WHO ອະນຸມັດການນຳໃຊ້ Mosquirix ວັກຊີນມາລາເລຍຊະນິດທຳອິດຢ່າງເປັນທາງການ

WHO ອະນຸມັດການນຳໃຊ້ Mosquirix ວັກຊີນມາລາເລຍຊະນິດທຳອິດຢ່າງເປັນທາງການ - COVER WEB 11 3 - WHO ອະນຸມັດການນຳໃຊ້ Mosquirix ວັກຊີນມາລາເລຍຊະນິດທຳອິດຢ່າງເປັນທາງການ
WHO ອະນຸມັດການນຳໃຊ້ Mosquirix ວັກຊີນມາລາເລຍຊະນິດທຳອິດຢ່າງເປັນທາງການ - Untitled design 1 - WHO ອະນຸມັດການນຳໃຊ້ Mosquirix ວັກຊີນມາລາເລຍຊະນິດທຳອິດຢ່າງເປັນທາງການ

ວັນທີ 6 ຕຸລາ 2021, ຄະນະກຳມະການຈາກອົງການອະນາໄມໂລກ (WHO) ໄດ້ອະນຸມັດຮັບຮອງການນຳໃຊ້ວັກຊີນ ‘Mosquirix’ ຫລື ວັກຊີນ RTS,S ວັກຊີນມາລາເລຍຊະນິດທຳອິດຢ່າງເປັນທາງການ ໂດຍວັກຊີນຊະນິດໃໝ່ນີ້ພັດທະນາໂດຍບໍລິສັດ GlaxoSmithKline ທີ່ມີສ່ວນຊ່ວຍກະຕຸ້ນການສ້າງພູມຕ້ານທານໃນເດັກ ເພື່ອຕ້ານປໍລະສິດ Plasmodium falciparum ສິ່ງມີຊີວິດຈຸລັງດຽວທີ່ເປັນສາເຫດໃນການສ້າງພະຍາດມາລາເລຍໃນມະນຸດຊະນິດຮຸນແຮງທີ່ມີຍຸງເປັນພາຫະ ແລະ ພົບການແຜ່ກະຈາຍຫລາຍໃນທະວີບອາຟຣິກາ.

ພະຍາດມາລາເລຍເປັນພະຍາດຕິດຕໍ່ຊະນິດໜຶ່ງທີ່ຮູ້ຈັກກັນມາດົນ, ພະຍາດນີ້ຂ້າຊີວິດປະຊາກອນໂລກໄປປະມານປີລະ 500.000 ຄົນ ຫລາຍກວ່າເຄິ່ງເປັນເດັກອາຍຸຕໍ່າກວ່າ 5 ປີທີ່ອາໄສຢູ່ໃນທະວີບອາຟຣິກາ, ເຂດຊັບຊາຮາຣາ ໂດຍວັກຊີນດັ່ງກ່າວນີ້ ບໍ່ພຽງແຕ່ເປັນວັກຊີນມາລາເລຍຊະນິດທຳອິດ ແຕ່ຍັງເປັນວັກຊີນທີ່ພັດທະນາຂຶ້ນເພື່ອຮັບມືກັບພະຍາດທີ່ເກີດຂຶ້ນຈາກເຊື້ອປໍລະສິດຊະນິດທຳອິດນຳອີກ.

WHO ອະນຸມັດການນຳໃຊ້ Mosquirix ວັກຊີນມາລາເລຍຊະນິດທຳອິດຢ່າງເປັນທາງການ - Visit Laos Visit SALANA BOUTIQUE HOTEL - WHO ອະນຸມັດການນຳໃຊ້ Mosquirix ວັກຊີນມາລາເລຍຊະນິດທຳອິດຢ່າງເປັນທາງການ

ຜົນການທົດລອງເບື້ອງຕົ້ນພົບວ່າ: ວັກຊີນ Mosquirix ມີປະສິດທິພາບຕ້ານພະຍາດມາລາເລຍທີ່ມີອາການຮຸນແຮງໄດ້ປະມານ 50% ໃນໄລຍະປີທຳອິດ ກ່ອນລະດັບພູມຕ້ານທານຈະຄ່ອຍໆຫລຸດລົງເກືອບໝົດພາຍໃນໄລຍະ 4 ປີ. ເບື້ອງຕົ້ນຍັງບໍ່ມີການຄຳນວນວ່າ: ວັກຊີນມາລາເລຍນີ້ມີປະສິດທິພາບໃນການປ້ອງກັນຄວາມສ່ຽງໃນການເສຍຊີວິດໄດ້ເທົ່າໃດ.

ໂດຍວັກຊີນ Mosquirix ນີ້ 3 ໂດສທຳອິດຈະໃຫ້ໃນເດັກນ້ອຍອາຍຸ 5-17 ເດືອນ ກ່ອນໂດສທີ 4 ຈະໃຫ້ຫລັງຈາກນັ້ນປະມານ 18 ເດືອນ ຈ່າຍໃຫ້ກຸ່ມຕົວຢ່າງໃນ 3 ປະເທດ ໄດ້ແກ່ ເຄນຢາ, ມາລາວີ ແລະ ການາ ໄປແລ້ວ 2,3 ລ້ານໂດສ ເພີ່ມການປ້ອງກັນພະຍາດມາລາເລຍໃນເດັກໃນປະເທດດັ່ງກ່າວ ຈົນໜ້ອຍກວ່າ 70% ເພີ່ມເປັນ 90%. ຂະນະທີ່ການນອນໃນມຸ້ງ ໜຶ່ງໃນວິທີປ້ອງກັນພາຫະນຳໂຣກເຊັ່ນ ຍຸງ ທີ່ແຜ່ຫລາຍທີ່ສຸດ ຊ່ວຍຫລຸດໂອກາດການເສຍຊີວິດຈາກມາລາເລຍໃນເດັກອາຍຸຕໍ່າກວ່າ 5 ປີ ໄດ້ພຽງປະມານ 20% ເທົ່ານັ້ນ.

ດຣ. ແມຣີ ຮາເມວ ຜູ້ນຳທີມພັດທະນາວັກຊີນມາລາເລຍຂອງ WHO ເຊື່ອວ່າ: ວັກຊີນນີ້ຈະເປັນໜຶ່ງໃນເຄື່ອງມືສຳຄັນໃນການຊ່ວຍປະຊາຄົມໂລກຮັບມືພະຍາດມາລາເລຍ ໂດຍຈາກໂມເດວການສຶກສາໃນທ້າຍປີ 2020 ຜ່ານມາ ຄາດການວ່າຖ້າວັກຊີນນີ້ໄດ້ຮັບການກະຈາຍໄປໃຫ້ປະເທດທີ່ມີອັດຕາການປ່ວຍຈາກພະຍາດມາລາເລຍສູງ, ວັກຊີນ Mosquirix ຈະສາມາດຊ່ວຍປ້ອງກັນການປ່ວຍໄຂ້ໄດ້ປີລະປະມານ 5,4 ລ້ານຄົນ ແລະ ປ້ອງກັນການເສຍຊີວິດປະມານ 23.000 ຄົນໃນເດັກອາຍຸຕໍ່າກວ່າ 5 ປີ.

ຂະນະທີ່ ດຣ. ເປໂດຣ ອອງໂຊ ຜູ້ອຳນວຍການໂຄງການມາລາເລຍໂລກຂອງ WHO ຊີ້ວ່າ: ນີ້ຄືເຫດການສຳຄັນທາງປະຫວັດສາດ, ປໍລະສິດມີຄວາມສັບຊ້ອນກວ່າໄວຣັສ ຫລື ແບັດທີເຣຍ ແລະ ຄວາມພະຍາຍາມໃນການພັດທະນາວັກຊີນມາລາເລຍໄດ້ດຳເນີນມາຫລາຍທົດສະວັດ. ນີ້ຄືກ້າວກະໂດດຄັ້ງສຳຄັນຈາກມຸມມອງທາງວິທະຍາສາດ ສູ່ການພັດທະນາວັກຊີນເຈນທຳອິດທີ່ໃຊ້ຮັບມືກັບປໍລະສິດສ້າງພະຍາດໃນມະນຸດ.

ອ້າງອີງ:

WHO ອະນຸມັດການນຳໃຊ້ Mosquirix ວັກຊີນມາລາເລຍຊະນິດທຳອິດຢ່າງເປັນທາງການ - lattana banner - WHO ອະນຸມັດການນຳໃຊ້ Mosquirix ວັກຊີນມາລາເລຍຊະນິດທຳອິດຢ່າງເປັນທາງການ
WHO ອະນຸມັດການນຳໃຊ້ Mosquirix ວັກຊີນມາລາເລຍຊະນິດທຳອິດຢ່າງເປັນທາງການ - lattana banner 1 - WHO ອະນຸມັດການນຳໃຊ້ Mosquirix ວັກຊີນມາລາເລຍຊະນິດທຳອິດຢ່າງເປັນທາງການ
WHO ອະນຸມັດການນຳໃຊ້ Mosquirix ວັກຊີນມາລາເລຍຊະນິດທຳອິດຢ່າງເປັນທາງການ -    AD conten website - WHO ອະນຸມັດການນຳໃຊ້ Mosquirix ວັກຊີນມາລາເລຍຊະນິດທຳອິດຢ່າງເປັນທາງການ
error: Alert: ເນື້ອຫາຂ່າວມີລິຂະສິດ !!