ອຸດົມໄຊຫາລືການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມໃຫ້ບັນລຸເປົ້າໝາຍ


ກອງປະຊຸມຄົບຄະນະອົງ ການປົກຄອງແຂວງອຸດົມໄຊໄດ້ໄຂຂື້ນໃນວັນທີ 25 ກໍໍລະກົດນີ້ທີ່ ຫ້ອງວ່າການປົກຄອງແຂວງ, ໂດຍການເປັນປະທານຂອງທ່ານ ເພັດສາຄອນ ຫລວງອາໄພ ເຈົ້າ ແຂວງດັ່ງກ່າວ, ເພື່ອປຶກສາ ຫາລື ຫລາຍບັນຫາສໍາຄັນຂອງແຂວງກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານປີ 2017, ການກະ ກຽມສ້າງ ແຜນ ງົບປະມານແຫ່ງລັດປະຈຳປີ 2018, ວຽກງານຄຸ້ມຄອງທີ່ດິນ, ການຈັດແບ່ງປະເພດດິນ, ອອກ ໃບຕາດິນ, ຂຶ້ນທະບຽນສຳມະ ໂນທີ່ດິນສົກ 2016-2017 ແລະ ທິດທາງວິທີ ແກ້ໄຂໃນຕໍ່ໜ້າ, ຄວາມຄືບໜ້າຂອງໂຄງການກໍ່ ສ້າງເສັ້ນທາງລົດໄຟ ລາວ- ຈີນ, ການຈັດຕັ້ງປະຕິບັດວຽກງານ 3 ສ້າງ, ວຽກງານການຄຸ້ມຄອງ, ການຂະຫຍາຍຕົວທຸລະກິດ ຂອງ ຜູ້ປະກອບການຂະໜາດນ້ອຍ ແລະ ກາງ ແລະ ບັນຫາອື່ນໆ, ເພື່ອພ້ອມກັນມີຄໍາຄິດຄໍາເຫັນ ໃສ່ຈຸດດີໃນຜົນງານທີ່ຍາດມາ ໄດ້ໃນໄລຍະ ແລະ ພ້ອມກັນຫາ ວີທີແກ້ໄຂຈຸດ ອ່ອນຂໍ້ຄົງ ຄ້າງໃຫ້ ໝົດໄປ, ແນ່ໃສ່ສູ້ຊົນໃຫ້ລະບົບ ເສດຖະກິດມະຫາພາກຂອງ ແຂວງທີ່ ໄດ້ກໍານົດໄວຄື: ລວມ ຍອດຜະລິດຕະພັນພາຍໃນ (GDP) ຕ້ອງບໍ່ຕໍ່າກວ່າ 8%, ສ້າງມູນຄ່າ ຜະລິດຕະພັນ ພາຍໃນໃຫ້ບັນລຸໄດ້ 3.783 ຕື້ ກີບ ເທົ່າກັບ 471 ລ້ານໂດລາ ສະຫະລັດ, ສະເລ່ຍລາຍຮັບ ໃຫ້ໄດ້ ຫລາຍກວ່າ 11 ລ້ານກີບ ເທົ່າກັບ 1.487 ໂດລາສະຫະ ລັດຕໍ່ຄົນຕໍ່ປີ.


+ ສານປະຊາຊົນແຂວງອຸດົມໄຊຕັດສິນປະຫານຊີວິດຜູ້ຄ້າຂາຍຢາເສບຕິດລາຍໃຫຍ່ 2 ຄົນ
+ ສະຫວັນນະເຂດຈະເລີ່ມຈັດຕັ້ງປະຕິບັດໂຄງການກໍ່ສ້າງ ປ້ອງກັນຕາຝັ່ງເຈື່ອນແຄມຂອງໄລຍະ 2
ໃນນີ້ດ້ານວຽກ ງານກະສິກຳ ແລະ ປ່າໄມ້ ໃຫ້ເພີ່ມຂຶ້ນ 7,56% ກວມ ເອົາ 41,15%, ອຸດສາຫະ ກໍາເພີ່ມຂຶ້ນ 7,42% ກວມ ເອົາ 33,38%, ບໍລິການໃຫ້ ເພີ່ມຂຶ້ນ 9,26% ກວມເອົາ 23,47% ແລະ ພາສີອາກອນ ແລະ ຂາເຂົ້າເພີ່ມຂຶ້ນ 12,50% ກວມເອົາ 2% ຂອງ GDP.