ທົ່ວທຸກພາກກຽມຮັບມືກັບຝົນຕົກໜັກໄລຍະວັນທີ 2-5 ກັນຍາ 2021
August 30, 2021 - 4:28 PM


ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງການຄຳແຈ້ງເຕືອນສະພາບອາກາດຮ້າຍແຮງວ່າ: ໄລຍະວັນທີ 2-5 ກັນຍາ 2021, ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານຢູ່ເຂດແຂວງພາກກາງ ແລະ ພາກໃຕ້ຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກຢູ່ບາງທ້ອງຖິ່ນໃນແຕ່ລະພາກ.


ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຕິດຕໍ່ກັນຫຼາຍວັນທີ່ຈະເຮັດໃຫ້ມີ ນໍ້າຖ້ວມຊູ, ດິນເຈື່ອນ ແລະ ນ້ຳຖ້ວມອັ່ງເກີດຂຶ້ນໄດ້.







