ສາທາລະນະສຸກອັງກິດເຜີຍ ພົບຜູ້ຕິດເຊື້ອໂຄວິດ-19 ກາຍພັນຊະນິດໃໝ່ທີ່ມາຈາກໄທ ຢ່າງໜ້ອຍ 109 ຄົນ

ສາທາລະນະສຸກອັງກິດເຜີຍ ພົບຜູ້ຕິດເຊື້ອໂຄວິດ-19 ກາຍພັນຊະນິດໃໝ່ທີ່ມາຈາກໄທ ຢ່າງໜ້ອຍ 109 ຄົນ -                 2 - ສາທາລະນະສຸກອັງກິດເຜີຍ ພົບຜູ້ຕິດເຊື້ອໂຄວິດ-19 ກາຍພັນຊະນິດໃໝ່ທີ່ມາຈາກໄທ ຢ່າງໜ້ອຍ 109 ຄົນ
ສາທາລະນະສຸກອັງກິດເຜີຍ ພົບຜູ້ຕິດເຊື້ອໂຄວິດ-19 ກາຍພັນຊະນິດໃໝ່ທີ່ມາຈາກໄທ ຢ່າງໜ້ອຍ 109 ຄົນ - kitchen vibe - ສາທາລະນະສຸກອັງກິດເຜີຍ ພົບຜູ້ຕິດເຊື້ອໂຄວິດ-19 ກາຍພັນຊະນິດໃໝ່ທີ່ມາຈາກໄທ ຢ່າງໜ້ອຍ 109 ຄົນ

ວັນທີ 27 ພຶດສະພາ 2021, ສຳນັກງານສາທາລະນະສຸກອັງກິດ (Public Health England: PHE) ເຜີຍພົບຜູ້ຕິດເຊື້ອໂຄວິດ-19 ກາຍພັນຊະນິດໃໝ່ທີ່ມາຈາກໄທແລ້ວຢ່າງໜ້ອຍ 109 ຄົນ ໂດຍຕັ້ງຊື່ວ່າ: VUI-21MAY-02 (C.36.3) ເປັນສາຍພັນທີ່ກຳລັງຢູ່ໃນຊ່ວງກວດສອບ (Variant Under Investigation: VUI) ພ້ອມລະບຸວ່າ: ເຊື້ອສາຍພັນ C.36.3 ກວດພົບຄັ້ງທຳອິດໃນໄທໃນຜູ້ທີ່ເດີນທາງມາຈາກອີຢິບ.

ຈາກລາຍງານດັ່ງກ່າວ ອ້າງເຖິງການຕິດຕາມສະຖານະການການແຜ່ລະບາດຂອງໂຄວິດ-19 ກາຍພັນ ໂດຍ GISAID ເມື່ອວັນທີ 26 ພຶດສະພາຜ່ານມາ ໂດຍລະບຸວ່າ: ເຊື້ອໂຄວິດ-19 ສາຍພັນນີ້ກວດພົບແລ້ວໃນ 34 ປະເທດທົ່ວໂລກ ໂດຍເຢຍລະມັນມີຜູ້ຕິດເຊື້ອ C.36.3 ແລ້ວ 148 ຄົນ, ຮອງລົງມາແມ່ນອາເມລິກາ 144 ຄົນ.

ສາທາລະນະສຸກອັງກິດເຜີຍ ພົບຜູ້ຕິດເຊື້ອໂຄວິດ-19 ກາຍພັນຊະນິດໃໝ່ທີ່ມາຈາກໄທ ຢ່າງໜ້ອຍ 109 ຄົນ - Visit Laos Visit SALANA BOUTIQUE HOTEL - ສາທາລະນະສຸກອັງກິດເຜີຍ ພົບຜູ້ຕິດເຊື້ອໂຄວິດ-19 ກາຍພັນຊະນິດໃໝ່ທີ່ມາຈາກໄທ ຢ່າງໜ້ອຍ 109 ຄົນ

ເບື້ອງຕົ້ນຍັງບໍ່ພົບຫລັກຖານຢືນຢັນວ່າ: ເຊື້ອໂຄວິດ-19 ກາຍພັນ ສາຍພັນ C.36.3 ນີ້ ເພີ່ມລະດັບຄວາມຮຸນແຮງຂອງພະຍາດ, ຫລຸດປະສິດທິພາບ ຫລື ສ້າງຊ່ອງຫວ່າງໃຫ້ວັກຊີນຕ້ານໂຄວິດ-19 ແຕ່ຢ່າງໃດ. ສາທາລະນະສຸກອັງກິດກຳລັງເດີນໜ້າກວດສອບ, ເກັບຮວບຮວມຂໍ້ມູນ ແລະ ສ້າງຄວາມເຂົ້າໃຈເຊື້ອກາຍພັນນີ້ໃຫ້ດີຍິ່ງຂຶ້ນ ເພື່ອສະກັດກັ້ນການແຜ່ລະບາດ.

ນອກຈາກນີ້, ອັງກິດຍັງກວດພົບເຊື້ອໂຄວິດ-19 ກາຍພັນ ສາຍພັນອື່ນໆອີກເຊັ່ນ: ສາຍພັນອັງກິດ (B.1.1.7) ທີ່ພົບຄັ້ງທຳອິດພາຍໃນປະເທດເອງ, ສາຍພັນອາຟຣິກາໃຕ້ (B.1.351), ສາຍພັນບຣາຊິລ (P.1), ສາຍພັນແຄລິຟໍເນຍ (B.1.429+B.1.427) ລວມທັງສາຍພັນອິນເດຍ (B.1.617+).

ທາງການອັງກິດອະນຸມັດການສັກວັກຊີນຕ້ານໂຄວິດ-19 ຈາກ AstraZeneca-Oxford, Pfizer ແລະ Moderna ເປັນກໍລະນີສຸກເສີນແລ້ວ. ເບື້ອງຕົ້ນສັກວັກຊີນໄປແລ້ວ 62 ລ້ານໂດສ (25 ພຶດສະພາ), 56,5% ເຂົ້າຮັບວັກຊີນແລ້ວຢ່າງໜ້ອຍ 1 ໂດສ. ຂະນະທີ່ 34,8% ຂອງປະຊາກອນທັງໝົດ 67,89 ລ້ານຄົນ ເຂົ້າຮັບວັກຊີນຄົບໂດສແລ້ວ ໂດຍທີມວິໄຈວັກຊີນຕ້ານໂຄວິດ-19 ຊະນິດຕ່າງໆກຳລັງສຶກສາ ແລະ ທົດລອງປະສິດທິພາບ ເພື່ອຮັບມືເຊື້ອໄວຣັສກາຍພັນທີ່ເກີດຂຶ້ນຢ່າງຕໍ່ເນື່ອງ.

ອ້າງອີງ:

ສາທາລະນະສຸກອັງກິດເຜີຍ ພົບຜູ້ຕິດເຊື້ອໂຄວິດ-19 ກາຍພັນຊະນິດໃໝ່ທີ່ມາຈາກໄທ ຢ່າງໜ້ອຍ 109 ຄົນ - 3 - ສາທາລະນະສຸກອັງກິດເຜີຍ ພົບຜູ້ຕິດເຊື້ອໂຄວິດ-19 ກາຍພັນຊະນິດໃໝ່ທີ່ມາຈາກໄທ ຢ່າງໜ້ອຍ 109 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!