ປັກກິ່ງ ຍົກລະດັບມາດຕະການສະກັດໂຄວິດ ຫລັງພົບຜູ້ຕິດເຊື້ອເພີ່ມຂຶ້ນຕໍ່ເນື່ອງ

ປັກກິ່ງ ຍົກລະດັບມາດຕະການສະກັດໂຄວິດ ຫລັງພົບຜູ້ຕິດເຊື້ອເພີ່ມຂຶ້ນຕໍ່ເນື່ອງ - pLGPHLwDouNryiigVdaB - ປັກກິ່ງ ຍົກລະດັບມາດຕະການສະກັດໂຄວິດ ຫລັງພົບຜູ້ຕິດເຊື້ອເພີ່ມຂຶ້ນຕໍ່ເນື່ອງ
ປັກກິ່ງ ຍົກລະດັບມາດຕະການສະກັດໂຄວິດ ຫລັງພົບຜູ້ຕິດເຊື້ອເພີ່ມຂຶ້ນຕໍ່ເນື່ອງ - Untitled design 1 - ປັກກິ່ງ ຍົກລະດັບມາດຕະການສະກັດໂຄວິດ ຫລັງພົບຜູ້ຕິດເຊື້ອເພີ່ມຂຶ້ນຕໍ່ເນື່ອງ

ປັກກິ່ງອອກມາດຕະການສະກັດໂຄວິດ-19 ຊຸດໃໝ່ ຫລັງກວດພົບຜູ້ຕິດເຊື້ອໃນທ້ອງຖິ່ນເພີ່ມຂຶ້ນຕໍ່ເນື່ອງໃນໄລຍະບໍ່ເທົ່າໃດມື້ຜ່ານມາ.

ວັນທີ 26 ຕຸລາ 2021, ສຳນັກຂ່າວຊິນຮົວລາຍງານວ່າ: ທ່ານ ສີເຫີຈ້ຽນ ໂຄສົກລັດຖະບານນະຄອນປັກກິ່ງ ຖະແຫລງວ່າ: ທາງການປັກກິ່ງໄດ້ອອກມາດຕະການໃໝ່ ເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ປະຊາຊົນຫລີກລ່ຽງການເດີນທາງອອກຈາກເມືອງ ຍົກເວັ້ນກໍລະນີຈຳເປັນເທົ່ານັ້ນ ແລະ ຫ້າມຜູ້ທີ່ອາໄສຢູ່ໃນພາກພື້ນທີ່ມີການລະບາດຮອບໃໝ່ເດີນທາງເຂົ້າປັກກິ່ງ.

ປັກກິ່ງ ຍົກລະດັບມາດຕະການສະກັດໂຄວິດ ຫລັງພົບຜູ້ຕິດເຊື້ອເພີ່ມຂຶ້ນຕໍ່ເນື່ອງ - Visit Laos Visit SALANA BOUTIQUE HOTEL - ປັກກິ່ງ ຍົກລະດັບມາດຕະການສະກັດໂຄວິດ ຫລັງພົບຜູ້ຕິດເຊື້ອເພີ່ມຂຶ້ນຕໍ່ເນື່ອງ

ພາຍໃຕ້ມາດຕະການໃໝ່ນີ້ ຜູ້ທີ່ເດີນທາງມາທ່ຽວປັກກິ່ງທຸກຄົນຕ້ອງໄດ້ຮັບການກວດສອບລະຫັດສຸຂະພາບຢູ່ອາຄານຜູ້ໂດຍສານຂາເຂົ້າຂອງສະໜາມບິນ, ສະຖານີລົດໄຟ ຫລື ສະຖານີຂົນສົ່ງ ເຊິ່ງຖ້າບໍ່ມີລະຫັດສຸຂະພາບສີຂຽວຈະຖືກຫ້າມຂຶ້ນໂດຍສານເຮືອບິນ, ລົດໄຟ ແລະ ລົດໂດຍສານ.

ນອກຈາກນີ້, ຍັງສັ່ງໂຈະການເດີນທາງທ່ອງທ່ຽວແບບໝູ່ຄະນະຂ້າມມົນທົນ. ໃນຂະນະທີ່ສວນສາທາລະນະ, ໂຮງລະຄອນ ແລະ ພິພິຕະພັນໃນທ້ອງຖິ່ນ ໄດ້ຮັບອະນຸຍາດໃຫ້ຮັບຜູ້ມາໃຊ້ບໍລິການພຽງ 75% ຈາກອັດຕາປົກກະຕິ, ສ່ວນສິ່ງອຳນວຍຄວາມສະດວກດ້ານສັນທະນາການໃນຊຸມຊົນເຊັ່ນ: ຫ້ອງໝາກລຸກ ແລະ ໄພ່ຈະປິດຊົ່ວຄາວ.

ທ່ານ ສີເຫີຈ້ຽນ ລະບຸວ່າ: ທາງການປັກກິ່ງສະໜັບສະໜູນໃຫ້ໃຊ້ກອງປະຊຸມທາງວິດີໂອແທນກອງປະຊຸມ ແລະ ອະພິປາຍແບບພົບປະກັນ ເພື່ອຊ່ວຍຫລຸດຈຳນວນຄົນທີ່ເດີນທາງເຂົ້າສູ່ປັກກິ່ງ.

ສ່ວນທ່ານ ຜາງຊິງຫົວ ຮອງຜູ້ອຳນວຍການສູນຄວບຄຸມ ແລະ ປ້ອງກັນພະຍາດຂອງປັກກິ່ງ ເປີດເຜີຍວ່າ: ປັກກິ່ງກວດພົບຜູ້ຕິດເຊື້ອໂຄວິດ-19 ທີ່ຕິດເຊື້ອໃນທ້ອງຖິ່ນ 2 ຄົນ ແລະ ຜູ້ຕິດເຊື້ອບໍ່ສະແດງອາການ 1 ຄົນ ນັບແຕ່ເວລາ 16:00 ໂມງ ຂອງວັນທີ 24 ຕຸລາ ຈົນເຖິງເວລາ 15:00 ໂມງ ຂອງວັນທີ 25 ຕຸລາ ໂດຍຜູ້ຕິດເຊື້ອຄົນທີ 4 ມີຜົນກວດພະຍາດເປັນບວກໃນວັນທີ 25 ຕຸລາ ແລະ ຜູ້ຕິດເຊື້ອທັງສີ່ຄົນເບື້ອງຕົ້ນຢູ່ໃນເຂດຊາງຜິງ.

ທັງນີ້, ຜູ້ຕິດເຊື້ອທີ່ບໍ່ສະແດງອາການຄົນດັ່ງກ່າວເປັນຜູ້ມີປະຫວັດສຳຜັດໃກ້ຊິດກັບຜູ້ຕິດເຊື້ອຢືນຢັນຜົນ 2 ຄົນ ເຊິ່ງເປັນຜົວເມຍກັນທີ່ເດີນທາງພ້ອມກັບຜູ້ຕິດເຊື້ອອີກ 2 ຄົນ ທີ່ມີການລາຍງານໃນວັນທີ 24 ຕຸລາ ໂດຍປັດຈຸບັນທາງການສາທາລະນະສຸກໃນທ້ອງຖິ່ນກຳລັງດຳເນີນການສອບສວນທາງລະບາດວິທະຍາ ແລະ ການທົດສອບໃນຫ້ອງປະຕິບັດການ ລວມທັງແກະຮອຍຜູ້ມີປະຫວັດສຳຜັດໃກ້ຊິດຜູ້ຕິດເຊື້ອທັງໝົດ.

ອ້າງອີງ:

https://www.xinhuathai.com/high/238211_20211026

ປັກກິ່ງ ຍົກລະດັບມາດຕະການສະກັດໂຄວິດ ຫລັງພົບຜູ້ຕິດເຊື້ອເພີ່ມຂຶ້ນຕໍ່ເນື່ອງ - lattana banner - ປັກກິ່ງ ຍົກລະດັບມາດຕະການສະກັດໂຄວິດ ຫລັງພົບຜູ້ຕິດເຊື້ອເພີ່ມຂຶ້ນຕໍ່ເນື່ອງ
ປັກກິ່ງ ຍົກລະດັບມາດຕະການສະກັດໂຄວິດ ຫລັງພົບຜູ້ຕິດເຊື້ອເພີ່ມຂຶ້ນຕໍ່ເນື່ອງ - lattana banner 1 - ປັກກິ່ງ ຍົກລະດັບມາດຕະການສະກັດໂຄວິດ ຫລັງພົບຜູ້ຕິດເຊື້ອເພີ່ມຂຶ້ນຕໍ່ເນື່ອງ
ປັກກິ່ງ ຍົກລະດັບມາດຕະການສະກັດໂຄວິດ ຫລັງພົບຜູ້ຕິດເຊື້ອເພີ່ມຂຶ້ນຕໍ່ເນື່ອງ -    AD conten website - ປັກກິ່ງ ຍົກລະດັບມາດຕະການສະກັດໂຄວິດ ຫລັງພົບຜູ້ຕິດເຊື້ອເພີ່ມຂຶ້ນຕໍ່ເນື່ອງ
error: Alert: ເນື້ອຫາຂ່າວມີລິຂະສິດ !!