ລັດຖະມົນຕີກະຊວງການເງິນ-ຮອງປະທານທະນາຄານໂລກພົບປະຜ່ານລະບົບ Video Conference


ໃນວັນທີ 4 ສິງຫາ 2021 ຜ່ານມາ, ທີ່ກະຊວງການເງິນ, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ໄດ້ພົບປະໂອ້ລົມແລກປ່ຽນບາງບັນຫາສຳຄັນທີ່ຕິດພັນກັບວຽກງານຂະແໜງການເງິນກັບທ່ານ ນາງ ວິກຕໍເຣຍ ກວາກວາ (Mrs. Victoria Kwakwa) ຮອງປະທານທະນາຄານໂລກປະຈໍາພາກພື້ນອາຊີ-ປາຊິຟິກ, ໂດຍຜ່ານລະບົບວີດີໂອທາງໄກ(Video Conference), ພ້ອມບັນດາຜູ້ຕາງໜ້າຈາກກົມການເງິນຕ່າງປະເທດ, ກົມຄຸ້ມຄອງລັດວິສາຫະກິດ ແລະ ປະກັນໄພ, ກົມນະໂຍບາຍການເງິນ ແລະ ນິຕິກໍາເຂົ້າຮ່ວມ.
ໃນການພົບປະໂອ້ລົມຄັ້ງນີ້, ທ່ານ ນາງ ວິກຕໍເຣຍ ກວາກວາ, ໄດ້ມີຄຳຄິດຄຳເຫັນ ແລະ ແລກປ່ຽນບາງບັນຫາສຳຄັນເປັນຕົ້ນ: ທະນາຄານໂລກໄດ້ກະກຽມ ແລະ ຈະສະເໜີກ່ຽວກັບແຜນນະໂຍບາຍດ້ານມະຫາພາກ-ພະລັງງານເພື່ອແກ້ໄຂສະພາບປັດຈຸບັນ ແລະ ທັງໃນໄລຍະສັ້ນ, ໄລຍະກາງເພື່ອຊ່ວຍຟື້ນຟູສະຖຽນລະພາບດ້ານມະຫາພາກ. ພ້ອມນີ້, ຍັງສະເໜີການເຂົ້າຮ່ວມຕາມກົນໄກຂໍ້ລິເລີ່ມນະໂຍບາຍເລື່ອນໄລຍະການຊຳລະໜີ້ (Debt Service Suspension Initiative–DSSI) ຂອງບັນດາປະເທດໃນກຸ່ມ G20 ຈະຊ່ວຍຫຼຸດຜ່ອນພາລະດ້ານການຊຳລະໜີ້ສິນ (ປະມານ 0,6% ຂອງ GDP ໃນປີ 2021) ໃນໄລຍະສັ້ນພ້ອມທັງມີໂອກາດທີ່ສປປ ລາວ ຈະໄດ້ຮັບການຊ່ວຍເຫຼືອດ້ານງົບປະມານຕື່ມຈາກບັນດາສະຖາບັນການເງິນຕ່າງໆ ແລະ ຄູ່ຮ່ວມພັດທະນາ.
ທະນາຄານໂລກຈະແຈ້ງໃຫ້ຊາບກ່ຽວກັບວຽກງານ TA ທີ່ທະນາຄານໂລກຮ່ວມກັບກະຊວງພະລັງງານ ແລະ ບໍ່ແຮ່ ແລະ ຟຟລ ກຳລັງດຳເນີນໂດຍສະເພາະແຜນງານການປະຕິຮູບແບບຄົບຖ້ວນ, ແຜນການຫຼຸດຜ່ອນການສູນເສຍຂອງລະບົບ ແລະ ການຄ້າພະລັງງານໃນພາກພື້ນ, ພ້ອມນີ້ຍັງໄດ້ຂໍທິດຊີ້ນຳກ່ຽວກັບຄວາມຄືບໜ້າຂອງການເຮັດວຽກຂອງຄະນະສະເພາະກິດທີ່ສ້າງຕັ້ງຂື້ນເພື່ອແກ້ໄຂບັນຫາດ້ານການເງິນຂອງ ຟຟລ ແລະການປຶກສາຫາລືເພື່ອດັດແກ້ສັນຍາການຊື້ໄຟຟ້າ.
ໂອກາດດຽວກັນນັ້ນ, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ສະແດງຄວາມຂອບໃຈ ແລະ ສະແດງຄວາມເປັນຫ່ວງເປັນໄຍຕ່ໍ່ການພັດທະນາເສດຖະກິດຂອງ ສປປ ລາວ ຕະຫຼອດໄລຍະຜ່ານມາ, ຕໍ່ການສະເໜີເຂົ້າຮ່ວມ DSSI, ລັດຖະບານກໍເຫັນໄດ້ເຖິງຄວາມສຳຄັນຂອງການເຂົ້າຮ່ວມດັ່ງກ່າວ, ເຊິ່ງກໍເປັນອີກວິທີການແກ້ໄຂບັນຫາໜີ້ສິນ, ແຕ່ເບື້ອງລັດຖະບານເອງກໍໄດ້ຖືເອົາວຽກງານຄຸ້ມຄອງໜີ້ສິນເປັນວຽກງານທີ່ສຳຄັນ ແລະ ຈັດເຂົ້າເປັນວາລະແຫ່ງຊາດ, ນອກຈາກນັ້ນລັດຖະບານກໍໄດ້ສຸມໃສ່ການເກັບລາຍຮັບ, ໂດຍການສ້າງຖານລາຍຮັບ ແລະ ສະສົມແຫຼ່ງທຶນພາຍໃນໃຫ້ຫຼາຍທີ່ສຸດ, ເວົ້າສະເພາະແມ່ນໄດ້ສະໜອງ TA ຜ່ານແຜນງານເພື່ອສະໜັບສະໜູນການຟື້ນຟູດ້ານການເງິນຂອງ ຟຟລ, ໃນປັດຈຸບັນ ຟຟລ ໄດ້ສຳເລັດການເຈລະຈາກັບບາງໂຄງການຜູ້ຜະລິດພະລັງງານອິດສະຫຼະໃນ ສປປ ລາວ (IPP) ແລ້ວເຊິ່ງແມ່ນໂຄງການຂອງນັກລົງທຶນພາຍໃນ (ກວມເອົາປະມານ 10% ຂອງສັນຍາທັງໝົດ) ແລະ ພາກສ່ວນດັ່ງກ່າວໄດ້ເຫັນດີຕໍ່ການດັດແກ້ສັນຍາ, ສ່ວນບັນດາໂຄງການທີ່ເຫຼືອ ຟຟລ ກຳລັງສືບຕໍ່ເຮັດວຽກ ແລະ ເຈລະຈາເພື່ອດັດແກ້ສັນຍາດັ່ງກ່າວ.