ຟີລິບປິນກຽມຮັບ ໂມລນູພິຣາເວຍ ຊຸດທຳອິດເດືອນພະຈິກນີ້ ປິ່ນປົວໂຄວິດໄດ້ 300.000 ຄົນ

ຟີລິບປິນກຽມຮັບ ໂມລນູພິຣາເວຍ ຊຸດທຳອິດເດືອນພະຈິກນີ້ ປິ່ນປົວໂຄວິດໄດ້ 300.000 ຄົນ - 40432 - ຟີລິບປິນກຽມຮັບ ໂມລນູພິຣາເວຍ ຊຸດທຳອິດເດືອນພະຈິກນີ້ ປິ່ນປົວໂຄວິດໄດ້ 300.000 ຄົນ
ຟີລິບປິນກຽມຮັບ ໂມລນູພິຣາເວຍ ຊຸດທຳອິດເດືອນພະຈິກນີ້ ປິ່ນປົວໂຄວິດໄດ້ 300.000 ຄົນ - Untitled design 1 - ຟີລິບປິນກຽມຮັບ ໂມລນູພິຣາເວຍ ຊຸດທຳອິດເດືອນພະຈິກນີ້ ປິ່ນປົວໂຄວິດໄດ້ 300.000 ຄົນ

ຟີລິບປິນກຽມຮັບ “ໂມລນູພິຣາເວຍ” ຊຸດທຳອິດເດືອນໜ້າ, ຄາດວ່າສາມາດໃຊ້ປິ່ນປົວຜູ້ຕິດເຊື້ອໂຄວິດໄດ້ 300.000 ຄົນ.

ວັນທີ 27 ຕຸລາ 2021, ເວັບໄຊ Manila Bulletin ສື່ທ້ອງຖິ່ນພາສາອັງກິດຂອງຟີລິບປິນລາຍງານວ່າ: ຟີລິບປິນຈະໄດ້ຮັບຢາໂມລນູພິຣາເວຍ ເຊິ່ງເປັນຢາປິ່ນປົວໂຄວິດ-19 ແບບກິນຊະນິດທຳອິດຂອງໂລກ ພາຍໃນເດືອນພະຈິກນີ້ ໂດຍຈະພຽງພໍຕໍ່ການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ປະມານ 300.000 ຄົນ.

ຟີລິບປິນກຽມຮັບ ໂມລນູພິຣາເວຍ ຊຸດທຳອິດເດືອນພະຈິກນີ້ ປິ່ນປົວໂຄວິດໄດ້ 300.000 ຄົນ - Visit Laos Visit SALANA BOUTIQUE HOTEL - ຟີລິບປິນກຽມຮັບ ໂມລນູພິຣາເວຍ ຊຸດທຳອິດເດືອນພະຈິກນີ້ ປິ່ນປົວໂຄວິດໄດ້ 300.000 ຄົນ

ການເປີດເຜີຍນີ້ມາຈາກບໍລິສັດ MedEthix ໃນຖານະຜູ້ນຳເຂົ້າທີ່ລະບຸວ່າ: ຢາດັ່ງກ່າວຈະເປັນຊຸດທຳອິດທີ່ຜະລິດໃນປະເທດອິນເດຍ ແລະ ຈະເປັນສ່ວນໜຶ່ງຂອງການທົດລອງປະສິດທິພາບ ເຊິ່ງກ່ອນໜ້ານີ້ມີການທົດລອງຢາດັ່ງກ່າວໃນອິນເດຍ ກັບຜູ້ຕິດເຊື້ອອາການເລັກໜ້ອຍປະມານ 1.200 ຄົນ ພົບວ່າຜູ້ຕິດເຊື້ອປະມານ 81% ທີ່ໄດ້ຮັບຢານີ້ ກວດບໍ່ພົບເຊື້ອໂຄວິດ-19 ພາຍໃນເວລາ 15 ວັນ.

ສຳລັບຢາໂມລນູພິຣາເວຍອອກລິດຈັດການໄວຣັສໂຄວິດ-19 ຜ່ານການເຂົ້າໄປເຮັດໃຫ້ລະຫັດພັນທຸກຳຂອງໄວຣັສຜິດປົກກະຕິ ຈົນບໍ່ສາມາດເພີ່ມຈຳນວນໄດ້.

ກ່ອນໜ້ານີ້ຫລາຍຝ່າຍຕັ້ງຄວາມຫວັງວ່າ: ຢາໂມລນູພິຣາເວຍຈະເປັນກຸນແຈສຳຄັນປິ່ນປົວຜູ້ຕິດເຊື້ອໂຄວິດ-19 ໄດ້ຢ່າງວ່ອງໄວ ເຖິງວ່າຕອນນີ້ຈະຍັງຢູ່ລະຫວ່າງການທົດລອງ ແລະ ລໍຖ້າການຂຶ້ນທະບຽນ, ແຕ່ມີຫລາຍປະເທດສະແດງເຈດຈຳນົງສັ່ງຈອງແລ້ວ ເພື່ອບໍ່ໃຫ້ເກີດບັນຫາຊັກຊ້າຄືກັບການຈອງວັກຊີນຕ້ານໂຄວິດ-19.

ອ້າງອີງ:

https://mb.com.ph/…/anti-covid-19-pill-molnupiravir-to…/

ຟີລິບປິນກຽມຮັບ ໂມລນູພິຣາເວຍ ຊຸດທຳອິດເດືອນພະຈິກນີ້ ປິ່ນປົວໂຄວິດໄດ້ 300.000 ຄົນ -    AD conten website - ຟີລິບປິນກຽມຮັບ ໂມລນູພິຣາເວຍ ຊຸດທຳອິດເດືອນພະຈິກນີ້ ປິ່ນປົວໂຄວິດໄດ້ 300.000 ຄົນ
ຟີລິບປິນກຽມຮັບ ໂມລນູພິຣາເວຍ ຊຸດທຳອິດເດືອນພະຈິກນີ້ ປິ່ນປົວໂຄວິດໄດ້ 300.000 ຄົນ - lattana banner - ຟີລິບປິນກຽມຮັບ ໂມລນູພິຣາເວຍ ຊຸດທຳອິດເດືອນພະຈິກນີ້ ປິ່ນປົວໂຄວິດໄດ້ 300.000 ຄົນ
ຟີລິບປິນກຽມຮັບ ໂມລນູພິຣາເວຍ ຊຸດທຳອິດເດືອນພະຈິກນີ້ ປິ່ນປົວໂຄວິດໄດ້ 300.000 ຄົນ - lattana banner 1 - ຟີລິບປິນກຽມຮັບ ໂມລນູພິຣາເວຍ ຊຸດທຳອິດເດືອນພະຈິກນີ້ ປິ່ນປົວໂຄວິດໄດ້ 300.000 ຄົນ
error: Alert: ເນື້ອຫາຂ່າວມີລິຂະສິດ !!