ຄະນະສະເພາະກິດ ຫ້າມປະຊາຊົນທົ່ວໄປນຳໃຊ້ຊຸດເຄື່ອງກວດໂຄວິດແບບໄວ ເນື່ອງຈາກມີຜົນກວດຜິດພາດຫລາຍ


ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າຄະນະສະເພາະກິດ ໄດ້ລາຍງານໃນວັນທີ 23 ສິງຫາ 2021 ນີ້ວ່າ: ດັ່ງທີ່ຫລາຍຄົນອາດຈະໄດ້ຮັບຂໍ້ມູນຂ່າວສານຕາມສື່ສັງຄົມອອນລາຍວ່າ ມີການນຳໃຊ້ຊຸດເຄື່ອງກວດແບບໄວ ຫລື Rapid Diagnostic Test ເພື່ອກວດຊອກຫາເຊື້ອໂຄວິດ-19 ດ້ວຍຕົວເອງນັ້ນ. ເຊິ່ງປັດຈຸບັນທາງລັດຖະບານ ກໍຄື ຄະນະສະເພາະກິດຍັງບໍ່ມີນະໂນບາຍ ໃຫ້ປະຊາຊົນທົ່ວໄປນຳໃຊ້ຊຸດເຄື່ອງກວດແບບໄວ ກວດໂຄວິດ-19 ດ້ວຍຕົວເອງ, ເນື່ອງຈາກຊຸດເຄື່ອງກວດດັ່ງກ່າວ ຍັງບໍ່ໄດ້ຜ່ານການກວດກາຄຸນນະພາບ ແລະ ປະສິດທິພາບຂອງການນຳໃຊ້ເທື່ອເປັນຕົ້ນຜົນກວດມັກໃຫ້ຜົນລົບຜິດຫລາຍ (false negative) ເຊິ່ງມີຄວາມສ່ຽງຕໍ່ຜູ້ໃຊ້ເພາະຄິດວ່າຕົວເອງບໍ່ຕິດເຊື້ອ, ຈະບໍ່ມີການລະມັດລະວັງ ແລະ ນຳເອົາເຊື້ອໄປແຜ່ສູ່ຄົນອ້ອມຂ້າງໄດ້.
ສະນັ້ນ, ຖ້າຫາກຮູ້ສຶກບໍ່ສະບາຍ ຫລື ມີປະຫວັດສຳຜັດໃກ້ຊິດກັບຜູ້ຕິດເຊື້ອໂຄວິດ-19 ໃຫ້ທ່ານຮີບຮ້ອນໄປພົບແພດ ເພື່ອເກັບຕົວຢ່າງກວດຫາເຊື້ອຢ່າງທັນການ. ເຊິ່ງສະຖານທີ່ກວດຢູ່ນະຄອນຫລວງວຽງຈັນແມ່ນສາມາດເຂົ້າໄປກວດໄດ້ທີ່ສູນວິເຄາະ ແລະ ລະບາດວິທະຍາ, ໂຮງໝໍມະໂຫສົດ, ໂຮງໝໍ 103 ກອງທັບ ແລະ ສູນກິລາໃນຮົ່ມບອງຂະຫຍອງ. ສ່ວນຕ່າງແຂວງແມ່ນຢູ່ຕາມໂຮງໝໍແຂວງ.