ມຊ ຕົກລົງໃຫ້ນັກສຶກສາປີສຸດທ້າຍ ສອບເສັງແທນການຂຽນບົດໂຄງການຈົບຊັ້ນ ສົກສຶກສາ 2020-2021


ເນື່ອງຈາກວ່າມີການແຜ່ລະບາດຂອງພະຍາດ covid-19, ເຮັດໃຫ້ການຈັດຕັ້ງການຮຽນ-ການສອນ, ການລົງຝຶກງານ, ການລົງໄປເອົາຂໍ້ມູນເພື່ອມາປະກອບໃນການຂຽນບົດໂຄງການຈົບຊັ້ນຂອງນັກສຶກສາປີສຸດທ້າຍຈໍານວນໜຶ່ງບໍ່ສາມາດດໍາເນີນການໄດ້ຢ່າງຄົບຖ້ວນ ແລະ ບໍ່ສາມາດຂຽນບົດໂຄງການຈົບຊັ້ນສໍາເລັດໄດ້ຕາມເວລາທີ່ກໍານົດໄວ້.
ເພື່ອເຮັດໃຫ້ນັກສຶກສາປີສຸດທ້າຍໃນສົກສຶກສາ 2020-2021 ທີ່ບໍ່ສາມາດດໍາເນີນການຂຽນບົດໂຄງການຈົບຊັ້ນໄດ້ສໍາເລັດການສຶກສາຕາມກໍານົດເວລາທີ່ປະຕິທິນການສຶກສາມະຫາວິທະຍາໄລແຫ່ງຊາດກໍານົດໄວ້, ຄະນະນໍາມະຫາວິທະຍາໄລແຫ່ງຊາດ ຈຶ່ງມີມະຕິຕົກລົງໃຫ້ນັກສຶກສາປີສຸດທ້າຍທີ່ບໍ່ສາມາດດໍາເນີນການຂຽນບົດໂຄງການຈົບຊັ້ນໄດ້ສໍາເລັດຕາມໄລຍະເວລາທີ່ກໍານົດໄວ້ໃຫ້ສອບເສັງຈົບຊັ້ນແທນ ແລະ ໃຫ້ແຕ່ລະຄະນະວິຊາວາງແຜນຈັດຕັ້ງການສອບເສັງ ແລະ ປະກາດຜົນການສອບເສັງໃຫ້ສໍາເລັດບໍ່ໃຫ້ກາຍວັນທີ 30 ສິງຫາ 2021 ໂດຍປະຕິບັດຕາມລະບຽບການດັ່ງນີ້:


- ເງື່ອນໄຂນັກສຶກສາປີສຸດທ້າຍທີ່ມີສິດສອບເສັງຈົບຊັ້ນ
ນັກສຶກສາປີສຸດທ້າຍທີ່ມີສິດສອບເສັງຈົບຊັ້ນຕ້ອງມີຄະແນນສະເລ່ຍສະສົມ CGPA ເທົ່າກັບ 2,00 ຂຶ້ນໄປ, ຕ້ອງໄດ້ຮຽນ ແລະ ມີຜົນການປະເມີນໄດ້ຄ່າລະດັບຄະແນນແຕ່ D ຂຶ້ນໄປທຸກລາຍວິຊາທີ່ໄດ້ກໍານົດໄວ້ໃນຫລັກສູດ.
- ຂໍ້ຫ້າມສໍາລັບນັກສຶກສາສອບເສັງຈົບຊັ້ນ
- ຫ້າມບໍ່ໃຫ້ນັກສຶກສາຜູ້ທີ່ມີຄະແນນສະເລ່ຍສະສົມ CGPA ຕໍ່າກວ່າ 2,00 ຫລື ຍັງມີລາຍວິຊາໄດ້ຄ່າລະດັບ ຄະແນນ I ຫລື F ຢູ່ ເຂົ້າສອບເສັງຈົບຊັ້ນ.
- ຫ້າມບໍ່ໃຫ້ນັກສຶກສາວ່າຈ້າງກໍາມະການ, ບຸກຄົນອື່ນສອບເສັງແທນ, ຊ່ວຍເຫລືອຄົນອື່ນ ຫລື ໃຫ້ຄົນອື່ນຊ່ວຍ ເຫລືອຕົນເອງດ້ວຍວິທີທາງກົງ ຫລື ທາງອ້ອມ, ກ່າຍບົດສອບເສັງຂອງບຸກຄົນອື່ນ ຫລື ນໍາເອົາເອກະສານ, ອຸປະກອນອີເລັກໂຕຣນິກທີ່ກ່ຽວຂ້ອງເຂົ້າໃນຫ້ອງສອບເສັງເພື່ອນໍາໃຊ້ໃນການທຸຈະລິດການສອບເສັງ, ຖ້າພົບເຫັນ ຫລື ມີຫລັກຖານຢືນຢັນຈະຖືວ່າການສອບເສັງທັງຫມົດເປັນໂມຄະ ແລະ ໃຫ້ລົງທະບຽນຮຽນ ແລະ ສອບເສັງຄືນໃຫມ່ໃນສົກສຶກສາຖັດໄປ.
- ຈໍານວນຫົວບົດ ແລະ ເນື້ອໃນຂອງຫົວບົດສອບເສັງ
ຈໍານວນຫົວບົດສອບເສັງໃຫ້ຈັດເປັນ 4 ຫົວບົດຄື:
- ຫົວບົດສອບເສັງໃນໝວດວິຊາຄວາມຮູ້ທົ່ວໄປ ໃຫ້ມີຄະແນນລວມສະເລ່ຍເທົ່າກັບ 15%;
- ຫົວບົດສອບເສັງໃນໝວດພື້ນຖານວິຊາສະເພາະ ໃຫ້ມີຄະແນນລວມສະເລ່ຍເທົ່າກັບ 25%;
– ຫົວບົດສອບເສັງໃນໝວດວິຊາສະເພາະໃຫ້ມີຄະແນນລວມສະເລ່ຍເທົ່າກັບ 50%;
– ຫົວບົດສອບເສັງໃນໝວດວິຊາເລືອກ ໃຫ້ມີຄະແນນລວມສະເລ່ຍເທົ່າກັບ 10%.
ໂດຍເນື້ອໃນຂອງແຕ່ລະຫົວບົດສອບເສັງໃຫ້ມີລັກສະນະສັງລວມເອົາຄວາມຮູ້ທີ່ຈໍາເປັນໃນແຕ່ລະໝວດວິຊາ, ຄະແນນລວມຂອງ 4 ຫົວບົດສອບເສັງເທົ່າກັບ 100%, ໃຫ້ຄິດໄລ່ຄ່າລະດັບຄະແນນຕາມມາດຕະຖານ ຫລັກສູດແຫ່ງຊາດກໍານົດໄວ້ ແລະ ໃຫ້ມີຈໍານວນໜ່ວຍກິດລວມເທົ່າກັບຈໍານວນໜ່ວຍກິດຂອງບົດໂຄງການຈົບຊັ້ນໃນຫລັກສູດສາຂາວິຊານັ້ນ.


- ຮູບແບບການສອບເສັງ
– ວິທີການສອບເສັງສາມາດຈັດໃນຮູບແບບສອບເສັງຂຽນ ຫລື ສອບເສັງປາກເປົ່າ ຫລື ສອບເສັງພາກປະຕິບັດ ຫລື ທັງສອບເສັງຂຽນ, ສອບເສັງປາກເປົ່າ ແລະ ສອບເສັງພາກປະຕິບັດ.
– ນັກສຶກສາທີ່ສອບເສັງຈົບຊັ້ນ ຖ້າໄດ້ຄະແນນຕ່ໍາກວ່າຄ່າລະດັບຄະແນນ C ຈະຕ້ອງໄດ້ລົງທະບຽນສອບເສັງຄືນພາຍໃນກໍານົດເວລາ 1 ເດືອນ ນັບຈາກມື້ປະກາດຄະແນນ, ຖ້າກາຍກໍານົດທີ່ກ່າວມານັ້ນຕ້ອງໄດ້ໃນລົງທະບຽນຮັກສາສະຖານະພາບ ແລະ ສືບຕໍ່ຮຽນຄືນໃນສົກສຶກສາຖັດໄປ.
- ການຈັດການຮຽນ-ການສອນ ວິຊາສອບເສັງຈົບຊັ້ນ
ການຈັດການຮຽນ-ການສອນ ຫລື ບໍາລຸງວິຊາ ທີ່ຈະນໍາມາສອບເສັງຈົບຊັ້ນແມ່ນມອບໃຫ້ຄະນະວິຊາ ພາກວິຊາ ເປັນຜູ້ຄົ້ນຄວ້າພິຈາລະນາ ໂດຍມີຂໍ້ຕົກຕົກແຕ່ງຕັ້ງຄະນະກໍາມະການຮັບຜິດຊອບ ເພື່ອຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ່, ຍຸດຕິທໍາ ແລະ ຮັບປະກັນໄດ້ຄຸນນະພາບການສຶກສາ.
- ການອອກຫົວບົດສອບເສັງຈົບຊັ້ນ
ມອບໃຫ້ສະພາວິຊາການຂອງແຕ່ລະຄະນະວິຊາທີ່ກ່ຽວຂ້ອງ ເປັນຜູ້ຄົ້ນຄວ້າ ແລະ ກໍານົດເນື້ອໃນວິຊາ ສອບເສັງເພື່ອສັງລວມເປັນຫົວບົດສອບເສັງຈົບຊັ້ນສໍາລັບແຕ່ລະຫລັກສູດທີ່ຂຶ້ນກັບຄະນະວິຊາຂອງຕົນເອງ ໂດຍ ຕ້ອງຮັບປະກັນຄວາມລັບ ແລະ ບໍ່ໃຫ້ຫົວບົດສອບເສັງຮົ່ວໄຫຼ ແລ້ວລາຍງານໃຫ້ອະທິການບໍດີມະຫາວິທະຍາໄລແຫ່ງຊາດຮັບຊາບ ໂດຍຜ່ານຫ້ອງການວິຊາການກ່ອນຈະຈັດຕັ້ງການສອບເສັງ.
- ການຈັດຕັ້ງການສອບເສັງ
ນັກສຶກສາທີ່ເຂົ້າສອບເສັງ ແລະ ກໍາມະການຄຸ້ມຄອງຫ້ອງສອບເສັງຕ້ອງໄດ້ປະຕິບັດມາດຕະການຄວບ ຄຸມ ແລະ ຕ້ານການແຜ່ລະບາດຂອງພະຍາດ covid-19 ຢ່າງເຂັ້ມງວດ, ຈັດຕັ້ງຫ້ອງສອບເສັງໂດຍຮັກສາໄລຍະຫ່າງໃຫ້ໄດ້ 1 ແມັດຂຶ້ນໄປ, ໃສ່ຜ້າອັດປາກ-ດັງ ແລະ ລ້າງມືດ້ວຍນ້ໍາຢາລ້າງມືໃຫ້ສະອາດ.
- ສິດ ແລະ ຫນ້າທີ່ຜູ້ຮັບຜິດຊອບການສອບເສັງ
ມອບໃຫ້ຄະນະບໍ່ດີຂອງແຕ່ລະຄະນະວິຊາ ອອກຂໍ້ຕົກລົງແຕ່ງຕັ້ງຄະນະກໍາມະການຮັບຜິດຊອບຊີ້ນໍາ ລວມ, ຄະນະກໍາມະການຮັບຜິດຊອບວຽກງານແຕ່ລະດ້ານຢ່າງລະອຽດ ເພື່ອກວດສອບ, ຕິດຕາມການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງຮອບດ້ານໃນການສອບເສັງຈົບຊັ້ນ.
- ການຈັດຕັ້ງປະຕິບັດ
ຫນັງສືແຈ້ງການສະບັບນີ້ນໍາໃຊ້ໃນການຈັດຕັ້ງການສອບເສັງຈົບຊັ້ນຂອງນັກສຶກສາປີສຸດທ້າຍ ສໍາລັບຜູ້ທີ່ບໍ່ ສາມາດຂຽນບົດໂຄງການຈົບຊັ້ນໄດ້ທັນຕາມກໍານົດເວລາ ຍ້ອນມີການແຜ່ລະບາດຂອງພະຍາດ covid-19 ໃນ ສົກສຶກສາ 2020-2021 ເທົ່ານັ້ນ. ສ່ວນນັກສຶກສາທີ່ບໍ່ຕ້ອງການສອບເສັງຈົບຊັ້ນ ແຕ່ຕ້ອງການສືບຕໍ່ຂຽນບົດ ໂຄງການຈົບຊັ້ນໃຫ້ສໍາເລັດໃນສົກສຶກສາຖັດໄປ ກໍ່ສາມາດປະຕິບັດໄດ້ ຊຶ່ງຕ້ອງໄດ້ລົງທະບຽນຮັກສາສະຖານະ ພາບ ແລະ ຈະຈົບການສຶກສາໃນສົກສຶກສາຖັດໄປ. ມອບໃຫ້ຄະນະບໍດີ ແຕ່ລະຄະນະວິຊານໍາເອົາເນື້ອໃນຂອງ ແຈ້ງການສະບັບນີ້ໄປຜັນຂະຫຍາຍ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບປະສິດຕິພາບສູງສຸດ.