ໝາກຍໍມີສັບພະຄຸນຊ່ວຍປິ່ນປົວກົດໄຫລຍ້ອນໄດ້


ກົດໄຫລຍ້ອນ ແມ່ນອາການທີ່ນຳ້ຍ່ອຍ ເຊິ່ງປະກອບດ້ວຍກົເກືອໃນກະເພາະອາຫານໄຫລຍ້ອນຂຶນໄປລະຄາຍເຄືອງຫລອດ ອາຫານ ແລະ ບໍລິເວນລຳຄໍ ເຮັດໃຫ້ມີອາການແສບອອກຮ້ອນກາງເອິກ ຄ້າຍຄືເປັນພະຍາດກະເພາະຊຳ້ເຮື້ອ. ອາການນີ້ກ່ຽວຂ້ອງກັບຄວາມຜິດປົກກະຕິຂອງການເຮັດໜ້າທີ່ຂອງກ້າມຊີ້ນຫູຮູດທີ່ຢູ່ທາງລຸ່ມຂອງຫລອດອາຫານ ເຊິ່ງກ້າມຊີ້ນຫູຮູດນີ້ຈະຄາຍໂຕເມື່ອມີອາຫານໄຫລຜ່ານລົງໄປໃນກະເພາະອາຫານ ເມື່ອອາຫານຜ່ານລົງກະເພາະຈົນໝົດແລ້ວ ຫູຮູດນີ້ຈະຫົດຮັດເພື່ອປີດກັ້ນບໍ່ໃຫ້ກົດທີ່ຢູ່ໃນກະເພາະອາຫານໄຫລຍ້ອນຂຶ້ນໄປຫາຫລອດອາຫານ. ຜູ້ທີ່ເປັນກົດໄຫລຍ້ອນນັ້ນ ກ້າມຊີ້ນຫູຮູດທາງລຸ່ມຂອງຫລອດອາຫານນີ້ຈະຢ່ອນສະມັດຕະພາບ ເຮັດໃຫ້ມີນຳ້ຍ່ອຍໄຫລຍ້ອນຂຶ້ນໄປຫາຫລອດອາຫານຫລາຍກ່ວາປົກກະຕິ ໂດຍຄົນປົກກະຕິໄຫລຍ້ອນໄດ້ 1 – 4 ເທື່ອ, ແຕ່ບໍ່ເຮັດໃຫ້ເກີດອາການແຕ່ຢ່າງໃດ.
ສາເຫດທີ່ເຮັດໃຫ້ເກີດອາການກົດໄຫລຍ້ອນມີຫລາຍປັດໄຈ ເປັນຕົ້ນແມ່ນຄົນຕຸ້ຍ, ການຖືພາ, ພະຍາດເບົາຫວານ ແລະ ພະຍາດໄສ້ເລື່ອນກະບັງລົມ ໂດຍປັດໄຈເສີມນັ້ນມາຈາກການມີແຮງດັນພາຍໃນກະເພາະອາຫານ ແລະ ລຳໄສ້ ເຊັ່ນ : ຮັດສາຍແອວແໜ້ນເກີນໄປ, ມີແກ໊ສມາຈາກອາຫານທີ່ບໍ່ຍ່ອຍ ຫລື ອາຫານທີ່ເຮັດໃຫ້ເກີດແກ໊ສ ຫລື ການຫລັ່ງຂອງກົດຫລາຍຂຶ້ນ ເຊັ່ນ : ດື່ມນຳ້ອັດລົມ, ກາເຟ, ເຄື່ອງດື່ມຊູກຳລັງ, ອານກໍຮໍ, ສູບຢາ, ຫົວຜັກບົ່ວ, ຜັກທຽມ, ນຳ້ຊ໊ອດໝາກເລັ່ນ, ນຳ້ໝາກເລັ່ນ, ນຳ້ໝາກລະແຊັງ, ນຳ້ໝາກໄມ້ລົດຊາດສົ້ມ, ໝາກໄມ້ສົ້ມ, ຊັອກໂກແລັດ, ຜັກຫອມລາບ ຫລື ອາຫານເຜັດໆ ເປັນຕົ້ນ. ນອກຈາກນີ້, ອາຫານຍ່ອຍຍາກ ເຊັ່ນ : ອາຫານຈືນ, ອາຫານມັນ ແລະ ຢາບາງຊະນິດ ຈະເຮັດໃຫ້ກະເພາະອາຫານເຄື່ອນທີ່ຊ້າລົງ ໂອກາດເກີດກົດໄຫລຍ້ອນກໍຫລາຍຂຶ້ນ ລວມທັງການນອນບໍ່ໝູນໝອນ, ການກິນອາຫານອີ່ມຈົນເກີນໄປ ແລະ ຄວາມເຄັ່ງຄຽດກໍມີຜົນເຊັ່ນກັນ.
ການປິ່ນປົວອາການກົດໄຫລຍ້ອນນັ້ນຄວນຫລີກເວັ້ນປັດໄຈເສີມທັງໝົດເພື່ອຫລຸດການຮຸນແຮງຂອງອາການ, ການໃຊ້ສະ ໝຸນໄພຊ່ວຍຍ່ອຍອາຫານເພື່ອຫລຸດການເກີດແກ໊ສ, ໃຊ້ໝາກຍໍ ເພາະມີລົດຊາດຮ້ອນ ນິຍົມໃຊ້ເປັນທັງອາຫານ ແລະ ຢາໃນການ ບຳລຸງເລືອດ, ແກ້ປວດ, ແກ້ປວດເມື່ອຍ, ແກ້ໄຂ້ຫວັດ, ຊ່ວຍຍ່ອຍອາຫານ, ຫລຸດອາການຍື່ງທ້ອງແໜ້ນທ້ອງ, ປິ່ນປົວອາການວິນຫົວປວດຮາກ, ໄອ, ເອື້ອມ ເຊິ່ງລິດໃນການປິ່ນປົວອາການນັ້ນໃກ້ຄຽງກັບອາການກົດໄຫລຍ້ອນຫລາຍ. ໝາກຍໍມີສານສຳຄັນຄື ສະໂຄໂປເລຕິນເປັນສ່ວນປະກອບຢູ່ນຳ ສາມາດຫລຸດການອັກເສບຂອງຫລອດອາຫານຈາກການໄຫລຍ້ອນຂອງກົດໄດ້ຜົນດີເທົ່າກັບຢາມາດຕະຖານທີ່ໃຊ້ໃນການປິ່ນປົວກົດໄຫລຍ້ອນ ຄື ຣານິຕິດີນ ແລະ ແລນໂຊພຣາໂຊນ ເນື່ອງຈາກມີລິດຕ້ານການອັກເສບ, ຕ້ານການຫລັ່ງຂອງກົດ, ຕ້ານການເກີດບາດແຜ ແລະ ເຮັດໃຫ້ການບີບໂຕຂອງລະບົບທໍ່ອາຫານດີຂຶ້ນ ໂດຍມີຜົນຕໍ່ລະບົບປະສາດທີ່ກ່ຽວຂ້ອງໂດຍກົງ ແລະ ຍັງມີລາຍງານວ່າສາມາດເພີ່ມການດູດຊຶມຂອງຣານິຕິດີນ. ໝາກຍໍຈຶ່ງເໝາະສົມໃນການເປັນສະໝຸນໄພສຳລັບປິ່ນປົວກົດໄຫລຍ້ອນເປັນຢ່າງຍິ່ງ ທັງຈາກການສຶກສາວິໄຈ ແລະ ໝາກຍໍມີລົດຊາດຮ້ອນຊ່ວຍຍ່ອຍອາຫານ ເຮັດໃຫ້ອາຫານບໍ່ຕົກຄ້າງ, ບໍ່ເກີດລົມໃນກະເພາະອາຫານ, ຫລຸດການເກີດແຮງດັນທີ່ເຮັດໃຫ້ເກີດກົດໄຫລຍ້ອນ ແລະ ໝາກຍໍຍັງຊ່ວຍໃຫ້ກະເພາະບີບເຄື່ອນໂຕໄດ້ດີຂຶ້ນ ເຮັດໃຫ້ອາຫານເຄື່ອນຈາກກະເພາະໄປສູ່ລຳໄສ້ນ້ອຍໄດ້ດີຂຶ້ນ. ນອກຈາກນີ້, ຂີ້ ໝິ້ນຍັງມີສັບພະຄຸນໃນການປິ່ນປົວອາການຍື່ງທ້ອງ ແລະ ຊ່ວຍໄລ່ນຳ້ບີເພື່ອຍ່ອຍໄຂມັນ ເຮັດໃຫ້ອາຫານບໍ່ຕົກຄ້າງໃນກະເພາະອາຫານ ແລະ ລຳໄສ້ນ້ອຍດົນເກີນໄປ ທັງຊ່ວຍປິ່ນປົວບາດແຜໃນກະເພາະອາຫານໄດ້ນຳອີກ.