ຄະນະເລຂາທິການສູນກາງພັກອອກຄຳສັ່ງໃຫ້ປັບປຸງການຈັດຕັ້ງຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ
September 30, 2021 - 10:11 AM

ຄະນະເລຂາທິການສູນກາງພັກ ໄດ້ອອກຄຳສັ່ງ ເລກທີ 120/ຄລສພ ລົງໃນວັນທີ 29 ກັນຍາ 2021 ວ່າດ້ວຍການປັບປຸງການຈັດຕັ້ງຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ດັ່ງນີ້:
- ໃຫ້ຄະນະພັກທຸກຂັ້ ຖືເອົາວຽກປັບປຸງກົງຈັກການຈັດຕັ້ງ ແລະ ວຽກກໍານົດຕໍາແໜ່ງງານເປັນວຽກງານບູລິມະສິດອີກວຽກໜຶ່ງ ທີ່ຂຶ້ນກັບຄວາມຮັບຜິດຊອບໂດຍກົງ ໃນການນໍາພາ-ຊີ້ນໍາຂອງຕົນ;
- ໃຫ້ຄະນະພັກແຕ່ລະຂັ້ນ ເອົາໃຈໃສ່ຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນ ແລະ ປະຕິບັດບັນດາມະຕິ, ຄໍາສັ່ງຕ່າງໆ ຂອງພັກ ແລະ ບັນດານິຕິກໍາຂອງລັດ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ແລະ ກໍານົດຕໍາແໜ່ງງານ ໃຫ້ເລິກເຊິ່ງ ແລະ ທັນຕາມກໍານົດເວລາ;
- ໃຫ້ຄະນະພັກແຕ່ລະຂັ້ນສະຫລຸບ-ຕີລາຄາຄືນ ການຈັດຕັ້ງປະຕິບັດພາລະບົດບາດ, ໜ້າທີ່, ຂອບເຂດສິດ ແລະ ແບບແຜນວິທີເຮັດວຽກ ຂອງການຈັດຕັ້ງຂັ້ນຕົ້ນ ໃຫ້ເຫັນດ້ານດີ ທີ່ຄວນຊຸກຍູ້, ສົ່ງເສີມ, ດ້ານອ່ອນ-ຂໍ້ຄົງຄ້າງ ທີ່ຄວນຈໍາກັດແກ້ໄຂບົນພື້ນຖານນັ້ນ ຮີບຮ້ອນປັບປຸງພາລະບົດບາດ, ຂອບເຂດ ສິດ, ໜ້າທີ່ ຂອງແຕ່ລະການຈັດຕັ້ງ ໃຫ້ຈະແຈ້ງ, ຮັດກຸມ ພ້ອມທັງຄົ້ນຄວ້າກໍານົດຕໍາແໜ່ງງານການ ຈັດຕັ້ງ ໃຫ້ສົມເຫດສົມຜົນ, ຄຽງຄູ່ກັບພິຈາລະນາ ສັບຊ້ອນ, ຈັດວາງພະນັກງານຄົນໃຫມ່ ຕາມການກໍານົດຕໍາແໜ່ງງານດັ່ງກ່າວ;
- ໃຫ້ຄະນະພັກກະຊວງ-ອົງການ ຄົ້ນຄວ້າສັບຊ້ອນ ບັນດາໜ້າວຽກ ຂອງບັນດາກົມຊ່ວຍໜູນ ຂອງກະຊວງ-ອົງການ ເຂົ້າໃນພາລະບົດບາດ, ໜ້າທີ່ ຂອງຫ້ອງການ, ພ້ອມນັ້ນ, ກໍໃຫ້ຄົ້ນຄວ້າຍຸບ ຫລື ໂຮມ ບັນດາຫົວໜ່ວຍການຈັດຕັ້ງຂັ້ນກົມ ແລະ ຂັ້ນພະແນກ ທີ່ເຄື່ອນໄຫວບໍ່ມີປະສິດທິພາບ ຫລື ປະສິດທິ ຜົນຕໍ່າ ເຂົ້າກັບຫົວໜ່ວຍການຈັດຕັ້ງ ທີ່ມີພາລະບົດບາດໃກ້ຄຽງກັນ ເພື່ອຫລຸດຜ່ອນ ຈໍານວນກົງຈັກ ແລະ ບຸກຄະລາກອນລົງ;
- ໃຫ້ຄະນະພັກນະຄອນຫລວງວຽງຈັນ ແລະ ບັນດາແຂວງ ເປັນເຈົ້າການຄົ້ນຄວ້າປັບປຸງກົງຈັກ ຂອງບັນດາພະແນກການ-ອົງການຕ່າງໆ ຢູ່ອ້ອມຂ້າງແຂວງ-ນະຄອນຫລວງ, ເມືອງ-ນະຄອນ ຕາມທິດ ກະທັດຮັດ ຕິດພັນກັບການກໍານົດຕໍາແໜ່ງງານ ແລະ ສອດຄ່ອງກັບໜ້າທີ່ວຽກງານຕົວຈິງ ແລະ ຄວາມຮຽກຮ້ອງຕ້ອງການອັນຈໍາເປັນ ຂອງທ້ອງຖິ່ນ ບົນພື້ນຖານກົດຫມາຍ, ລະບຽບການ ແລະ ການ ແບ່ງຂັ້ນຄຸ້ມຄອງ; ໃຫ້ສັບຊ້ອນບັນດາໜ້າວຽກ ຂອງກົງຈັກຊ່ວຍໜູນ ຂອງພະແນກຂັ້ນທ້ອງຖິ່ນ ເຂົ້າກັບຂະແໜງບໍລິຫານ ເພື່ອຫລຸດຈໍານວນກົງຈັກ ໃຫ້ກະທັດຮັດລົງ ພ້ອມທັງຄົ້ນຄວ້າຍຸບ ຫລື ໂຮມ ຫົວໜ່ວຍການຈັດຕັ້ງ ຂັ້ນຂະແໜງ ທີ່ເຄື່ອນໄຫວບໍ່ມີປະສິດທິຜົນ ຫລື ປະສິດທິຜົນຕໍ່າ ເຂົ້າກັບ ຫົວໜ່ວຍການຈັດຕັ້ງທີ່ມີໜ້າວຽກໃກ້ຄຽງກັນ, ສ່ວນກົງຈັກຂອງຫ້ອງການຂັ້ນເມືອງ ກໍເຊັ່ນດຽວກັນ ໃຫ້ປັບປຸງໄປຕາມທິດກະທັດຮັດ ດັ່ງທີ່ກ່າວມາຂ້າງເທິງນັ້ນ;
- ການປັບປຸງກົງຈັກການຈັດຕັ້ງ ແລະ ການກໍານົດຕໍາແໜ່ງງານ ຂອງບັນດາກະຊວງ-ອົງການ ແລະທ້ອງຖິ່ນ ໃຫ້ຕິດພັນກັບການຄົ້ນຄວ້າປັບປຸງກົນໄກ, ແບບແຜນວິທີເຮັດວຽກ ແລະ ການພົວພັນ ປະສານງານ ລະຫວ່າງສູນກາງ ແລະ ທ້ອງຖິ່ນ, ການພົວພັນ ລະຫວ່າງຂະແໜງການດ້ວຍກັນ ໃຫ້ເປັນ ລະບົບໂລ່ງລ່ຽນ ຫລີກເວັ້ນການກ້າວກ່າຍ, ຊ້ໍາຊ້ອນວຽກງານເຊິ່ງກັນ ແລະ ກັນ; ເດັດດ່ຽວແກ້ໄຂ ການມີຫລາຍຂັ້ນ-ຂອດບໍລິຫານ ໃນວຽກງານອັນດຽວກັນ;
- ໃຫ້ຄະນະພັກ ບັນດາກະຊວງ-ອົງການ, ນະຄອນຫລວງ ແລະ ບັນດາແຂວງ ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນຂອງຕົນ ກ່ຽວກັບ ຄວາມຈໍາເປັນ ແລະ ຄວາມສໍາຄັນ ໃນການປັບປຸງກົງຈັກການຈັດຕັ້ງ ຄັ້ງນີ້ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ;
- ສືບຕໍ່ດໍາເນີນການປະເມີນຜົນສະມາຊິກພັກ, ພະນັກງານ-ລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫລວດ ປະຈໍາແຕ່ລະປີ ເພື່ອຊອກໃຫ້ເຫັນພະນັກງານ ຜູ້ທີ່ດີ, ທີ່ເກັ່ງ, ຜູ້ທີ່ມີ ຄວາມຮູ້ຄວາມສາມາດ ເພື່ອເປັນບ່ອນອີງ ໃນການຈັດວາງ, ສັບຊ້ອນ ເຂົ້າໃນແຕ່ລະຕໍາແໜ່ງງານ ຄືນໃໝ່. ສໍາລັບຜູ້ທີ່ມີບັນຫາ, ເຊື່ອມຖອຍດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີການສວຍໃຊ້ໜ້າທີ່ຕໍາແໜ່ງ, ສໍ້ລາດບັງຫລວງ ແລະ ຜູ້ທີ່ເຄື່ອນໄຫວບໍ່ຖືກຕ້ອງ ແລະ ບໍ່ສອດຄ່ອງ ກັບແນວທາງ, ນະໂຍບາຍ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຕ້ອງເດັດດ່ຽວ, ເດັດຂາດ ແກ້ໄຂບຸກຄົນເຫລົ່ານັ້ນ ດ້ວຍມາດຕະການຕ່າງໆ ຢ່າງຂາດຕົວ;
- ມອບໃຫ້ລັດຖະບານ ປັບປຸງກົນໄກຄຸ້ມຄອງ ໃຫ້ເປັນລະບົບເອກະພາບ ແລະ ເຂັ້ມແຂງ; ພ້ອມນັ້ນ,ສືບຕໍ່ຜັນຂະຫຍາຍຍຸດທະສາດ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍ ເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ໄປພ້ອມໆກັບການແບ່ງຂອບເຂດ ສິດອໍານາດ, ໜ້າທີ່ ແລະ ຄວາມຮັບຜິດຊອບລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ຈະແຈ້ງ, ຂາດ ຕົວ ຕາມທິດມອບຄວາມເປັນເຈົ້າໃຫ້ທ້ອງຖິ່ນ ຫລາຍຂື້ນ ດຽງຄູ່ກັບການຫັນພະນັກງານລົງສູ່ທ້ອງຖິ່ນ ຍົກລະດັບຄວາມສາມາດ ຂອງການຈັດຕັ້ງ ແລະ ບຸກຄະລາກອນ ໃຫ້ແກ່ທ້ອງຖິ່ນ;
10.ມອບໃຫ້ລັດຖະບານ (ກະຊວງພາຍໃນ) ສົມທົບກັບຄະນະຈັດຕັ້ງສູນກາງພັກ ສັງລວມແຜນການລະອຽດ ໃນການປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນ ນໍາລາຍງານໃຫ້ກົມການເມືອງສູນກາງພັກ ເພື່ອຕົກລົງ;
11.ຄະນະພັກທຸກຂັ້ນ ຕ້ອງເປັນເຈົ້າການໃນການຄົ້ນຄວ້າ, ເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດ ຄໍາສັ່ງສະບັບນີ້ ຕາມພາລະບົດບາດ, ຂອບເຂດສິດ ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ; ຮັບປະກັນການ ຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ໃນການປັບປຸງກົງຈັກການຈັດຕັ້ງ ຕິດພັນກັບການກໍານົດຕໍາແໜ່ງງານ ແລະ ຫລຸດຜ່ອນຈໍານວນພົນ;
- ມອບໃຫ້ອົງການເສນາທິການ ຂອງສູນກາງພັກ ແລະ ລັດຖະບານ ເປັນຜູ້ຕິດຕາມ, ຊຸກຍູ້ການຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດ ຄໍາສັ່ງສະບັບນີ້; ຜ່ານການຈັດຕັ້ງປະຕິບັດ ຖ້າພົບບັນຫາ ຫຍຸ້ງຍາກ ໃຫ້ລາຍງານຂໍທິດຊີ້ນໍາ ຈາກຄະນະເລຂາທິການສູນກາງພັກ ໂດຍຜ່ານຄະນະຈັດຕັ້ງສູນ
ກາງພັກ;
- ຄຳສັ່ງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.