ໄບເດນ ກຽມຮ່ວມປະຊຸມທາງໄກ ອາຊຽນ-ອາເມລິກາ ສົ່ງສັນຍານສືບຕໍ່ການພົວພັນອາຊຽນ ຫລັງ ທຣຳ ບໍ່ເຂົ້າຮ່ວມມາແຕ່ປີ 2018


ທຳນຽບຂາວຂອງອາເມລິກາ ອອກຖະແຫລງການວ່າ: ປະທານາທິບໍດີ ໂຈ ໄບເດນ ຈະເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳ ອາຊຽນ-ອາເມລິກາ ຜ່ານລະບົບປະຊຸມທາງໄກ ໃນວັນທີ 26 ຕຸລານີ້ ເຊິ່ງຖືເປັນຄັ້ງທຳອິດໃນຮອບ 4 ປີ ທີ່ປະທານາທິບໍດີອາເມລິກາຈະໄດ້ເຂົ້າຮ່ວມປະຊຸມກັບຜູ້ນຳປະເທດອາຊຽນ ຫລັງຈາກໃນຍຸກລັດຖະບານປະທານາທິບໍດີ ໂດນັລ ທຣຳ ຍົກເລີກການຮ່ວມປະຊຸມໄປແຕ່ປີ 2018 ໂດຍ ທຣຳ ເຂົ້າຮ່ວມປະຊຸມ ອາຊຽນ-ອາເມລິກາ ຄັ້ງສຸດທ້າຍຢູ່ນະຄອນຫລວງມະນິລາ ເມື່ອປີ 2017.
ຂະນະທີ່ທຳນຽບຂາວເຜີຍວ່າ: ໄບເດນ ຈະໃຊ້ເວທີປະຊຸມນີ້ຫາລືເລື່ອງພັນທະກໍລະນີທີ່ຍືນຍົງຂອງອາເມລິກາ ທີ່ມີຕໍ່ບົດບາດການເປັນສູນກາງຂອງອາຊຽນໃນກິດຈະການຂອງພາກພື້ນ ຕະຫລອຈົນຂໍ້ລິເລີ່ມໃໝ່ໆ ເພື່ອເສີມສ້າງການເປັນຫຸ້ນສ່ວນທາງຍຸດທະສາດລະຫວ່າງ ອາເມລິກາ ແລະ ອາຊຽນ ໃຫ້ແຂງແກ່ນຍິ່ງຂຶ້ນ.
ທັງນີ້, ຄາດວ່າ ໄບເດນ ຈະເນັ້ນບັນຫາລືກັບກຸ່ມອາຊຽນໃສ່ການຮ່ວມມືໃນການກະຈາຍວັກຊີນຕ້ານໂຄວິດ ຕະຫລອດຈົນບັນຫາສະພາບອາກາດ, ຕ່ອງໂສ້ອຸປະທານ ແລະ ການພັດທະນາໂຄງສ້າງພື້ນຖານ. ພ້ອມທັງສ້າງຄວາມໝັ້ນໃຈຕໍ່ບົດບາດ ແລະ ຄວາມສຳຄັນຂອງອາຊຽນ ຫລັງຈາກໄລຍະຜ່ານມາ ອາເມລິກາເນັ້ນການຂະຫຍາຍການຮ່ວມມືທັງອິນເດຍ, ຍີ່ປຸ່ນ ແລະ ອົດສະຕຣາລີ ພາຍໃຕ້ການລວມກຸ່ມທີ່ເອີ້ນວ່າ: Quad ແລະ ການເຮັດສົນທິສັນຍາໄຕພາຄີຄວາມໝັ້ນຄົງກັບອົດສະຕຣາລີ ແລະ ອັງກິດ ທີ່ເອີ້ນວ່າ: AUKUS ເຊິ່ງ ໄບເດນ ຕ້ອງການສະແດງໃຫ້ເຫັນວ່າ: ອາເມລິກາບໍ່ມີຈຸດມຸ່ງໝາຍໃດໆໃນການແທນທີ່ບົດບາດການເປັນສູນກາງຂອງອາຊຽນໃນພາກພື້ນ.
ເຖິງຢ່າງໃດກໍຕາມ, ຜູ້ນຳອາເມລິກາບໍ່ມີການສົ່ງສັນຍານວ່າຈະຟື້ນຟູແຜນງານ ຫລື ຂອບການເຮັດວຽກດ້ານການຄ້າໃດໆກັບອາຊຽນ ທີ່ອະດີດປະທານາທິບໍດີ ທຣຳ ຍົກເລີກໄປນັບແຕ່ປີ 2017 ເຊິ່ງຍັງບໍ່ຊັດເຈນວ່າຈະມີການລິເລີ່ມຂອບການເຮັດວຽກ ແລະ ການຮ່ວມມືດ້ານການຄ້າໃໝ່ໆໃນກອງປະຊຸມຄັ້ງນີ້ ຫລື ບໍ່.
ອ້າງອີງ:
https://www.reuters.com/world/president-biden-attend-asean-us-summit-tuesday-2021-10-25/