ປະທານອົງການກາແດງລາວ ເຄື່ອນໄຫວຫາລືຊ່ວຍເຫລືອປະຊາຊົນຜູ້ທຸກຍາກຂາດເຂີນປ່ຽວພອຍດ້ອຍໂອກາດໃນເຂດຫ່າງໄກສອກຫລີກ ຢູ່ແຂວງບໍລິຄຳໄຊ


ທ່ານ ພູທອນ ເມືອງປາກ ປະທານອົງການກາແດງລາວພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານກາແດງທີ່ແຂວງບໍລິຄຳໄຊ ໃນວັນທີ 24 ສິງຫາ 2021 ໂດຍໄດ້ເຂົ້າພົບ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ເພື່ອປຶກສາຫາລືວຽກງານກາແດງໃນການຈັດຕັ້ງປະຕິບັດ ແລະ ລາຍງານການເຄື່ອນໄຫວການຊ່ວຍເຫລືອປະຊາຊົນຜູ້ທຸກຍາກຂາດເຂີນປ່ຽວພອຍດ້ອຍໂອກາດໃນເຂດຫ່າງໄກສອກຫລີກໃຫ້ທ່ານຮອງເຈົ້າແຂວງຮັບຊາບແລະທິດທາງໃນການພັດທະນາວຽກງານກາແດງໃນຕໍ່ຫນ້າເພື່ອແນ່ໃສ່ການຈັດຕັ້ງປະຕິບັດ ແລະ ການຜັນຂະຫຍາຍວຽກງານກາແດງໃຫ້ປະສົບຜົນສຳເລັດຕາມຄາດຫມາຍ, ແຜນຍຸດທະສາດແລະກົດຫມາຍກາແດງຫັນມາເປັນນິຕິກຳອັນລະອຽດ, ບັນຫາສຳຄັນແມ່ນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ຂັ້ນແຂວງໄດ້ມີການແຜ່ລະບາດມີການຕິດເຊື້ອຢູ່ພາຍໃນແຂວງ, ການໂຄສະນາເຜີຍແຜ່ພາລະບົດບາດກາແດງ, ໂຄຕາພະນັກງານ, ງົບປະມານໃນການບໍລິຫານ ແລະການພັດທະນາໂຄງລ່າງ ອຸປະກອນ, ໂຄງລ່າງພື້ນຖານ.


ໃນໄລຍະຜ່ານມາ ອົງການກາແດງແຂວງບໍລິຄຳໄຊ ໄດ້ເຄື່ອນໄຫວສູ້ຊົນຈັດຕັ້ງປະຕິບັດປະສົບຜົນສຳເລັດຫລາຍດ້ານເຊັ່ນ: ການປຸກລະດົມຂົນຂວາຍແຫຼ່ງທຶນ, ການລະດົມບໍລິຈາກເລືອດ ແລະ ວຽກອື່ນທີ່ເຮັດຫນ້າທີ່ຊ່ວຍປະຊາຊົນຜູ້ທຸກຍາກພາຍໃນແຂວງຈາກນັ້ນທາ່ນຮອງເຈົ້າແຂວງກໍໄດ້ສະແດງຄວາມຊົມເຊີຍຕ້ອນຮັບດ້ວຍຄວາມອົບອຸ່ນຕໍ່ການຢ້ຽມຢາມໃນຄັ້ງນີ້, ໃນຕະຫລອດໄລຍະຜ່ານມາທາງການຈັດຕັ້ງແຂວງກໍໄດ້ເອົາໃຈໃສ່ໃນການເຂົ້າຮ່ວມປະກອບສ່ວນໃນວຽກງານກາແດງໃນຂະບວນການຕ່າງໆເຊັ່ນ: ລະດົມຂົນຂວາຍແຫຼ່ງທຶນ, ການລະດົມຂົນຂວາຍການບໍລິຈາກເລືອດ ແລະ ປະສານງານກັບອົງການປະສານສົມທົບກັນພະແນກການກຽ່ວຂ້ອງພາຍໃນແຂວງເພື່ອອຳນວຍຊຸກຍູ້ວຽກງານກາແດງໃນການເຂົ້າຮ່ວມ ແລະ ປະກອບສ່ວນຂອງສັງຄົມຢ່າງກວ້າງຂວາງ.
ຈາກນັ້ນປະທານອົງການກາແດງລາວພ້ອມດ້ວຍທ່ານຮອງເຈົ້າແຂວງຍັງໄດ້ນຳເອົາເຄື່ອງຮັກສາສຸຂະອະນາໄມ ເພື່ອປ້ອງກັນພະຍາດໂຄວິດ-19ນຳໄປມອບໃຫ້ນ້ອງນັກຮຽນມໍຕົ້ນໂພສີ, ເມືອງປາກຊັນ ແຂວງບໍລິຄຳໄຊຈຳນວນ 100 ຊຸດລວມມູນຄ່າ 14 ລ້ານກວ່າກີບ ເພື່ອນຳໃຊ້ເຂົ້າໃນການປ້ອງກັນເຊື້ອພະຍາດໂຄວິດ-19.