ແພດໝໍ ເມືອງງອຍ ແຂວງຫລວງພະບາງ ປີ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີ ເພີ່ມອີກ 67 ຄົນ
October 27, 2021 - 2:15 PM


ໃນວັນທີ 26 ຕຸລາ 2021 ທ່ານ ສອນເພັດ ທະສີນີພອນ ຮອງເຈົ້າເມືອງ ພ້ອມດ້ວຍທີມງານຄະນະສະເພາະກິດຂອງເມືອງໄດ້ມອບ-ສົ່ງ ຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ປິ່ນປົວຫາຍດີ ຢູ່ສູນປິ່ນປົວໂຮງຮຽນ ມສ ເມືອງງອຍ ຈໍານວນ 67 ຄົນ, ຍິງ 31 ຄົນ ພາຍຫລັງໄດ້ກັກກັນປິ່ນປົວຢູ່ໃນສູນຄົບກຳນົດ 21 ວັນ ຕາມຄະນະສະເພາະກິດຂອງເມືອງໄດ້ວາງອອກ ແລະ ໄດ້ກວດຫາເຊື້ອບໍ່ພົບ 2 ຄັ້ງຕິດຕໍ່ກັນ.


ປັດຈຸບັນ ເມືອງງອຍ ມີຜູ້ຕິດເຊື້ອໂຄວິດ-19 ທັງໝົດ 569 ຄົນ, ປິ່ນປົວດີ 441 ຄົນ, ສົ່ງຕໍ່ແຂວງ 16 ຄົນ ແລະ ພວມສຶບຕໍ່ປີ່ນປົວ 126 ຄົນ, ນຳສົ່ງມາແຕ່ແຂວງ 3 ຄົນ, ລວມ 168 ຄົນ.
ໂອກາດນີ້, ທ່ານ ຈັນທີ ແກ້ວມະນີວົງ ຫົວໜ້າຫ້ອງການສາທາລະນະສຸກເມືອງ ຮອງຫົວໜ້າຄະນະສະເພາະກິດຂອງເມືອງ ໄດ້ມີຄຳເຫັນສະແດງຄວາມເປັນຫ່ວງເປັນໃຍ ແລະ ໄດ້ຮຽກຮ້ອງມາຍັງບັນດາຜູ້ຕິດເຊື້ອໂຄວິດທີ່ໄດ້ປິ່ນປົວຫາຍດີທີ່ຈະກັບໄປໃຊ້ຊີວິດຢູ່ໃນຄອບຄົວຂອງຕົນ ໃຫ້ປະຕິບັດ ບັນດາມາດຕະການ ປ້ອງກັນ, ຄວບຄຸມ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ທີ່ທາງຄະນະສະເພາະກິດວາງອອກເປັນຕົ້ນວິທີການປ້ອງກັນຕົນເອງ, ຄອບຄົວ ແລະ ຊຸມຊົນຕ້ອງເອົາໃຈໃສ່ດ້ວຍການລ້າງມືໃສ່ສະບູ ແລະ ນໍ້າສະອາດ, ໃຊ້ເຈວລ້າງມືທີ່ມີທາດເຫຼົ້າ, ຄວນຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດ, ຈະເດີນທາງໄປໃສຕ້ອງໃສ່ຜ້າອັດປາກ-ດັງ,ເຮັດໃຫ້ອາກາດຖ່າຍເທ, ໜັ່ນອະນາໄມ ແລະ ຂ້າເຊື້ອເປັນປະຈໍາ,ຮັກສາສິ່ງແວດລ້ອມໃຫ້ເປັນລະບົບ,ລະບຽບ,ຮຽບຮ້ອຍ,ເອົາໃຈໃສ່ໃຫ້ຮັກສາເບິ່ງແຍງອະນາໄມ, ຮັກສາສຸຂະພາບຂອງຕົນເອງກັບການດູແລຊີວິດໃຫ້ດີ ເພື່ອສະກັດກັ້ນພະຍາດຕ່າງໆທີ່ຈະເກີດຂື້ນຕາມລະດູການ ເປັນຕົ້ນແມ່ນພະຍາດໄຂ້ເລືອດອອກ, ພະຍາດຖອກທ້ອງແລະພະຍາດອື່ນໆ.