14 ແຂວງໃນລາວ ກຽມຮັບມືກັບພາຍຸລົມແຮງ ແລະ ນໍ້າຖ້ວມອັ່ງ ໃນໄລຍະວັນທີ 10-12 ຕຸລາ 2021

14 ແຂວງໃນລາວ ກຽມຮັບມືກັບພາຍຸລົມແຮງ ແລະ ນໍ້າຖ້ວມອັ່ງ ໃນໄລຍະວັນທີ 10-12 ຕຸລາ 2021 - 180462  e1633673996167 - 14 ແຂວງໃນລາວ ກຽມຮັບມືກັບພາຍຸລົມແຮງ ແລະ ນໍ້າຖ້ວມອັ່ງ ໃນໄລຍະວັນທີ 10-12 ຕຸລາ 2021
14 ແຂວງໃນລາວ ກຽມຮັບມືກັບພາຍຸລົມແຮງ ແລະ ນໍ້າຖ້ວມອັ່ງ ໃນໄລຍະວັນທີ 10-12 ຕຸລາ 2021 - Untitled design 1 - 14 ແຂວງໃນລາວ ກຽມຮັບມືກັບພາຍຸລົມແຮງ ແລະ ນໍ້າຖ້ວມອັ່ງ ໃນໄລຍະວັນທີ 10-12 ຕຸລາ 2021

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນເລກທີ 1109 ລົງວັນທີ 8 ຕຸລາ 2021 ໃຫ້ເຝົ້າລະວັງພາຍຸເຂດຮ້ອນ ໄລອອນລອກດັ່ງນີ້: ໃນເວລາ 8:00 ໂມງ ຂອງວັນທີ 8 ຕຸລາ 2021 ພາຍຸເຂດຮ້ອນ ໄລອອນລອກ (LIONROCK) ມີຈຸດສູນກາງຢູ່ເສັ້ນຂະໜານທີ 17.6 ອົງສາເໜືອ ແລະ ເສັ້ນແວງທີ 110,8 ອົງສາຕາເວັນອອກ ກໍາລັງເຄື່ອນທີ່ໃນ ທິດເໜືອ-ຕາເວັນຕົກສ່ຽງເໜືອ ໄປຫາເກາະໄຮໜໍາຢ່າງຊ້າໆ. ຄາດຄະເນວ່າພາຍຸຫົວນີ້ຈະສືບຕໍ່ເຄື່ອນຂຶ້ນຝັ່ງທາງ ພາກເໜືອປະເທດຫວຽດນາມ ໃນໄລຍະວັນທີ 9-10 ຕຸລາ 2021 ຫລັງຈາກນັ້ນ ຈະອ່ອນກໍາລັງເປັນພາຍຸດີເປຣຊັນ ແລະ ເຄື່ອນທີ່ຜ່ານພາກເໜືອ ແລະ ພາກກາງ ຂອງ ສປປ ລາວ ໃນໄລຍະວັນທີ 10-11 ຕຸລາ 2021 ນີ້. ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ເຊັ່ນ: ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫລວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ຫລວງພະບາງ, ໄຊຍະບູລີ, ນະຄອນຫລວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ ຈະເຮັດໃຫ້ເກີດມີຕົ້ນໄມ້ຫັກລົ້ມ, ຫລັງຄາເຮືອນເປ່ເພ, ນ້ຳຖ້ວມອັ່ງ ແລະ ນ້ຳຖ້ວມຍື່ງ ໃນໄລຍະວັນທີ 10-12 ຕຸລາ 2021 ນີ້.

 

14 ແຂວງໃນລາວ ກຽມຮັບມືກັບພາຍຸລົມແຮງ ແລະ ນໍ້າຖ້ວມອັ່ງ ໃນໄລຍະວັນທີ 10-12 ຕຸລາ 2021 - Visit Laos Visit SALANA BOUTIQUE HOTEL - 14 ແຂວງໃນລາວ ກຽມຮັບມືກັບພາຍຸລົມແຮງ ແລະ ນໍ້າຖ້ວມອັ່ງ ໃນໄລຍະວັນທີ 10-12 ຕຸລາ 2021

14 ແຂວງໃນລາວ ກຽມຮັບມືກັບພາຍຸລົມແຮງ ແລະ ນໍ້າຖ້ວມອັ່ງ ໃນໄລຍະວັນທີ 10-12 ຕຸລາ 2021 - a9600c 209x300 - 14 ແຂວງໃນລາວ ກຽມຮັບມືກັບພາຍຸລົມແຮງ ແລະ ນໍ້າຖ້ວມອັ່ງ ໃນໄລຍະວັນທີ 10-12 ຕຸລາ 2021

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາ ແຂວງດັ່ງກ່າວ ໂດຍສະເພາະຜູ້ທີ່ອາໄສຢູ່ລຽບຕາມຮ່ອມພູ ເປີ້ນພູ ແລະ ແຄມແມ່ນ້ຳຕ່າງໆ ຈົ່ງມີສະຕິລະມັດລະວັງຕໍ່ ສະພາບດິນເຈື່ອນ, ນໍ້າຖ້ວມຊູ, ນ້ຳຖ້ວມຍື່ງ ແລະ ລົມພັດແຮງ ທີ່ຈະເກີດຂື້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

 

14 ແຂວງໃນລາວ ກຽມຮັບມືກັບພາຍຸລົມແຮງ ແລະ ນໍ້າຖ້ວມອັ່ງ ໃນໄລຍະວັນທີ 10-12 ຕຸລາ 2021 -    AD conten website - 14 ແຂວງໃນລາວ ກຽມຮັບມືກັບພາຍຸລົມແຮງ ແລະ ນໍ້າຖ້ວມອັ່ງ ໃນໄລຍະວັນທີ 10-12 ຕຸລາ 2021
14 ແຂວງໃນລາວ ກຽມຮັບມືກັບພາຍຸລົມແຮງ ແລະ ນໍ້າຖ້ວມອັ່ງ ໃນໄລຍະວັນທີ 10-12 ຕຸລາ 2021 - lattana banner - 14 ແຂວງໃນລາວ ກຽມຮັບມືກັບພາຍຸລົມແຮງ ແລະ ນໍ້າຖ້ວມອັ່ງ ໃນໄລຍະວັນທີ 10-12 ຕຸລາ 2021
14 ແຂວງໃນລາວ ກຽມຮັບມືກັບພາຍຸລົມແຮງ ແລະ ນໍ້າຖ້ວມອັ່ງ ໃນໄລຍະວັນທີ 10-12 ຕຸລາ 2021 - lattana banner 1 - 14 ແຂວງໃນລາວ ກຽມຮັບມືກັບພາຍຸລົມແຮງ ແລະ ນໍ້າຖ້ວມອັ່ງ ໃນໄລຍະວັນທີ 10-12 ຕຸລາ 2021
error: Alert: ເນື້ອຫາຂ່າວມີລິຂະສິດ !!