ກອງປະຊຸມໂຕະມົນລະດັບສູງຄັ້ງທີ 13 ຈະຈັດຂຶ້ນໃນວັນທີ 17 ພະຈິກ ທີ່ຈະມາເຖິງ

ກອງປະຊຸມໂຕະມົນລະດັບສູງຄັ້ງທີ 13 ຈະຈັດຂຶ້ນໃນວັນທີ 17 ພະຈິກ ທີ່ຈະມາເຖິງ - 225792479 1751315891738850 6253288194887765971 n - ກອງປະຊຸມໂຕະມົນລະດັບສູງຄັ້ງທີ 13 ຈະຈັດຂຶ້ນໃນວັນທີ 17 ພະຈິກ ທີ່ຈະມາເຖິງ
ກອງປະຊຸມໂຕະມົນລະດັບສູງຄັ້ງທີ 13 ຈະຈັດຂຶ້ນໃນວັນທີ 17 ພະຈິກ ທີ່ຈະມາເຖິງ - Untitled design 1 - ກອງປະຊຸມໂຕະມົນລະດັບສູງຄັ້ງທີ 13 ຈະຈັດຂຶ້ນໃນວັນທີ 17 ພະຈິກ ທີ່ຈະມາເຖິງ
ໃນວັນທີ 26 ຕຸລາ 2021 ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ, ໄດ້ຖະແຫລງຂ່າວຜ່ານລະບົບອອນໄລ ເພື່ອແຈ້ງຄວາມຄືບໜ້າ ໃນການກະກຽມຈັດກອງປະຊຸມໂຕະມົນລະດັບສູງຄັ້ງທີ 13, ທີ່ຈະຈັດຂຶ້ນໃນວັນທີ 17 ພະຈິກ 2021 ທີ່ຈະມາເຖິງນີ້, ເຊິ່ງເຂົ້າຮ່ວມກອງປະຊຸມໂຕະມົນດັ່ງກ່າວ, ຈະມີບັນດາການນໍາຂັ້ນສູງສຸດຂອງ ລັດຖະບານ ລວມທັງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຈະຮ່ວມກັນປືກສາຫາລື ແລະ ກຳນົດທິດທາງໃຫ້ແກ່ການພັດທະນາໃນອີກ 5 ປີຕໍ່ໜ້າ. ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19, ກອງປະຊຸມໂຕະມົນລະດັບສູງ ຄັ້ງທີ 13 ຈະຈັດຂຶ້ນໃນຮູບແບບປະສົມປະ ສານ, ເຊິ່ງສ່ວນໃຫຍ່ຈະເຂົ້າຮ່ວມຜ່ານທາງອອນລາຍ ແລະ ມີພຽງຄະນະຜູ້ແທນຈໍານວນໜຶ່ງ ທີ່ຈະເຂົ້າຮ່ວມແບບຊ້ອງໜ້າ, ໂດຍປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງງເຄັ່ງຄັດ.
ກອງປະຊຸມໂຕະມົນລະດັບສູງຄັ້ງທີ 13 ຈະຈັດຂຶ້ນໃນວັນທີ 17 ພະຈິກ ທີ່ຈະມາເຖິງ - 248432773 1751315938405512 8349403373885491396 n 300x169 - ກອງປະຊຸມໂຕະມົນລະດັບສູງຄັ້ງທີ 13 ຈະຈັດຂຶ້ນໃນວັນທີ 17 ພະຈິກ ທີ່ຈະມາເຖິງ
ໂອກາດດັ່ງກ່າວ, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ເນັ້ນໃຫ້ເຫັນເຖິງຄວາມສຳຄັນຂອງກອງປະຊຸມໂຕະມົນ, ໂດຍກ່າວວ່າ: ກອງປະຊຸມຄັ້ງນີ້, ຈະເປັນເວທີອັນສຳຄັນໃຫ້ແກ່ລັດຖະບານ ສປປ ລາວ ໃນການປຸກລະດົບບັນດາຄູ່ຮ່ວມງານ ໃຫ້ຮ່ວມກັນຈັດຕັ້ງປະຕິບັດ ບັນດາແຜນການພັດທະນາແຫ່ງຊາດ, ໂດຍການລວບລວມເອົາບັນດາຄູ່ຮ່ວມງານຈາກພາກເອກະຊົນ, ອົງການຈັດຕັ້ງພາກລັດ ແລະ ອົງການຈັດຕັ້ງຕ່າງໆ ຈາກພາກຊຸມຊົນ ແລະ ສັງຄົມ ເພື່ອມາຮຽນຮູ້ກ່ຽວກັບບັນຫາ, ສິ່ງທ້າທາຍ ແລະ ຜົນສຳເລັດອັນພົ້ນເດັ່ນທີ່ຜ່ານມາ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 9 ແລະ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ພາຍໃນປີ 2030. ຢ່າງໃດກໍຕາມ ສປປ ລາວ ຄາດຫວັງວ່າຈະຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນປີ 2026, ກອງປະຊຸມໂຕະມົນລະດັບສູງ ຈະໄດ້ມີການປືກສາຫາລື ກ່ຽວກັບແນວທາງໃນການເຮັດວຽກຮ່ວມກັນ ເພື່ອຮັບປະກັນການຂ້າມຜ່ານທີ່ຫລ່ຽນໄຫລດີ.
ກອງປະຊຸມໂຕະມົນລະດັບສູງໄດ້ຈັດຂຶ້ນທຸກໆ 5 ປີ ແລະ ເປັນເວທີໃຫ້ລັດຖະບານ ສປປ ລາວ, ອົງການສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາໄດ້ມາປຶກສາຫາລືກັນ ໃນຂອດການສະໜັບສະໜູນການອອກແບບ ແລະ ການຈັດຕັ້ງປະຕິບັດບັນດາແຜນງານ ແລະ ຂະບວນການຕ່າງໆໃນການພັດທະນາ. ໃນໄລຍະກ່ອນຮອດກອງປະຊຸມໂຕະມົນ, ຈະມີການກະກຽມຈັດກອງປະຊຸມປິ່ນອ້ອມຕ່າງໆ ເພື່ອປຶກສາຫາລືໃນຫົວຂໍ້ຕ່າງໆ ກ່ຽວກັບການວາງແຜນພັດທະນາແຫ່ງຊາດ, ການເສີມຂະ ຫຍາຍການເຕີບໂຕສີຂຽວ, ການຄຸ້ມຄອງຊັບພະຍາກອນທໍາມະຊາດ, ວິທີໃນການຮັບມືກັບຜົນກະທົບຕ່າງໆໃຫ້ໄດ້ດີຂຶ້ນ ເຊັ່ນ: ການແຜ່ລະບາດຂອງພະຍາດ ແລະ ການປ່ຽນແປງສະພາບດິນຟ້າອາກາດ, ຄວາມຍືນຍົງຂອງລະບົບສະບຽງອາຫານ, ການຄ້າ, ສາທາລະນະສຸກ, ການສຶກສາ, ການສະໜອງທຶນໃຫ້ແກ່ການພັດທະນາ, ການຫລູດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ເສດຖະ ກິດມະຫາພາກ ແລະ ບັນຫາລະເບີດບໍ່ທັນແຕກ, ທີ່ໄດ້ຖືກກຳນົດໃຫ້ເປັນເປົ້າໝາຍການພັດທະນາແບບຍືນຍົງ ລຳດັບທີ 18 ອັນສະເພາະສຳລັບ ສປປ ລາວ ແລະ ອື່ນໆ.
ທ່ານ ນາງ ຊາຣາ ເຊເກນເນັສ ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ ໄດ້ເນັ້ນ ຢ້ຳວ່າ: ການປະຕິບັດໄດ້ທັງ 3 ເງື່ອນໄຂຂອງການຫລຸດພົ້ນ, ແມ່ນຖືເປັນ ຜົນສຳເລັດທີ່ເປັນຂີດໝາຍສຳຄັນ ຂອງ ສປປ ລາວ, ເຊິ່ງສະແດງໃຫ້ເຫັນເຖິງຄວາມຄືບໜ້າທີ່ ສປປ ລາວ ສາມາດຍາດມາດໄດ້ຈົນເຖິງປັດຈຸບັນ, ພ້ອມກ່າວຕື່ມວ່າ ກອງປະຊຸມໂຕະມົນຈະຊ່ວຍໃຫ້ລັດຖະບານ ແລະ ຄູ່ຮ່ວມພັດ ທະນາ ສາມາດລິເລີ່ມວຽກງານການກະກຽມໃນການສ້າງ ‘ຍຸດທະສາດການຂ້າມຜ່ານທີ່ຫລ່ຽນໄຫລດີ’ ອອກຈາກສະຖານະພາບປະເທດດ້ອຍພັດທະນາ.
ທ່ານ ນາງ ຊາຣາ ເຊເກນເນັສ ກ່າວຕື່ມວ່າ: ມີພຽງແຕ່ 6 ປະເທດເທົ່ານັ້ນ ທີ່ໄດ້ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ເຖິງແມ່ນວ່າຈະມີຜົນສຳເລັດ ແລະ ຖືເປັນບາດກ້າວອັນສຳຄັນ ໃນການສ້າງຄວາມກ້າວໜ້າຕື່ມອີກກໍ່ຕາມ, ພວກເຮົາຍັງຕ້ອງໄດ້ມີການວາງແຜນ ແລະ ການຄຸ້ມຄອງຢ່າງຮັດກຸມ ເພື່ອຮັບປະກັນໃຫ້ ສປປ ລາວ ໄດ້ຮັບຜົນປະໂຫຍດສູງສຸດ, ມີຄວາມພ້ອມຮັບມືກັບຄວາມປ່ຽນແປງທີ່ບໍ່ສາມາດຫລີກລ້ຽງໄດ້ ທີ່ເກີດມາຈາກການຫລຸດພົ້ນດັ່ງກ່າວ ແລະ ໃຫ້ສາມາດສືບຕໍ່ກ້າວໄປສູ່ການເປັນປະເທດ ທີ່ມີລາຍຮັບປານກາງ.
ກອງປະຊຸມໂຕະມົນລະດັບສູງຄັ້ງທີ 13 ຈະຈັດຂຶ້ນໃນວັນທີ 17 ພະຈິກ ທີ່ຈະມາເຖິງ - lattana banner - ກອງປະຊຸມໂຕະມົນລະດັບສູງຄັ້ງທີ 13 ຈະຈັດຂຶ້ນໃນວັນທີ 17 ພະຈິກ ທີ່ຈະມາເຖິງ
ກອງປະຊຸມໂຕະມົນລະດັບສູງຄັ້ງທີ 13 ຈະຈັດຂຶ້ນໃນວັນທີ 17 ພະຈິກ ທີ່ຈະມາເຖິງ - lattana banner 1 - ກອງປະຊຸມໂຕະມົນລະດັບສູງຄັ້ງທີ 13 ຈະຈັດຂຶ້ນໃນວັນທີ 17 ພະຈິກ ທີ່ຈະມາເຖິງ
ກອງປະຊຸມໂຕະມົນລະດັບສູງຄັ້ງທີ 13 ຈະຈັດຂຶ້ນໃນວັນທີ 17 ພະຈິກ ທີ່ຈະມາເຖິງ -    AD conten website - ກອງປະຊຸມໂຕະມົນລະດັບສູງຄັ້ງທີ 13 ຈະຈັດຂຶ້ນໃນວັນທີ 17 ພະຈິກ ທີ່ຈະມາເຖິງ
ກອງປະຊຸມໂຕະມົນລະດັບສູງຄັ້ງທີ 13 ຈະຈັດຂຶ້ນໃນວັນທີ 17 ພະຈິກ ທີ່ຈະມາເຖິງ - Visit Laos Visit SALANA BOUTIQUE HOTEL - ກອງປະຊຸມໂຕະມົນລະດັບສູງຄັ້ງທີ 13 ຈະຈັດຂຶ້ນໃນວັນທີ 17 ພະຈິກ ທີ່ຈະມາເຖິງ
error: Alert: ເນື້ອຫາຂ່າວມີລິຂະສິດ !!