ຂໍ້ມູນຜູ້ຕິດເຊື້ອໃນຊຸມຊົນໃນນະຄອນຫລວງວຽງຈັນ ວັນທີ 17 ກັນຍາ 2021

ຂໍ້ມູນຜູ້ຕິດເຊື້ອໃນຊຸມຊົນໃນນະຄອນຫລວງວຽງຈັນ ວັນທີ 17 ກັນຍາ 2021 - social media - ຂໍ້ມູນຜູ້ຕິດເຊື້ອໃນຊຸມຊົນໃນນະຄອນຫລວງວຽງຈັນ ວັນທີ 17 ກັນຍາ 2021
ຂໍ້ມູນຜູ້ຕິດເຊື້ອໃນຊຸມຊົນໃນນະຄອນຫລວງວຽງຈັນ ວັນທີ 17 ກັນຍາ 2021 - kitchen vibe - ຂໍ້ມູນຜູ້ຕິດເຊື້ອໃນຊຸມຊົນໃນນະຄອນຫລວງວຽງຈັນ ວັນທີ 17 ກັນຍາ 2021

ວັນທີ 17 ກັນຍາ 2021 ນີ້, ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫລງຂ່າວໃຫ້ຮູ້ວ່າ: ຈຳນວນຜູ້ຕິດເຊື້ອໃນຊຸມຊົນທັງໝົດ 9 ຄົນໃນນະຄອນຫລວງວຽງຈັນ ແມ່ນຈາກໂຮງໝໍກະເສມຮາດ 01 ຄົນ ເປັນເພດຍິງ, ອາຍຸ 73 ປີ, ບ້ານ ທົ່ງນ້ອຍ,​ ເມືອງ ປາກກະດີງ, ແຂວງບໍລິຄຳໄຊ,  ເຂົ້າໂຮງໝໍ ກະເສີມລາດ ວັນທີ 15 ເດືອນກັນຍາ, ເຂົ້າມາດ້ວຍອາການອິດເມື່ອຍ, ອ່ອນແຮງ ປວດຕົນໂຕ, ຫາຍໃຈຍາກ, ເບື່ອອາຫານ, ບໍ່ໄຂ້. ໂຮງໝໍໄດ້ກວດຫາເຊື້ອ ໂຄວິດ-19 ໃຫ້ຜົນບວກ ໃນວັນດຽວກັນ ໂຮງໝໍຈຶ່ງສົ່ງຕົວຢ່າງມາກວດຢັ້ງຢືນ ຢູ່ ສູນວິເຄາະລະບາດວິທະຍາ ແລະ ໃນວັນທີ 16 ກັນຍາ ສວລ ໄດ້ກວດຄືນຕົວຢ່າງ ຜົນອອກມາບວກເຊັ່ນດຽວກັນ.

ກຸ່ມຕະຫລາດດົງໝາກຄາຍ ມີ 03 ຄົນ: ເພດຊາຍ, ອາຍຸ 29 ປີ, ອາຊີບ: ທະຫານ, ບ້ານດົງໝາກຄາຍ, ເມືອງໄຊທານີ ແລະ ສໍາຜັດໃກ້ຊິດກັບຜູ້ເປັນເມຍທີ່ຕິດເຊື້ອ, ເພດຊາຍ, ອາຍຸ 33 ປີ, ອາຊີບ: ຄ້າຂາຍ, ບ້ານໂນນແສງຈັນ, ເມືອງໄຊທານີ ແລະ ສໍາຜັດໃກ້ຊິດກັບຜູ້ເປັນເມຍທີ່ຕິດເຊື້ອ, ເພດຍິງ, ອາຍຸ 47 ປີ, ອາຊີບ: ຄ້າຂາຍ (ຜັກ) ຕະຫລາດດົງໝາກຄາຍ, ບ້ານໂນນແຕ້, ເມືອງໄຊທານີ.

ຂໍ້ມູນຜູ້ຕິດເຊື້ອໃນຊຸມຊົນໃນນະຄອນຫລວງວຽງຈັນ ວັນທີ 17 ກັນຍາ 2021 - Visit Laos Visit SALANA BOUTIQUE HOTEL - ຂໍ້ມູນຜູ້ຕິດເຊື້ອໃນຊຸມຊົນໃນນະຄອນຫລວງວຽງຈັນ ວັນທີ 17 ກັນຍາ 2021

ກຸ່ມໂຮງງານອານພີລາວ ມີ 02 ຄົນ: ເພດຊາຍ, ອາຍຸ 23 ປີ, ອາຊີບ: ກໍາມະກອນ ພະແນກຊ່າງຈັກ, ບ້ານ ໜອງທາເໜຶອ (ຢູ່ຫໍພັກ), ສໍາພັດໃກ້ຊິດກັບເພື່ອນຮ່ວມງານທີ່ຕິດເຊື້ອ, ເພດຊາຍ, ອາຍຸ 36 ປີ, ອາຊີບ: ກໍາມະກອນ ພະແນກຊ່າງຈັກ, ບ້ານຜາງແຫ້ງ, ເມືອງນາຊາຍທອງ ແລະ ສໍາພັດໃກ້ຊິດກັບເພື່ອນຮ່ວມງານທີ່ຕິດເຊື້ອ.

ກຸ່ມຕະຫລາດອົດຊີ ມີ 01 ຄົນ ເປັນເພດຊາຍ, ອາຍຸ 19 ປີ, ອາຊີບ: ຄ້າຂາຍ (ເຂົ້າຈີ່), ບ້ານດອນໜູນ, ເມືອງໄຊທານີ ແລະ ບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ.

ໂຮງໝໍ 103 ມີ 01 ຄົນ, ອາຍຸ 30 ປີ, ອາຊີບ: ຊ່າງພາບທົ່ວໄປ, ບ້ານຊຽງຍືນ, ເມືອງຈັນທະບູລີ, ຜູ້ກ່ຽວໄດ້ເຂົ້າໂຮງໝໍ 103 ແຕ່ວັນທີ 10 ກັນຍາ 2021 ດ້ວຍອາການໄຂ້, ອັກເສບຖົງບີ ແລະ ບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ.

ອີກ 1 ຄົນ ແມ່ນເຈົ້າໜ້າທີ່ ປກສ ນະຄອນຫຼວງ, ບ້ານໂນນແກ້ວ, ເມືອງສີໂຄດຕະບອງ, ເປັນກຸ່ມສ່ຽງ ຊື່ງສຳຜັດກັບຜູ້ຕິດເຊື້ອທີ່ໄດ້ລາຍງານໃນວັນທີ 15 ກັນຍາ 2021.

ຂໍ້ມູນຜູ້ຕິດເຊື້ອໃນຊຸມຊົນໃນນະຄອນຫລວງວຽງຈັນ ວັນທີ 17 ກັນຍາ 2021 - 5 - ຂໍ້ມູນຜູ້ຕິດເຊື້ອໃນຊຸມຊົນໃນນະຄອນຫລວງວຽງຈັນ ວັນທີ 17 ກັນຍາ 2021
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!