ສານອວຍພອນ ຂອງນາຍົກລັດຖະມົນຕີ ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ 1 ມິຖຸນາ 2021

ສານອວຍພອນ ຂອງນາຍົກລັດຖະມົນຕີ ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ 1 ມິຖຸນາ 2021 - 87 1 - ສານອວຍພອນ ຂອງນາຍົກລັດຖະມົນຕີ ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ 1 ມິຖຸນາ 2021
ສານອວຍພອນ ຂອງນາຍົກລັດຖະມົນຕີ ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ 1 ມິຖຸນາ 2021 - kitchen vibe - ສານອວຍພອນ ຂອງນາຍົກລັດຖະມົນຕີ ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ 1 ມິຖຸນາ 2021

ເນື່ອງໃນໂອກາດວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ໄດ້ຫມູນວຽນມາບັນຈົບຄົບຮອບອີກ ວາລະຫນຶ່ງ, ຂ້າພະເຈົ້າຕາງຫນ້າໃຫ້ການນໍາ ພັກ-ລັດ ຂໍຝາກຄວາມຮັກແພງ ແລະ ຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນມາຍັງລູກໆຫຼານໆ ເດັກນ້ອຍລາວບັນດາເຜົ່າທຸກຖ້ວນຫນ້າໃນທົ່ວປະເທດ.

ການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ໃນທຸກໆປີຜ່ານມາ ແມ່ນປາງບຸນໃຫຍ່ຂອງເດັກນ້ອຍໃນທົ່ວໂລກ ກໍຄືເດັກນ້ອຍລາວ, ແຕ່ເປັນຫນ້າເສຍດາຍທີ່ວ່າການສະເຫຼີມສະຫຼອງຢູ່ປະເທດເຮົາ ໃນປີນີ້ແມ່ນບໍ່ສາມາດຈັດພິທີສະຫຼອງໃຫຍ່ ແລະ ບໍ່ສາມາດເຕົ້າໂຮມລູກຫຼານ ເພື່ອສະແດງອອກເຖິງຄວາມຮູ້ຄວາມສາມາດໃນລາຍການສິລະປະວັນນະຄະດີ ແລະ ການແຂ່ງຂັນຕ່າງໆຕິດພັນກັບຂະບວນການປູກຕົ້ນໄມ້ແຫ່ງຊາດຢ່າງກວ້າງຂວາງໄດ້, ເນື່ອງຈາກມີການແຜ່ລະບາດຂອງເຊື້ອພະຍາດ COVID-19 ເປັນວົງກວ້າງຢູ່ຫຼາຍບໍລິເວນ ຊຶ່ງເປັນໄພອັນຕະລາຍຕໍ່ຄວາມປອດໄພດ້ານສຸຂະພາບ ແລະ ຊີວິດຂອງປະຊາຊົນເຮົາກໍຄືເດັກນ້ອຍເຮົາ.

ສານອວຍພອນ ຂອງນາຍົກລັດຖະມົນຕີ ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ 1 ມິຖຸນາ 2021 - Visit Laos Visit SALANA BOUTIQUE HOTEL - ສານອວຍພອນ ຂອງນາຍົກລັດຖະມົນຕີ ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ 1 ມິຖຸນາ 2021

ສານອວຍພອນ ຂອງນາຍົກລັດຖະມົນຕີ ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ 1 ມິຖຸນາ 2021 - 03 300x187 - ສານອວຍພອນ ຂອງນາຍົກລັດຖະມົນຕີ ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ 1 ມິຖຸນາ 2021

ໃນປະຈຸບັນນີ້ ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ກໍາລັງສຸມໃສ່ຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງ ພັກປະຊາຊົນປະຕິວັດລາວ ແລະ ແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຊຶ່ງໃນປະຈຸບັນ ກໍ່ຄືໄລຍະຜ່ານມາ ພັກ-ລັດຖະບານ ເຮົາ ແມ່ນໄດ້ເອົາໃຈໃສ່ຢ່າງສະເຫມີຕົ້ນສະເຫມີປາຍຕໍ່ກັບ ວຽກງານການສົ່ງເສີມ, ການປົກປ້ອງເດັກ, ການຕ້ານສະກັດກັ້ນ ແລະ ແກ້ໄຂການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ. ໃນໂອກາດວັນຄົບຮອບ 30 ປີ ຂອງ ສົນທິສັນຍາວ່າດ້ວຍ ສິດທິເດັກ ແລະ ວັນຖະແຫຼງການວ່າດ້ວຍ ສິດທິເດັກ ຄົບຮອບ 60 ປີ, ພວກເຮົາໄດ້ມີການສະຫຼຸບຕີລາຄາຄືນ ຫມາກຜົນການຈັດຕັ້ງປະຕິບັດສົນທິສັນຍາສິດທິເດັກ ຕະຫຼອດ ໄລຍະ 30 ປີທີ່ຜ່ານມາ ແລະ ໄດ້ກໍານົດທິດທາງການພັດທະນາເດັກນ້ອຍລາວບັນດາເຜົ່າ ຮອດປີ 2030. ນອກນັ້ນ, ການຈັດຕັ້ງ ພັກ-ລັດ ທຸກພາກສ່ວນ ແມ່ນໄດ້ໃຫ້ຄວາມຫມາຍຫມັ້ນ ໃນການຈັດຕັ້ງ ປະຕິບັດສົນທິສັນຍາວ່າດ້ວຍ ສິດທິເດັກ ໂດຍການນໍາໃຊ້ກາລະໂອກາດ ພັດທະນາທ່າແຮງ ຂອງ ເດັກນ້ອຍລາວບັນດາເຜົ່າ ແຕ່ນີ້ຮອດປີ 2030 ແລະ ການບັນລຸເປົ້າຫມາຍການພັດທະນາແບບຍືນຍົງ.

ໃນໂອກາດນີ້ ຂ້າພະເຈົ້າ ຕາງຫນ້າໃຫ້ ພັກ ແລະ ລັດຖະບານ, ຂໍສະແດງຄວາມຍ້ອງຍໍຊົມເຊຍ ແລະ ສະແດງຄວາມຂອບໃຈ ຕໍ່ຄະນະກໍາມາທິການເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ຄະນະກາມາທິການເພື່ອ ແມ່ ແລະ ເດັກ ທຸກຂັ້ນ, ອົງການຈັດຕັ້ງພັກ-ລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ, ອົງການ ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສາກົນ, ພາກສ່ວນທຸລະກິດຂອງລັດ, ຂອງເອກະຊົນ ຕະຫຼອດຮອດພໍ່ແມ່ປະຊາຊົນລາວ ລວມທັງເດັກນ້ອຍລາວ ໃນທົ່ວປະເທດ ທີ່ໄດ້ສະຫນັບສະຫນູນ ແລະ ປະກອບສ່ວນຢ່າງຕັ້ງຫນ້າ ເຮັດໃຫ້ວຽກ ແມ່ ແລະ ເດັກ ໄດ້ຮັບການປັບປຸງດີຂຶ້ນ ແລະ ມີຜົນສໍາເລັດເປັນກ້າວໆມາ.

ຄຽງຄູ່ກັບຜົນສໍາເລັດນັ້ນ, ພວກເຮົາຍັງປະເຊີນຫນ້າກັບສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນແມ່ນ ບັນຫາທາງດ້ານໂພຊະນາການ-ພາວະເດັກຂາດສານອາຫານ, ອັດຕາການເຂົ້າຮຽນໃນພາກການສຶກສາ ກ່ອນໄວຮຽນ ແລະ ການສຶກສາພາກບັງຄັບ, ການນໍາໃຊ້ສື່ສັງຄົມອອນລາຍຂອງເດັກ, ບັນຫາຢາເສບ ຕິດ ແລະ ບັນຫາອື່ນໆ ທີ່ຍັງເປັນໄພຄຸກຄາມ ແລະ ຈໍາກັດການພັດທະນາຂອງເດັກ, ນອກຈາກນັ້ນ, ຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃນສັງຄົມ ແລະ ຮີດຄອງປະເພນີຂອງບາງທອງຖິ່ນໃນເຂດທຸກຍາກ, ເຂດຫ່າງໄກສອກຫຼີກ ຍັງຍຶດຖືທັດສະນະຄະຕິແບບງົມງາຍຄອງເດີມ ແລະ ປັບປຸງປ່ຽນແປງໄດ້ຊ້າ ຊຶ່ງ ບັນຫາເຫຼົ່ານີ້ ການຈັດຕັ້ງພັກ-ລັດ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນທຸກຂັ້ນ ຕະ ຫຼອດຮອດປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນ ຈະຕ້ອງຮ່ວມແຮງຮ່ວມໃຈກັນ ແກ້ໄຂບັນຫາດັ່ງກ່າວ ນີ້ ໃຫ້ນັບມື້ນັບຫຼຸດລົງເປັນກ້າວໆ. ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ!

ສານອວຍພອນ ຂອງນາຍົກລັດຖະມົນຕີ ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ 1 ມິຖຸນາ 2021 - 780 300x207 - ສານອວຍພອນ ຂອງນາຍົກລັດຖະມົນຕີ ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ 1 ມິຖຸນາ 2021

ໃນໂອກາດສະເຫລີມສະຫລອງວັນເດັກນ້ອຍສາກົນ 01 ມິຖຸນາ ນີ້, ໃນນາມລັດຖະບານ, ຂ້າ ພະເຈົ້າ ຂໍຮຽກຮ້ອງມາຍັງ ບັນດາອົງການການຈັດຕັ້ງຂອງ ພັກ-ລັດ, ແນວລາວສ້າງຊາດ, ອົງການຈັດ ຕັ້ງມະຫາຊົນ ແລະ ຫົວຫນ່ວຍທຸລະກິດທັງພາກລັດ ແລະ ເອກະຊົນ ຕະຫລອດເຖິງປະຊາຊົນ ແລະ ເດັກນ້ອຍລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ການ ປະຕິບັດວຽກງານແມ່ ແລະ ເດັກ, ແກ້ໄຂບັນຫາທີ່ຍັງຄົງຄ້າງໃນໄລຍະຜ່ານມາ, ສ້າງເງື່ອນໄຂ ແລະ ໂອກາດໃຫ້ລູກຫຼານພວກເຮົາໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ສົດໃສ, ມີຄວາມຈະເລີນກ້າວຫນ້າຢ່າງມີຄຸນນະພາບ, ເປັນກໍາລັງຊັບພະຍາກອນມະນຸດ ທີ່ມີຄວາມເຂັ້ມແຂງຂອງຊາດ ເພື່ອສືບຕໍ່ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ ຕາມທິດທີ່ພັກເຮົາ ໄດ້ວາງໄວ້.

ອີກປະການຫນຶ່ງ, ໃນໄລຍະນີ້ເປັນໄລຍະເວລາແຫ່ງການປ່ຽນແປງການດໍາລົງຊີວິດ ໃຫ້ໄປຕາມ ວິຖີຊີວິດປົກກະຕິແບບໃຫມ່ ເພື່ອປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງ ພະຍາດ ໂຄວິດ-19. ພ້ອມກັນນີ້ ພວກເຮົາກໍ່ມີຄວາມຈໍາເປັນຕ້ອງໄດ້ ກະກຽມຈັດຕັ້ງການຮຽນ-ການສອນຄືນໃຫມ່ ເພື່ອໃຫ້ລູກຫຼານຂອງພວກເຮົາໄດ້ສືບຕໍ່ສຶກສາຮ່ໍາຮຽນ, ຂ້າພະເຈົ້າ ຈຶ່ງຂໍຮຽກຮ້ອງມາຍັງ ກະຊວງສຶກສາທິການ ແລະ ກິລາ, ຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍ່ຄືໂຮງຮຽນ, ສະຖາບັນ ການສຶກສາຊັ້ນຕ່າງໆ ຕະຫຼອດຮອດຄະນະພັກ-ອໍານາດການປົກຄອງທຸກຂັ້ນ ຈົ່ງໄດ້ເອົາໃຈໃສ່ ຮັບປະກັນຄວາມປອດໄພຢູ່ໃນ ໂຮງຮຽນ ແລະ ສະຖານທີ່ການສຶກສາ ທັງຮັບປະກັນຄຸນນະພາບຂອງ ການສຶກສາໃນທຸກຊັ້ນຮຽນ ແລະ ກ້າວສູ່ການຈັດການສອບເສັງ ໃຫ້ທັນຕາມກໍານົດເວລາຂອງການ ເປີດສົກຮຽນໃຫມ່. ສໍາລັບການຈັດຕັ້ງການປູກຕົ້ນໄມ້ແຫ່ງຊາດ ໃນທົ່ວປະເທດ ກໍ່ໃຫ້ປະຕິບັດຕາມ ເງື່ອນໄຂທີ່ສອດຄ່ອງ ຊຶ່ງບໍ່ຈໍາເປັນຈັດພິທີແບບຮູບການ ດັ່ງທີ່ເຄີຍປະຕິບັດຜ່ານມາ, ສາຄັນແມ່ນປູກ ຢ່າງມີແຜນການ ປູກແລ້ວຕ້ອງປົກປັກຮັກສາໃຫ້ຈະເລີນເຕີບໂຕໄດ້ດີ.

ໃນໂອກາດທ້າຍສຸດນີ້, ຂ້າພະເຈົ້າ ຂໍຮຽກຮ້ອງຍັງພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ, ຄູ-ອາຈານ, ນັກຮຽນ-ນັກສຶກສາ ກໍ່ຄືທຸກພາກສ່ວນໃນສັງຄົມ ຈົ່ງເອົາໃຈໃສ່ດໍາລົງຊີວິດ ປົກກະຕິແບບໃຫມ່, ຍົກສູງສະຕິການປ້ອງກັນຕົນເອງໃຫ້ດີ, ມີຄວາມຮັບຜິດຊອບສູງຕໍ່ຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ, ພ້ອມກັນຕື່ນຕົວປະຕິບັດບັນດາມາດຕະການປ້ອງກັນພະຍາດ COVID-19 ທີ່ ພັກ-ລັດ ແຕ່ລະຂັ້ນວາງອອກ ຢ່າງເຂັ້ມງວດ. ວັນເດັກນ້ອຍສາກົນ ວັນທີ 01 ມິຖຸນາ ປີນີ້, ຂໍໃຫ້ເດັກນ້ອຍລາວທຸກຖ້ວນຫນ້າ ໃນຂອບເຂດ ທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ, ເປັນເດັກຄໍາຮູ້ ຂອງພໍ່ແມ່, ເປັນນັກຮຽນດີ ນັກຮຽນເກັ່ງຂອງ ຄູອາ ຈານ ແລະ ເປັນລູກຫຼານທີ່ດີຂອງປະເທດຊາດ ອັນແສນຮັກຂອງພວກເຮົາ.

 

ສານອວຍພອນ ຂອງນາຍົກລັດຖະມົນຕີ ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ 1 ມິຖຸນາ 2021 - 4 - ສານອວຍພອນ ຂອງນາຍົກລັດຖະມົນຕີ ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ 1 ມິຖຸນາ 2021
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!