ແຂວງຈຳປາສັກ ມີຄວາມສາມາດຮອງຮັບຜູ້ຕິດເຊື້ອໄດ້ອີກບໍ່ເກີນ 700 ຕຽງ


ວັນທີ 13 ກໍລະກົດ 2021 ນີ້, ທ່ານ ລັດສະໝີ ສີພັນ ຫົວໜ້າຂະແໜງຄວບຄຸມພະຍາດຕິດຕໍ່ແຂວງຈຳປາສັກ ໄດ້ໃຫ້ສຳພາດຕໍ່ໜັງສືພິມ ລາວພັດທະນາ ວ່າ: ປັດຈຸບັນແຂວງຈຳປາສັກໄດ້ມີແຮງງານລາວກັບມາຈາກປະເທດເພື່ອນບ້ານໂດຍຖືກຕ້ອງຕາມກົດໝາຍເປັນຈຳນວນຫລາຍ ແລະ ໄດ້ມີການຈຳກັດບໍລິເວນຕົນເອງຢູ່ສູນກັກກັນທີ່ທາງຄະນະສະເພາະກິດແຂວງກຳນົດໄວ້, ພ້ອມດຽວກັນນັ້ນກໍໄດ້ມີຜູ້ຕິດເຊື່ອເພີ່ມຂຶ້ນຫລາຍໃນແຕ່ລະວັນບໍ່ຕໍ່າກວ່າ 30 ຄົນ, ມີຜູ້ຕິດເຊື້ອສະສົມແລ້ວ 856 ຄົນ, ພວມປິ່ນປົວ 460 ຄົນ, ປິ່ນປົວດີ 396 ຄົນ ແລະ ປັດຈຸບັນຍັງມີຜູ້ກັກໂຕຢູ່ສູນກັກກັນທີ່ທາງຄະນະສະເພາະກິດແຂວງກຳນົດໄວ້ 1.000 ກ່ວາຄົນ.
ຕໍ່ກັບບັນຫາດັ່ງກ່າວ, ຄະນະສະເພາະກິດແຂວງຈຶ່ງໄດ້ຂະຫຍາຍສະຖານທີ່ປິ່ນປົວອອກຕື່ມ 3 ແຫ່ງຄື: ໂຮງໝໍເມືອງໂພນທອງ, ໂຮງໝໍ 106 ກອງທັບ ແລະ ໂຮງໝໍພາກສະໜາມວິທະຍາໄລການເງິນ, ເຊິ່ງທັງ 3 ແຫ່ງນີ້ຍັງມີຕຽງຮອງຮັບຜູ້ຕິດເຊື້ອໄດ້ອີກປະມານ 700 ຕຽງ. ແຕ່ຖ້າຍັງກວດພົບຜູ້ຕິດເຊື້ອເພີ່ມຂຶ້ນໃນແຕ່ລະມື້ເປັນຈຳນວນຫລາຍຄືທຸກມື້ນີ້ ເຊັ່ນມື້ລະ 50-60 ຄົນ ຄາດວ່າຕຽງທີ່ມີຢູ່ໃນປັດຈຸບັນນີິ້ສາມາດຮອງຮັບຜູ້ຕິດເຊື້ອໄດ້ອີກປະມານສອງອາທິດຕຽງກໍຈະເຕັມ ແລະ ທາງແຂວງຈະບໍ່ມີຕຽງພຽງພໍໃນການຮອງຮັບຜູ້ຕິດເຊື້ອທີ່ເພີ່ມຂື້ນຢ່າງແນ່ນອນ.
ນອກນີ້, ກໍຍັງພົບບັນຫາຫຍຸ້ງຍາກຫລາຍດ້ານຄື: ສະຖານທີ່ກັກບໍລິເວນແອອັດ ບໍ່ພຽງພໍ, ຍັງພົບຜູ້ຕິດເຊື້ອຊໍ້າຮອບສອງໃນຊ່ວງເວລາກັກໂຕກ່ອນອອກັບບ້ານ, ພາຫະນະນຳສົ່ງ, ບຸກຄະລາກອນແພດ, ງົບປະມານນຳໃຊ້ ແລະ ອື່ນໆອີກ.