ການໃຫ້ບໍລິການໂອນເງິນລະຫວ່າງປະເທດໂດຍບໍ່ໄດ້ຮັບອະນຸຍາດ ແມ່ນຜິດກົດໝາຍ

ການໃຫ້ບໍລິການໂອນເງິນລະຫວ່າງປະເທດໂດຍບໍ່ໄດ້ຮັບອະນຸຍາດ ແມ່ນຜິດກົດໝາຍ - download 1 1 - ການໃຫ້ບໍລິການໂອນເງິນລະຫວ່າງປະເທດໂດຍບໍ່ໄດ້ຮັບອະນຸຍາດ ແມ່ນຜິດກົດໝາຍ
ການໃຫ້ບໍລິການໂອນເງິນລະຫວ່າງປະເທດໂດຍບໍ່ໄດ້ຮັບອະນຸຍາດ ແມ່ນຜິດກົດໝາຍ - Untitled design 1 - ການໃຫ້ບໍລິການໂອນເງິນລະຫວ່າງປະເທດໂດຍບໍ່ໄດ້ຮັບອະນຸຍາດ ແມ່ນຜິດກົດໝາຍ

ປັດຈຸບັນມັກຈະເຫັນການໂພສໂຄສະນາໃຫ້ບໍລິການໂອນເງິນລະຫວ່າງປະເທດ ທາງສື່ອອນລາຍເປັນຈຳນວນຫລາຍ ເຊິ່ງການເຄື່ອນໄຫວໃຫ້ບໍລິການໂອນເງິນລະຫວ່າງປະເທດນັ້ນແມ່ນມີທັງຖືກກົດໝາຍ ແລະ ຜິດກົດໝາຍ, ແຕ່ກໍມີຈຳນວນບໍ່ໜ້ອຍທີ່ໂຄສະນາໃຫ້ບໍລິການໂດຍບໍ່ໄດ້ຮັບອະນຸຍາດຈາກໜ່ວຍງານທີ່ກ່ຽວຂ້ອງ ແລະ ຖືວ່າການໃຫ້ບໍລິການດັ່ງກ່າວແມ່ນບໍ່ຖືກຕ້ອງຕາມກົດໝາຍ, ບໍ່ປອດໄພ ແລະ ມີຄວາມສ່ຽງສູງທີ່ຈະເກີດມີການສໍ້ໂກງ.

ໃນວັນທີ 23 ກັນຍາ 2021 ຫ້ອງການ, ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການເຖິງພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ພະນັກງານ, ທະຫານ ແລະ ຕຳຫຼວດໃນຂອບເຂດທົ່ວປະເທດ ເລື່ອງການໃຫ້ບໍລິການ ແລະ ການໃຊ້ບໍລິການໂອນເງິນທາງເອເລັກໂຕຣນິກລະຫວ່າງປະເທດ ເຊິ່ງທະນາຄານແຫ່ງ ສປປ ລາວ ໄດ້ອະນຸຍາດໃຫ້ 42 ແຫ່ງ (ທະນາຄານທຸລະກິດ 39 ແຫ່ງ, ນິຕິບຸກຄົນ 3 ແຫ່ງ) ຕາມແຈ້ງການສະບັບເລກທີ 461/ກລຊ ລົງວັນທີ 17 ມິຖຸນາ 2021 ໃນການໃຫ້ບໍລິການໂອນເງິນລະຫວ່າງປະເທດໃນ ສປປ ລາວ ແລະ ປະຕິບັດດັ່ງນີ້

ການໃຫ້ບໍລິການໂອນເງິນລະຫວ່າງປະເທດໂດຍບໍ່ໄດ້ຮັບອະນຸຍາດ ແມ່ນຜິດກົດໝາຍ - Visit Laos Visit SALANA BOUTIQUE HOTEL - ການໃຫ້ບໍລິການໂອນເງິນລະຫວ່າງປະເທດໂດຍບໍ່ໄດ້ຮັບອະນຸຍາດ ແມ່ນຜິດກົດໝາຍ

1.​ ການບໍລິການໂອນເງິນທາງເອເລັກໂຕຣນິກທຸກປະເພດ ຕ້ອງໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ, ຊຶ່ງຜູ້ທີ່ມີຈຸດປະສົງໃຫ້ບໍລິການໂອນເງິນທາງເອເລັກໂຕຣນິກ ສາມາດເປັນຕົວແທນໃຫ້ແກ່ຜູ້ໃຫ້ບໍລິການຊຳລະທີ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ຫຼື ສາມາດຍືນໜັງສືສະເໜີຂໍອະນຸຍາດເປັນຜູ້ໃຫ້ບໍລິການໂອນເງິນທາງເອເລັກໂຕຣນິກ ມາຍັງກົມຄຸ້ມຄອງລະບົບຊຳລະສະສາງ, ທະນາຄານແຫ່ງ ສປປ ລາວ ໂດຍສາມາດສອບຖາມລາຍລະອຽດໄດ້ທີ່ພະແນກນະໂຍບາຍລະບົບຊໍາລະ ເບີໂທລະສັບ: 021 253595.​

2. ການໃຫ້ບໍລິການໂອນເງິນທີ່ບໍ່ໄດ້ຮັບອະນຸຍາດຈາກ ທະນາຄານແຫ່ງ ສປປ ລາວ ຖືວ່າລະເມີດ ມາດຕາ 39 ຂໍ້ 2 ຂອງກົດໝາຍວ່າດ້ວຍລະບົບການຊໍາລະ ສະບັບເລກທີ 32/ສພຊ, ລົງວັນທີ 07 ພະຈິກ 2017, ຜູ້ທີ່ລະເມີດຈະຖືກດໍາເນີນມາດຕະການ ຕາມມາດຕາ 57 ຂອງກົດໝາຍວ່າດ້ວຍລະບົບການຊໍາລະ ແລະ ມາດຕາ 55, ມາດຕາ 58 ຂອງຂໍ້ຕົກລົງວ່າດ້ວຍການໃຫ້ບໍລິການຊໍາລະ ສະບັບເລກທີ 288/ທຫລ, ລົງວັນທີ 17 ມີນາ 2020.

3.​ ການໃຊ້ບໍລິການໂອນເງິນກັບຜູ້ໃຫ້ບໍລິການຊໍາລະທີ່ບໍ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ແມ່ນບໍ່ສອດຄ່ອງຕາມກົດໝາຍວ່າດ້ວຍລະບົບການຊໍາລະ.​

4. ກໍລະນີພົບເຫັນການເຄື່ອນໄຫວທີ່ບໍ່ສອດຄ່ອງກັບແຈ້ງການສະບັບນີ້ ສາມາດແຈ້ງ ຫຼື ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ ພະແນກກວດກາລະບົບຊໍາລະ, ກົມຄຸ້ມຄອງລະບົບຊໍາລະສະສາງ, ທະນາຄານແຫ່ງ ສປປ ລາວ, ເບີໂທລະສັບ: 021 253596. ດັ່ງນັ້ນ, ຈຶ່ງແຈ້ງມາຍັງພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ພະນັກງານ, ທະຫານ ແລະ ຕຳຫຼວດ ໃນຂອບເຂດທົ່ວປະເທດຈັດຕັ້ງປະຕິບັດຢ່າງເຂັ້ມງວດດ້ວຍ.

ການໃຫ້ບໍລິການໂອນເງິນລະຫວ່າງປະເທດໂດຍບໍ່ໄດ້ຮັບອະນຸຍາດ ແມ່ນຜິດກົດໝາຍ -    AD conten website - ການໃຫ້ບໍລິການໂອນເງິນລະຫວ່າງປະເທດໂດຍບໍ່ໄດ້ຮັບອະນຸຍາດ ແມ່ນຜິດກົດໝາຍ
ການໃຫ້ບໍລິການໂອນເງິນລະຫວ່າງປະເທດໂດຍບໍ່ໄດ້ຮັບອະນຸຍາດ ແມ່ນຜິດກົດໝາຍ - lattana banner - ການໃຫ້ບໍລິການໂອນເງິນລະຫວ່າງປະເທດໂດຍບໍ່ໄດ້ຮັບອະນຸຍາດ ແມ່ນຜິດກົດໝາຍ
ການໃຫ້ບໍລິການໂອນເງິນລະຫວ່າງປະເທດໂດຍບໍ່ໄດ້ຮັບອະນຸຍາດ ແມ່ນຜິດກົດໝາຍ - lattana banner 1 - ການໃຫ້ບໍລິການໂອນເງິນລະຫວ່າງປະເທດໂດຍບໍ່ໄດ້ຮັບອະນຸຍາດ ແມ່ນຜິດກົດໝາຍ
error: Alert: ເນື້ອຫາຂ່າວມີລິຂະສິດ !!