ໜ່ວຍພັກກົມບັນຊີ ເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ


ໃນວັນທີ 30 ກໍລະກົດ 2021 ນີ້, ທີ່ຫ້ອງປະຊຸມຂອງກົມບັນຊີ ກະຊວງການເງິນ, ໜ່ວຍພັກຮາກຖານກົມບັນຊີ, ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ເອກະສານສຳຄັນຈຳນວນໜຶ່ງ, ໂດຍການເປັນປະທານຂອງສະຫາຍ ນາງ ດາວອນ ທອງຈັນ ກຳມະການພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມບັນຊີ ກະຊວງການເງິນ ມີບັນດາສະຫາຍຄະນະໜ່ວຍພັກ, ປະທານກວດກາພັກ, ສະມາຊິກພັກ ແລະ ພະນັກງານ ເຂົ້າຮ່ວມ.
ໂດຍປະຕິບັດຕາມຈິດໃຈຊີ້ນໍາ ແລະ ການຕົກລົງຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ກໍຄືຄໍາສັ່ງ ກ່ຽວກັບ ການຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເພື່ອໃຫ້ບັນດາສະຫາຍພະນັກງານນຳພາ ແລະ ສະມາຊິກກຳໄດ້ເນື້ອນໃນຈິດໃຈຕົ້ນຕໍ ມີຄວາມເຂົ້າໃຈຢ່າງເປັນເອກະພາບ, ເພື່ອສືບຕໍ່ນໍາພາຈັດຕັ້ງເຊື່ອມ ຊືມ ແລະ ຜັນຂະຫຍາຍມະຕິ XI ເຂົ້າສູ່ວຽກງານຂອງຕົນ ແລະ ເຮັດໃຫ້ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກໄດ້ຮັບການຈັດຕັ້ງເຊື່ອມຊຶມຢ່າງກວ້າງຂວາງເລິກເຊິ່ງ ແລະ ຈັດຕັ້ງປະຕິບັດເກີດຜົນເປັນຈິງ.
ສະຫາຍ ນາງ ດາວອນ ທອງຈັນ ກຳມະການພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມບັນຊີ ກະຊວງການເງິນ ໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ເພື່ອໃຫ້ບັນດາສະມາຊິກພັກ-ພະນັກງານແຕ່ລະຂັ້ນກຳແໜ້ນ, ຮັບຮູ້ເຂົ້າໃຈຢ່າງເລິກ ເຊິ່ງ ແລະ ມີຄວາມເປັນເອກະພາບສູງໃນການຈັດຕັ້ງປະຕິບັດຕົວຈິງ ຕໍ່ ເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແນ່ໃສ່ຍົກສູງບົດບາດຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກ.
ພ້ອມດຽວກັນນັ້ນ, ຍັງໄດ້ເຜີຍແຜ່, ເຊື່ອມຊຶມ ບັນດາເອກະສານສຳຄັນຈຳນວນໜຶ່ງ ເຊັ່ນ ມະຕິກອງປະຊຸມຄົບຄະນະບໍລະຫານງານພັກ ເປີດກວ້າງ ຄັ້ງທີ 1, ຄັ້ງທີ 2 ສະໄໝທີ III ຂອງອົງຄະນະພັກກະຊວງການເງິນ, ເຜີຍແຜ່ວຽກງານກວດກາທົ່ວປະເທດປະຈໍາປີ 2020 ແລະ ຂໍ້ກໍານົດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກວດກາພັກກະຊວງການເງິນ ແລະ ເອກະສານປາຖະກະຖາວັນສ້າງຕັ້ງພັກຄອມມູນິດຈີນ ຄົບຮອບ 100 ປີນຳອີກດ້ວຍ.