ເດນມາກອະນຸຍາດໃຫ້ມີການທົດລອງ ວິທີປິ່ນປົວພະຍາດໂຄວິດ-19 ແບບສູດດົມໃນມະນຸດ

ເດນມາກອະນຸຍາດໃຫ້ມີການທົດລອງ ວິທີປິ່ນປົວພະຍາດໂຄວິດ-19 ແບບສູດດົມໃນມະນຸດ - aHR0cHM6Ly9zLmlzYW5vb2suY29tL25zLzAvdWQvMTY5MS84NDU2OTc4L2NvdmlkMTkuanBn - ເດນມາກອະນຸຍາດໃຫ້ມີການທົດລອງ ວິທີປິ່ນປົວພະຍາດໂຄວິດ-19 ແບບສູດດົມໃນມະນຸດ
ເດນມາກອະນຸຍາດໃຫ້ມີການທົດລອງ ວິທີປິ່ນປົວພະຍາດໂຄວິດ-19 ແບບສູດດົມໃນມະນຸດ - Untitled design 1 - ເດນມາກອະນຸຍາດໃຫ້ມີການທົດລອງ ວິທີປິ່ນປົວພະຍາດໂຄວິດ-19 ແບບສູດດົມໃນມະນຸດ

ເດນມາກອະນຸຍາດທົດລອງວິທີປິ່ນປົວໂຄວິດ-19 ແບບສູດດົມໃນມະນຸດ, ຄາດຖ້າສຳເລັດຈະເປັນປະໂຫຍດຕໍ່ການປິ່ນປົວພະຍາດຕິດເຊື້ອໃນລະບົບທາງເດີນຫາຍໃຈອື່ນໆນຳ.

ວັນທີ 12 ຕຸລາ 2021, ໂຮງໝໍມະຫາວິທະຍາໄລໂຄເປນເຮເກນ (Rigshospitalet) ເຊິ່ງເປັນໜຶ່ງໃນໂຮງໝໍຂະໜາດໃຫຍ່ທີ່ສຸດຂອງເດນມາກອອກຖະແຫລງການລະບຸວ່າ: ວິທີປິ່ນປົວຜູ້ຕິດເຊື້ອໂຄວິດ-19 ແບບສູດດົມຮູບແບບໃໝ່ ເຊິ່ງພັດທະນາໂດຍຄະນະນັກວິໄຈຊາວເດນມາກ ໂດຍມີພື້ນຖານມາຈາກແນວຄິດຂອງ ໂທມັດ ບານຊໍ ສາສະດາຈານປະຈຳພາກວິຊາຈຸລະຊີວະວິທະຍາຄລີນິກຂອງໂຮງໝໍ ໄດ້ຮັບການອະນຸມັດໃຫ້ທົດລອງທາງຄລີນິກໃນມະນຸດແລ້ວ.

ເດນມາກອະນຸຍາດໃຫ້ມີການທົດລອງ ວິທີປິ່ນປົວພະຍາດໂຄວິດ-19 ແບບສູດດົມໃນມະນຸດ - Visit Laos Visit SALANA BOUTIQUE HOTEL - ເດນມາກອະນຸຍາດໃຫ້ມີການທົດລອງ ວິທີປິ່ນປົວພະຍາດໂຄວິດ-19 ແບບສູດດົມໃນມະນຸດ

ບານຊໍ ລະບຸວ່າ: ການປິ່ນປົວເບື້ອງຕົ້ນເປັນການສູດດົມສານລະລາຍກົດອ່ອນທີ່ເຂົ້າໄປຊ່ວຍລະບົບພູມຕ້ານທານຕໍ່ສູ້ກັບການຕິດເຊື້ອໃນທາງເດີນຫາຍໃຈ ອັນມີຕົ້ນຕໍຈາກແບກທີເຣຍ ຫລື ໄວຣັສ ໂດຍໃນຂັ້ນຕົ້ນຈະເນັ້ນປິ່ນປົວກຸ່ມຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ເຂົ້າປິ່ນປົວໃນໂຮງໝໍ ແລະ ຫວັງວ່າຈະສາມາດປີ້ນໃບໜ້າການປິ່ນປົວພະຍາດຕິດເຊື້ອທາງເດີນຫາຍໃຈປະເພດອື່ນນຳ.

ສຳລັບການວິໄຈດັ່ງກ່າວ ມີການດຳເນີນການຮ່ວມກັບຊອບອັອກ ໂຊລູຊັນ (SoftOx Solutins) ບໍລິສັດສັນຊາດນໍເວ ເຊິ່ງເປັນຜູ້ຖືຄອງສິດທິບັດເຕັກໂນໂລຊີທີ່ໃຊ້ໃນການປິ່ນປົວນີ້.

ບານຊໍ ລະບຸວ່າ: ແນວຄິດການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ແບບສູດດົມ ຕໍ່ຍອດມາຈາກການວິໄຈຄວາມສາມາດຂອງສານລະລາຍທົນກົດໃນການຕໍ່ສູ້ກັບການຕິດເຊື້ອໃນບາດແຜກ່ອນໜ້ານີ້ ເຊິ່ງເປັນແນວຄິດດຽວກັນທີ່ຜ່ານການກັ່ນກອງ ແລະ ປັບປ່ຽນມາສູ່ການປິ່ນປົວດ້ວຍວິທີສູດດົມສຳລັບຕໍ່ສູ້ກັບການຕິດເຊື້ອໃນລະບົບທາງເດີນຫາຍໃຈ.

ທັງນີ້, ສະຖາບັນແຊຣຳແຫ່ງເດນມາກ (SSI) ລາຍງານພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ 564 ຄົນ ແລະ ເສຍຊີວິດ 3 ຄົນ ໃນໄລຍະ 24 ຊົ່ວໂມງຜ່ານມາ ເຮັດໃຫ້ມີຜູ້ຕິດເຊື້ອສະສົມ 364.464 ຄົນ ແລະ ເສຍຊີວິດ 2.671 ຄົນ ໂດຍປັດຈຸບັນເດນມາກມີປະຊາກອນໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ໜຶ່ງໂດສ ຈຳນວນ 4.462.629 ຄົນ ຫລື 76,1% ແລະ ອັດຕາຜູ້ຮັບວັກຊີນຄົບໂດສມີ 74,8%.

ອ້າງອີງ:

https://www.xinhuathai.com/high/235270_20211012

ເດນມາກອະນຸຍາດໃຫ້ມີການທົດລອງ ວິທີປິ່ນປົວພະຍາດໂຄວິດ-19 ແບບສູດດົມໃນມະນຸດ - lattana banner - ເດນມາກອະນຸຍາດໃຫ້ມີການທົດລອງ ວິທີປິ່ນປົວພະຍາດໂຄວິດ-19 ແບບສູດດົມໃນມະນຸດ
ເດນມາກອະນຸຍາດໃຫ້ມີການທົດລອງ ວິທີປິ່ນປົວພະຍາດໂຄວິດ-19 ແບບສູດດົມໃນມະນຸດ -    AD conten website - ເດນມາກອະນຸຍາດໃຫ້ມີການທົດລອງ ວິທີປິ່ນປົວພະຍາດໂຄວິດ-19 ແບບສູດດົມໃນມະນຸດ
ເດນມາກອະນຸຍາດໃຫ້ມີການທົດລອງ ວິທີປິ່ນປົວພະຍາດໂຄວິດ-19 ແບບສູດດົມໃນມະນຸດ - lattana banner 1 - ເດນມາກອະນຸຍາດໃຫ້ມີການທົດລອງ ວິທີປິ່ນປົວພະຍາດໂຄວິດ-19 ແບບສູດດົມໃນມະນຸດ
error: Alert: ເນື້ອຫາຂ່າວມີລິຂະສິດ !!