ນະຄອນຫລວງວຽງຈັນ ຕັ້ງເປົ້າສັກວັກຊີນໃຫ້ໄດ້ 80% ໃນປີ 2021 ແລະ ມີແຜນສືບຕໍ່ສັກໃຫ້ຄົບທຸກຄົນ

ທ່ານ ດຣ. ບຸນທະວີ ເດດບັນດິດ ຮອງຫົວໜ້າພະແນກສາທາລະນະສຸກ ນະ ຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ການສັກຢາວັກຊີນ ປ້ອງກັນພະຍາດໂຄວິດ-19 ໃນນະຄອນຫລວງວຽງຈັນ, ແມ່ນເປັນທີ່ຕ້ອງການຂອງ ປະຊາຊົນຈຳນວນຫລາຍ, ເຊິ່ງໄລຍະຜ່ານມາເຮັດໃຫ້ບາງຈຸດບໍລິການສັກວັກຊີນ ມີຄວາມແອອັດ, ສັບສົນຫລາຍ ແລະ ເກີດມີຫາງສຽງຕ່າງໆນາໆທີ່ບໍ່ດີ. ຂະນະດຽວກັນ, ນະຄອນຫລວງວຽງຈັນ ກໍໄດ້ມີການຢືນຢັນວ່າການສັກວັກຊີນຍັງມີແຜນສືບຕໍ່ສັກເປັນແຕ່ລະໄລຍະໃຫ້ປະຊາຊົນທີ່ຢູ່ໃນເກນສັກວັກຊີນຈົນກວ່າຈະຄົບທຸກຄົນ.
ວຽກງານການໃຫ້ວັກຊີນປ້ອງກັນພະຍາດໂຄວິດ-19 ໃນນະຄອນຫລວງວຽງຈັນ ແມ່ນໄດ້ຈັດຕັ້ງປະຕິບັດສັກວັກຊີນຮອບທີ 2 ເຂັມທີ 1 ແຕ່ວັນທີ 15-25 ມິຖຸນາ 2021 ແລະ ຈະມີແຜນສືບຕໍ່ສັກໃຫ້ປະຊາຊົນເປັນແຕ່ລະໄລຍະ, ເຊິ່ງມີວັກຊີນ 3 ຊະນິດຄື: ຊີໂນຟາມ (Sinopharm), ແອັດສຕາຊີເນກາ (AstraZeneca) ແລະ ໄຟເຊີ (Pfizer) ໂດຍສະເພາະ ແມ່ນວັກຊີນ Pfizer ທີ່ສັກໃຫ້ກຸ່ມຄົນສູງອາຍຸ 60 ປີຂຶ້ນໄປ ແລະ ຜູ້ທີ່ມີພະຍາດປະຈຳຕົວເຊັ່ນ: ພະຍາດໝາກໄຂ່ຫຼັງ, ເບົາຫວານ, ຫົວໃຈ, ທາງເດີນຫາຍໃຈ, ພະຍາດຕັບ, ພະຍາດຕຸ້ຍ (BMI >30 kg/m2), ມະເຮັງ, ຜູ້ທີມີຄວາມປົກຜ່ອງທາງດ້ານພູ້ມຄູ້ມກັນລວມທັງຜູ້ທິມີການປ່ຽນຖ່າຍອະໄວຍະວະ, ຜຸ້ທີ່ມີຄວາມດັນເລືອດສູງ, ຜູ້ທີມີຄວາມຜິດປົກກະຕິ ທາງດ້ານພັນທຸກຳມາແຕ່ກຳເນີດ (Down syndrome)
ປັດຈຸບັນ, ໃນ 9 ຕົວເມືອງນະຄອນຫລວງວຽງຈັນ ມີຜູ້ສັກວັກຊີນແລ້ວຫລາຍກວ່າ 260.000 ຄົນ ແລະ ມີແຜນສືບຕໍ່ສັກວັກຊີນໄປເລື້ອຍໆ ຈົນກວ່າຈະຄົບທຸກຄົນ, ເຊິ່ງໄດ້ຕັ້ງເປົ້າໝາຍສັກໃຫ້ໄດ້ 80% ໃນປີ 2021 ແລະ ນີ້ກໍເປັນໂອກາດດີແກ່ສັງຄົມ.