ສປປ ລາວ ເລີ່ມໃຊ້ຢາພື້ນເມືອງຊະນິດແຄັບຊູນເຂົ້າໃນການປິ່ນປົວຜູ້ຕິດເຊື້ອໂຄວິດ-19

ສປປ ລາວ ເລີ່ມໃຊ້ຢາພື້ນເມືອງຊະນິດແຄັບຊູນເຂົ້າໃນການປິ່ນປົວຜູ້ຕິດເຊື້ອໂຄວິດ-19 - 63255 e1630991875369 - ສປປ ລາວ ເລີ່ມໃຊ້ຢາພື້ນເມືອງຊະນິດແຄັບຊູນເຂົ້າໃນການປິ່ນປົວຜູ້ຕິດເຊື້ອໂຄວິດ-19
ສປປ ລາວ ເລີ່ມໃຊ້ຢາພື້ນເມືອງຊະນິດແຄັບຊູນເຂົ້າໃນການປິ່ນປົວຜູ້ຕິດເຊື້ອໂຄວິດ-19 - kitchen vibe - ສປປ ລາວ ເລີ່ມໃຊ້ຢາພື້ນເມືອງຊະນິດແຄັບຊູນເຂົ້າໃນການປິ່ນປົວຜູ້ຕິດເຊື້ອໂຄວິດ-19

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານໃນວັນທີ 7 ກັນຍານີ້ວ່າ: ປັດຈຸບັນຫລາຍປະເທດໃນໂລກໄດ້ມີການຄົ້ນຄວ້ານຳໃຊ້ຢາປິ່ນປົວພະຍາດໂຄວິດ-19, ເຊິ່ງໃນນັ້ນມີທັງຢາຫລວງ ແລະ ຢາພື້ນເມືອງ. ໃນນັ້ນນະໂຍບາຍຂອງພັກ-ລັດຖະບານ ສປປລາວ ເຮົາກໍໄດ້ສົ່ງເສີມໃຫ້ໃຊ້ຢາພື້ນເມືອງ ເຊິ່ງເປັນຊັບສົມບັດອັນລ້ຳຄ່າຂອງປະເທດເຮົາ, ຄືດັ່ງທ່ານລັດຖະມົນຕີກະຊວງສາທາລະນະລັດ ໄດ້ຊີ້ນຳໃຫ້ມີການຄົ້ນຄວ້າ ແລະ ຜະລິດຈຳໜ່າຍຢາປ້ອງກັນ-ປິ່ນປົວພະຍາດໂຄວິດ-19. ດັ່ງນັ້ນສະຖາບັນການແພດ ແລະ ຢາພື້ນເມືອງໄດ້ຄົ້ນຄວ້າຜະລິດຢາ ຊະນິດແຄັບຊູນເປັນຕົ້ນແມ່ນ ລາຊາບີ, ຜັກຄາວທອງ ແລະ ກະຊາຍຂາວ.

ປັດຈຸບັນໄດ້ຈັດສົ່ງໃຫ້ບັນດາແຂວງທີ່ມີການລະບາດຄື: ແຂວງສະຫວັນນະເຂດ, ຈຳປາສັກ ແລະ ສາລະວັນ ເພື່ອປິ່ນປົວຜູ້ຕິດເຊື້ອ 450 ຄົນ. ນອກຈາກນັ້ນຍັງໄດ້ສົ່ງຢາພື້ນເມືອງທີ່ໄດ້ຮັບການຂ່ວຍເຫລືອ ຈາກ ສປ ຈີນ ສົ່ງໃຫ້ບັນດາແຂວງໃນທົ່ວປະເທດຈຳນວນໜຶ່ງ, ຢາພື້ນເມືອງດັ່ງກ່າວແມ່ນມີຜົນດີໃນການປ້ອງກັນ ແລະ ປິ່ນປົວພະຍາດທາງລະບົບຫາຍໃຈ ກໍຄື ພະຍາດໂຄວິດ-19.

ສປປ ລາວ ເລີ່ມໃຊ້ຢາພື້ນເມືອງຊະນິດແຄັບຊູນເຂົ້າໃນການປິ່ນປົວຜູ້ຕິດເຊື້ອໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ສປປ ລາວ ເລີ່ມໃຊ້ຢາພື້ນເມືອງຊະນິດແຄັບຊູນເຂົ້າໃນການປິ່ນປົວຜູ້ຕິດເຊື້ອໂຄວິດ-19
ສປປ ລາວ ເລີ່ມໃຊ້ຢາພື້ນເມືອງຊະນິດແຄັບຊູນເຂົ້າໃນການປິ່ນປົວຜູ້ຕິດເຊື້ອໂຄວິດ-19 - 3 - ສປປ ລາວ ເລີ່ມໃຊ້ຢາພື້ນເມືອງຊະນິດແຄັບຊູນເຂົ້າໃນການປິ່ນປົວຜູ້ຕິດເຊື້ອໂຄວິດ-19
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!