ່າການລະບາດຂອງເຊື້ອລາດຳທີ່ພົບໃນອິນເດຍຕອນນີ້ເປັນເພາະຢູ່ໃນຊ່ວງລະດູຮ້ອນ.

ສະຖານະການລະບາດຂອງເຊື້ອລາດຳໃນອິນເດຍເວລານີ້

ພົບຜູ້ຕິດເຊື້ອລາດຳໃນອິນເດຍເກີນ 8.800 ຄົນ ແລະ ເສຍຊີວິດແລ້ວຢ່າງໜ້ອຍ 250 ຄົນ.

ມີ 5 ລັດທີ່ພົບກໍລະນີຜູ້ຕິດເຊື້ອລາດຳຫລາຍທີ່ສຸດ ໄດ້ແກ່ ມະຫາຣາດຣະ, ມັດຍະປະເທດ, ຫໍຢານາ, ເຕລັງການາ ແລະ ຄຸຊະຣາດ ໂດຍລັດມະຫາຣາດຣະມີຜູ້ຕິດເຊື້ອສູງສຸດຫລາຍກວ່າ 2.000 ຄົນ ໃນຈຳນວນນີ້ເຂົ້າຮັບການປິ່ນປົວຢູ່ໂຮງໝໍ 800 ຄົນ ແລະ ເສຍຊີວິດ 90 ຄົນ.

ໃນອາທິດຜ່ານມາ, ລັດຖະບານກາງອິນເດຍປະກາດໃຫ້ເຊື້ອລາມິວຄໍໄມໂຄຊິສເປັນພະຍາດລະບາດທີ່ແຈ້ງໃຫ້ຮູ້ໄດ້ (Notifiable Disease) ໝາຍຄວາມວ່າທຸກລັດ ແລະ ດິນແດນຂອງອິນເດຍຕ້ອງລາຍງານກໍລະນີຜູ້ຕິດເຊື້ອແກ່ລັດຖະບານກາງ.

ອ້າງອີງ:

ຮູ້ຈັກ Black Fungus ເຊື້ອລາດຳທີ່ກຳລັງຊໍ້າຕື່ມວິກິດໂຄວິດ-19 ໃນອິນເດຍ - WhatsApp Image 2020 05 27 at 5 - ຮູ້ຈັກ Black Fungus ເຊື້ອລາດຳທີ່ກຳລັງຊໍ້າຕື່ມວິກິດໂຄວິດ-19 ໃນອິນເດຍ
ຮູ້ຈັກ Black Fungus ເຊື້ອລາດຳທີ່ກຳລັງຊໍ້າຕື່ມວິກິດໂຄວິດ-19 ໃນອິນເດຍ - WhatsApp Image 2020 05 27 at 5 - ຮູ້ຈັກ Black Fungus ເຊື້ອລາດຳທີ່ກຳລັງຊໍ້າຕື່ມວິກິດໂຄວິດ-19 ໃນອິນເດຍ
No comments yet! You be the first to comment.

Leave a Reply

Your email address will not be published.

This site uses Akismet to reduce spam. Learn how your comment data is processed.

error: Alert: ເນື້ອຫາຂ່າວມີລິຂະສິດ !!