ລັດຖະບານ ຫາລືປັບປຸງກົງຈັກການຈັດຕັ້ງຂອງກະຊວງ ແລະ ອົງການທຽບເທົ່າ


ວັນທີ 20 ສິງຫາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານການປັບປຸງກົງຈັກການຈັດຕັ້ງຂອງບັນດາກະຊວງ ແລະ ອົງການທຽບເທົ່າ, ໂດຍການເປັນປະທານ ຂອງທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດວຽກງານການປົກຄອງ ແລະ ວັດທະນະທຳ-ສັງຄົມ; ມີບັນດາທ່ານ ລັດຖະມົນຕີ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານຂອງກະຊວງ ແລະ ອົງການທຽບເທົ່າເຂົ້າຮ່ວມ.
ເພື່ອເຮັດໃຫ້ກົງຈັກການຈັດຕັ້ງສອດຄ່ອງກັບທິດກະທັດຮັດ, ເບົາບາງ, ສົມເຫດສົມຜົນ, ໂປ່ງໃສ ແລະ ມີຄຸນນະພາບ, ຕອບສະໜອງໄດ້ ແນວທາງນະໂຍບາຍຂອງພັກ, ລັດຖະບານ ແລະ ການຂະຫຍາຍຕົວດ້ານເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ, ທັງປະຢັດງົບປະມານ ແລະ ບຸກຄະລາກອນ; ແກ້ໄຂການຊໍ້າຊ້ອນດ້ານການຈັດຕັ້ງ, ພາລະບົດບາດ ແລະ ກົງຈັກໃຫຍ່ໂຕ, ມີຫຼາຍຂັ້ນຂອດບໍລິຫານ ແລະ ສາຍງານທີ່ບໍ່ຈໍາເປັນ; ເຮັດໃຫ້ການເຄື່ອນໄຫວວຽກງານມີຄວາມທັນສະໄໝ, ຫັນກຸ້ມຕົນເອງ ທາງດ້ານງົບປະມານ, ມີປະສິດທິພາບ ແລະ ປະສິດທິຜົນຫຼາຍຂຶ້ນ; ກົນໄກການປະສານງານວ່ອງໄວ, ກົມກຽວ ແລະ ໂລ່ງລ່ຽນ ແຕ່ສູນກາງຮອດທ້ອງຖິ່ນ.


ທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ
ພ້ອມນີ້, ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານປັບປຸງກົງຈັກການຈັດຕັ້ງ ຂອງບັນດາກະຊວງ ແລະ ອົງການທຽບເທົ່າ ຈາກທ່ານລັດຖະມົນຕີ ກະຊວງພາຍໃນ. ຈາກນັ້ນຜູ້ຕາງໜ້າກະຊວງ ແລະ ອົງການທຽບເທົ່າ ໄດ້ມີຄຳເຫັນນຳສະເໜີ ສະພາບການປັບປຸງກົງຈັກການຈັດຕັ້ງ ຂອງຂະແໜງການຕົນ ໂດຍສະເພາະຄວາມຄືບໜ້າ, ເຫດຜົນ ໃນການຍຸບ ຫລື ຂະຫຍາຍກົງຈັກການຈັດຕັ້ງ, ລວມທັງ ທິດທາງແຜນການສືບຕໍ່ໃນຕໍ່ໜ້າ ແລະ ບາງບັນຫາ ທີ່ສະເໜີຂໍຄວາມເປັນເອກະພາບ ຈາກກອງປະຊຸມ.
ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ຄະນະພັກ, ຄະນະນຳ ແຕ່ລະຂະແໜງການຖືເອົາວຽກງານປັບປຸງກົງຈັກການຈັດຕັ້ງ ເປັນວຽກງານບຸລິມະສິດໜຶ່ງ ທີ່ຢູ່ໃນຄວາມຮັບຜິດຊອບຂອງຂະແໜງການຕົນ ໂດຍເພີ່ມທະວີຄວາມຮັບຜິດຊອບສູງໃນການປັບປຸງໃຫ້ສຳເລັດຕາມກຳນົດເວລາ, ທັງຮັບປະກັນການກຳນົດພາລະບົດບາດ ມີຄວາມຊັດເຈນ, ເຮັດກຸມ, ເຫັນໄດ້ກົງຈັກຫລັກ ແລະ ກົງຈັກໜູນຢ່າງຈະແຈ້ງ, ສອດຄ່ອງ ແລະ ແທດເໝາະກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານຕົວຈິງ; ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນ ໃນເວລາການດໍາເນີນການປັບປຸງ ເພື່ອເຮັດໃຫ້ເຂົາເຈົ້າເຫັນໄດ້ເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງ ເພື່ອພ້ອມກັນເປັນເຈົ້າການເຂົ້າຮ່ວມດ້ວຍຄວາມຮັບຜິດຊອບສູງ; ຮັບປະກັນໄດ້ຄວາມສະຫງົບ, ວຽກງານເຄື່ອນໄຫວເປັນປົກກະຕິ, ຮັດແໜ້ນຄວາມສາມັກຄີເປັນປຶກແຜນ ແລະ ເປັນເອກະພາບ, ພາຍຫຼັງການປັບປຸງແລ້ວ ໃຫ້ມີການປ່ຽນແປງຢ່າງຕັ້ງໜ້າ; ໃຫ້ກະຊວງ-ອົງການ ສົມທົບກັບອົງການປົກຄອງທ້ອງຖິ່ນ ໃນການປັບປຸງກົງຈັກການຈັດຕັ້ງ ຢູ່ຂັ້ນທ້ອງຖິ່ນ ໃນນັ້ນ ໃຫ້ກະຊວງພາຍໃນ ເປັນໃຈກາງປະສານງານ, ຕິດຕາມ ແລະ ຊຸກຍູ້, ຊຶ່ງການປັບປຸງ ໃຫ້ອີງໃສ່ຄວາມຮຽກຮ້ອງຕ້ອງການຕົວຈິງຂອງວຽກງານ ແລະ ສະພາບຈຸດພິເສດຂອງແຕ່ລະທ້ອງຖິ່ນ.