ວິທີກຽມໂຕບໍ່ໃຫ້ການເງິນມີບັນຫາ ຫລັງລາອອກຈາກວຽກ

ວິທີກຽມໂຕບໍ່ໃຫ້ການເງິນມີບັນຫາ ຫລັງລາອອກຈາກວຽກ - 4                   - ວິທີກຽມໂຕບໍ່ໃຫ້ການເງິນມີບັນຫາ ຫລັງລາອອກຈາກວຽກ
ວິທີກຽມໂຕບໍ່ໃຫ້ການເງິນມີບັນຫາ ຫລັງລາອອກຈາກວຽກ - Untitled design 1 - ວິທີກຽມໂຕບໍ່ໃຫ້ການເງິນມີບັນຫາ ຫລັງລາອອກຈາກວຽກ

 

ມີເຫດຜົນຫລວງຫລາຍທີ່ເຮັດໃຫ້ຄົນເຮົານັ້ນຄິດຢາກຈະລາອອກຈາກວຽກທີ່ເຮັດ  ບໍ່ວ່າຈະແມ່ນເບື່ອ, ເງິນເດືອນໜ້ອຍ, ເຮັດວຽກມີເລື່ອງ-ມີແຕ່ບັນຫາ, ແຕ່ຢ່າລືມວ່າຫລັງຈາກທີ່ເຮົາຈາກລອອກມາແລ້ວນັ້ນ ເງິນເດືອນທີ່ເຮົາເຄີຍໄດ້ທຸກໆເດືອນກໍຈະ ບໍ່ໄດ້ອີກຕໍ່ໄປ. ສະນັ້ນ, ເຮົາຈະຢູ່ແນວໃດໃນເມື່ອຊີວິດຕ້ອງໃຊ້ເງິນ ດັ່ງນັ້ນແລ້ວ ເຮົາຈຶ່ງຈຳເປັນຕ້ອງກຽມໂຕໃຫ້ພ້ອມກ່ອນທີ່ຈະ ລາອອກ ແລ້ວຕ້ອງກຽມຫຍັງແດ່ ມາເບິ່ງກັນເລີຍ.

ວິທີກຽມໂຕບໍ່ໃຫ້ການເງິນມີບັນຫາ ຫລັງລາອອກຈາກວຽກ - Visit Laos Visit SALANA BOUTIQUE HOTEL - ວິທີກຽມໂຕບໍ່ໃຫ້ການເງິນມີບັນຫາ ຫລັງລາອອກຈາກວຽກ

ຖ້າທຸກໆເຊົ້າບໍ່ຢາກຕື່ນໄປເຮັດວຽກ, ວຽກທີ່ເຮັດກໍບໍ່ໄດ້ຕອບໂຈດຊີວິດຂອງທ່ານ, ບໍ່ໄດ້ຊ່ວຍໃຫ້ເຕີບໃຫຍ່ຂຶ້ນ, ມີທັກສະເພີ່ມ ຂຶ້ນ ຫລື ເງິເດືອນອາດບໍ່ຕອບສະໜອງຄວາມຕ້ອງການໃນຊີວິດ ບາງເທື່ອການລາອອກຈາກວຽກກໍອາດຈະເປັນຄຳຕອບໄດ້. ແຕ່ມາຄິດເບິ່ງອີກເທື່ອໜຶ່ງ ລາອອກຈາກວຽກໄປແລ້ວຈະກິນຫຍັງ, ຈະຫາວຽກໃໝ່ກໍຍາກ, ເຮັດທຸລະກິດກໍສ່ຽງ, ຈະຮຽນຕໍ່ປະ ລິນຍາໂທ-ປະລິນຍາເອກ ຄ່າເທີມກໍແພງ ຖ້າບໍ່ກຽມໂຕໃຫ້ດີ ການເງິນອາດມີບັນຫາໄດ້. ມື້ນີ້ພວກເຮົາຈຶ່ງມີຄຳແນະນຳກ່ຽວກັບ ວິທີການກຽມໂຕເລື່ອງການເງິນກ່ອນຄິດຈະລາອອກຈາກວຽກ ຈະໄດ້ໄປສ້າງຄວາມຝັນກັນແບບສະບາຍໆໂດຍທີ່ການເງິນບໍ່ສະ ດຸດ.

  1. ສະໝັກບັດເຄຣດິດ : ສາເຫດທີ່ຕ້ອງກຽມໂຕເລື່ອງນີ້ກໍຍ້ອນວ່າຖ້າບໍ່ໄດ້ເຮັດວຽກປະຈຳແລ້ວ ການສະໝັກບັດເຄຣດິດ ອາດຈະເຮັດໄດ້ຍາກຂຶ້ນ ເນື່ອງຈາກບໍ່ມີສະລິບຮັບຮອງເງິນເດືອນ ແລະ Statement ຍ້ອນຫລັງ ລວມເຖິງສະຖາບັນ ການເງິນອາດເບິ່ງວ່າທ່ານຂາດຄວາມສາມາດໃນການຊຳລະໜີ້. ດັ່ງນັ້ນ, ສຳລັບໃຜທີ່ລາອອກມາແລ້ວ ແລະ ບໍ່ຄິດທີ່ ຈະເຮັດວຽກປະຈຳຕໍ່ ຢາກເປັນຟຣີແລນເຮັດວຽກອິດສະຫລະໄປຍາວໆ ການສະໝັກບັດເຄຣດິດເຜື່ອເອົາໄວ້ຈັກບັດກໍ ເປັນເລື່ອງທີ່ສົມຄວນ ເພາະອາດຈະຊ່ວຍເພີ່ມສະພາບຄ່ອງ ແລະ ໃຫ້ສິດທິປະໂຫຍດບາງຢ່າງໄດ້, ແຕ່ກໍຢ່າຮູດເພີນຈົນ ເປັນໜີ້ກໍພໍ.
  2. ມີລາຍໄດ້ເສີມ : ລະຫ່ວາງໄລຍະກ່ອນລາກ່ອນ ແລະ ລະຫ່ວາງທີ່ວ່າງວຽກ ຄວນມີຊ່ອງທາງລາຍໄດ້ເສີມນຳ ອາດ ເປັນສິ່ງທີ່ທ່ານຊຳນານ ຫລື ວຽກທີ່ເຮັດໄດ້ຢູ່ເຮືອນ ເປັນຕົ້ນ ບາງເທື່ອວຽກເສີມຂອງທ່ານອາດສ້າງລາຍໄດ້ໃຫ້ທ່ານ ຫລາຍກ່ວາວຽກປະຈຳທີ່ເຮັດຢູ່ກໍມີ. ສຳລັບໃຜທີ່ບໍ່ຮູ້ວ່າຈະຫາລາຍໄດ້ເສີມແນວໃດ ລອງເບິ່ງຈາກແຜນຜັງສ້າງອາຊີບ ລອງເລີ່ມຕົ້ນຈາກຂຽນສິ່ງທີ່ເຮົາມີລົງໄປ ເຊັ່ນ : ມີຄວາມຮູ້ດ້ານໃດ, ມີປະສົບການຊ່ຽວຊານຫຍັງ, ຕອນວ່າງໆມັກ ເຮັດຫຍັງ, ຊ່ວຍໃຜໄດ້ແດ່ ແລະ ເຮັດຜ່ານຊ່ອງທາງໃດ ແລ້ວເອົາມັນມາຕໍ່ຍອດສ້າງລາຍໄດ້ໃຫ້ຕົນເອງ.
  3. ຂຶ້ນທະບຽນຄົນວ່າງວຽກ : ສຳລັບພະນັກງານບໍລິສັດ ໃຜທີ່ຈ່າຍເງິນປະກັນສັງຄົມມາ ຢ່າລືມໄປລົງທະບຽນຄົນວ່າງ ວຽກ ເພາະກໍລະນີເປັນຄົນວ່າງວຽກສາມາດຮັບສິດທິປະໂຫຍດຈາກປະກັນສັງຄົມໄດ້.
  4. ສະສາງໜີ້ໃຫ້ຫລາຍທີ່ສຸດ : ກ່ອນຈະອອກໄປສູ່ໂລກຂອງການວ່າງວຽກ ການສະສາງໜີ້ໃຫ້ຫລາຍທີ່ສຸດເປັນສິ່ງທີ່ຈຳ ເປັນຕ້ອງເຮັດເປັນອັນດັບທຳອິດ ເພາະສຳລັບບາງຄົນ ໜີ້ຖືວ່າເປັນລາຍຈ່າຍປະຈຳ ບາງຄົນອາດເປັນໜີ້ໄລຍະຍາວ ເຊັ່ນ : ໜີ້ເຮືອນ, ໜີ້ລົດ ຫລື ບາງຄົນອາດເປັນໜີ້ໄລຍະສັ້ນ ເຊັ່ນ : ບັດເຄຣດິດ ຫລື ສິນເຊື່ອສ່ວນບຸກຄົນ ແນະນຳວ່າໃຫ້ ຮີບປິດໜີ້ໄລຍະສັ້ນກ່ອນທີ່ຈະລາອອກ ເພື່ອເພີ່ມສະພາບຄ່ອງໃຫ້ກັບທ່ານ ໂດຍຄວນສະສາງໜີ້ໃຫ້ເຫລືອບໍ່ເກີນຊັບສິນ ທີ່ທ່ານມີ ຫລື ຖ້າຈ່າຍບໍ່ໝົດແທ້ໆກໍຄວນມີເງິນທ້ອນໄວ້ສຳລັບຈ່າຍໜີ້ໃນໄລຍະຊອກວຽກໃໝ່ນຳ.
  5. ກຽມເງິນສຳຮອງ : ຄວາມສ່ຽງເປັນເລື່ອງທີ່ຕ້ອງເອົາໃຈໃສ່ ປົກກະຕິຖ້າມີວຽກຢູ່ແລ້ວຄວນຕ້ອງມີເງິນສຳຮອງປະ ມານ 3 – 6 ເດືອນ ເຜື່ອໄວ້ສຳລັບຄ່າໃຊ້ຈ່າຍສຸກເສີນ ເຊັ່ນ: ຄ່າປິ່ນປົວກໍລະນີເຈັບປ່ວຍ, ໂອກາດລົງທຶນສຳຄັນໆ, ຈ່າຍໜີ້ ຫລື ຄ່າໃຊ້ຈ່າຍໃນໄລຍະສັ້ນ, ແຕ່ຖ້າລາອອກ ຄວາມສ່ຽງກໍຈະຍິ່ງເພີ່ມ ເນື່ອງຈາກຂາດລາຍໄດ້ໃນໄລຍະລະ ຫ່ວາງການຊອກວຽກໃໝ່. ດັ່ງນັ້ນ, ແນະນຳວ່າຖ້າຄິດຈະລາອອກ ຄວນມີເງິນທ້ອນປະມານ 6 – 12 ເດືອນຈະດີກ່ວາ.
  • ສະຫລຸບ : ສຸດທ້າຍນີ້ ຢາກຝາກໄວ້ວ່າ ການລາອອກແມ່ນຄວາມສ່ຽງ, ແຕ່ການເຮັດວຽກທີ່ບໍ່ໄດ້ມີການພັດທະນາ ແລະ ບໍ່ຕອບໂຈດຊີວິດມັນກໍເປັນຄວາມສ່ຽງຄືກັນ ເພາະສະນັ້ນແລ້ວ ລອງທົບທວນປຽບທຽບກັນໃຫ້ດີ ແລະ ຢ່າ ຮີບຮ້ອນຕັດສິນໃຈໂດຍບໍ່ວາງແຜນການເງິນໄວ້ກ່ອນ.
ວິທີກຽມໂຕບໍ່ໃຫ້ການເງິນມີບັນຫາ ຫລັງລາອອກຈາກວຽກ - lattana banner 1 - ວິທີກຽມໂຕບໍ່ໃຫ້ການເງິນມີບັນຫາ ຫລັງລາອອກຈາກວຽກ
ວິທີກຽມໂຕບໍ່ໃຫ້ການເງິນມີບັນຫາ ຫລັງລາອອກຈາກວຽກ -    AD conten website - ວິທີກຽມໂຕບໍ່ໃຫ້ການເງິນມີບັນຫາ ຫລັງລາອອກຈາກວຽກ
ວິທີກຽມໂຕບໍ່ໃຫ້ການເງິນມີບັນຫາ ຫລັງລາອອກຈາກວຽກ - lattana banner - ວິທີກຽມໂຕບໍ່ໃຫ້ການເງິນມີບັນຫາ ຫລັງລາອອກຈາກວຽກ
error: Alert: ເນື້ອຫາຂ່າວມີລິຂະສິດ !!